ລະເບີດລົດໃຈກາງເມືອງຫຼວງ ເຂດສຳນັກງານລັດ-ກອງທັບອັບການິດສະຖານ ເສຍຊີວິດຫຼາຍຄົນ

0
1119

ໃນວັນທີ 1 ກໍລະກົດ ທີ່ຜ່ານມາ, ສຳຈັກຂ່າວ ເອເອບພີ ແລະ ຊິນຫົວ ລາຍງານວ່າ: ເກີດເຫດກຸ່ມຄົນຮ້າຍບຸກຍິງ ແລະ ລະເບີດລົດຍົນ ໂຈມຕີເຂດສຳນັກງານລັດຖະບານ ແລະ ກອງທັບ ໃນນະຄອນຫຼວງຄາບູນ ປະເທດອັບການິດສະຖານ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອນ 34 ຄົນ, ບາດເຈັບແລ້ວຫຼາຍກວ່າ 68 ຄົນ ໃນຈຳນວນນີ້ເປັນເດັກນ້ອຍ 9 ຄົນ, ສ່ວນກຸ່ມທີ່ອອກມາປະກາດວ່າ ຢູ່ເບື້ອງຫຼັງການໂຈມຕີດັ່ງກ່າວ ກໍຄື ກຸ່ມຕາລິບັນ.

An injured Afghan man is brought on a stretcher to an Italian aid organisation’s hospital after a car bomb attack in Kabul on July 1, 2019. – Dozens of people were wounded with fatalities feared in a Taliban-claimed attack which saw a powerful car bomb rock Kabul early July 1.

ໂຄສົກຂອງ ຖະຊວງກິດຈະການພາຍໃນ ອັບການິດສະຖານ ຖະແຫຼງວ່າ: ເຫດໂຈມຕີເກີດຂຶ້ນ ໃນໄລຍະເວລາຮີບດ່ວນ ຕອນເຊົ້າ ບໍລິເວນເຊດປູລິ ມາໝູດ ຂ່ານ ໂດຍເລີ່ມທຳອິດເປັນ ການລະເບີດລົດຍົນ, ຈາກນັ້ນຄົນຮ້າຍກໍເປີດສາກກວາດຍິງ ແລະ ບຸກເຂົ້າໄປໃນອາຄານໃກ້ຄຽງ ເຊິ່ງຕໍ່ມາ ເຈົ້າໜ້າທີ່ໜ່ວຍຈູ່ໂຈມພິເສດ ພ້ອມດ້ວຍ ໜ່ວຍຍິງເຮລິຄອບເຕີ ນຳກຳລັງປິດລ້ອມຈຸດເກີດເຫດ ແລະ ສາມາດຄວບຄຸມສະຖານະການໄວ້ໄດ້.

Wounded Afghan men receive treatment at the Wazir Akbar Khan hospital following a car bomb attack in Kabul on July 1, 2019.
Wounded Afghan men receive treatment at the Wazir Akbar Khan hospital following a car bomb attack in Kabul on July 1, 2019.

ທ່ານ ຊາເຮີ ອຸສມານ ເຈົ້າໜ້າທີ່ ກະຊວງວັດທະນະທຳ ອັບການິດສະຖານ ເຊິ່ງຢູ່ຫ່າງຈາກຈຸດເກີດເຫດ ປະມານ 150 ແມັດ ໃຫ້ສຳພາດວ່າ: ນັ່ງເຮັດວຽກຢູ່ດີໆ ກໍຄ້າຍກັບວ່າໂລກທັງໃບຖະຫຼົ່ມລົງມາ ມືນຕາຂຶ້ນມາອີກຄັ້ວກໍພົບວ່າ ສຳນັກງານເຕັມໄປດ້ວຍຄວັນໄຟ, ຝຸ່ນປິວກະຈາຍ ແລະ ເພື່ອຮ່ວມງານຂອງຕົນ ຕ່າງພາກັນແຂກຂຶ້ນມາຢ່າງຢ້ານກົວ.