ຄະນະບໍລິຫານງານ ຊາວໜຸ່ມ ສມປຊ ຈະສືບຕໍ່ນຳພາວຽກງານ ການຮຽນ – ການສອນ ໃຫ້ມີຄຸນນະພາບ

0
3455

ໃນ 5 ປີຕໍ່ໜ້າ, ຄະນະບໍລິຫານງານ ຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ( ສມປຊ ) ຊຸດໃໝ່ ຈະສືບຕໍ່ນໍາພາ ສະມາຊິກຊາວໜຸ່ມ ເອົາໃຈໃສ່ປະຕິບັດວຽກງານ ການຮຽນ – ການສອນ ໂດຍການຕັ້ງໜ້າຄົ້ນຄວ້າ, ແຕ່ງບົດສອນ, ປັບປຸງວິທີ ການສິດສອນ ແລະ ການສົ່ງຄວາມຮູ້ໃຫ້ໄດ້ ທາງດ້ານປະລິມານ ແລະ ຄຸນນະພາບ.

ພາຍໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ຜູ້ແທນຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໃນໄລຍະ 5 ປີ ຜ່ານມາ, ຂອງ ສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ, ໃນຄັ້ງວັນທີ 28 ມິຖຸນາ 2019, ເຊິ່ງເຂົ້າຮ່ວມໂດຍ ທ່ານ ອາລຸນໄຊ ສູນນະລາດ ຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ບັນດາສະມາຊິກຊາວໜຸ່ມ ໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານ ຊາວໜຸ່ມ ສມປຊ ຊຸດໃໝ່ 7 ສະຫາຍ. ໃນນີ້, ມີ ທ່ານ ດາວສະຫວັນ ເຄືອມີໄຊ ເປັນເລຂາ, ທ່ານ ນາງ ດາວອນ ບຸດທະນຸວົງ ຮອງເລຂາ ແລະ ອີກ 5 ທ່ານ ເປັນຄະນະ ເພື່ອສືບຕໍ່ຊີ້ນໍາ – ນໍາພາທິດທາງແຜນການຂອງ ແຕ່ລະວຽກງານ ທີ່ວາງໄວ້ໃນ 5 ປີຕໍ່ໜ້າ ໃຫ້ມີຜົນສໍາເລັດ; ເປັນຕົ້ນແມ່ນ ວຽກງານການຮຽນ – ການສອນ ໂດຍເອົາໃຈໃສ່ຊີ້ນຳ – ນຳພາ ສະມາຊິກຊາວໜຸ່ມ ຂົງເຂດພະນັກງານ – ຄູອາຈານ ຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ – ການສອນ ໂດຍການຄົ້ນຄວ້າ, ແຕ່ງບົດສອນ, ການຂຶ້ນຫ້ອງສິດສອນ ໃຫ້ຮັບປະກັນທາງດ້ານຄຸນນະພາບ, ຖືສຳຄັນໃນການສ້າງເງື່ອນໄຂໃຫ້ ຄູ-ອາຈານ ໄດ້ໄປທັດສະນະສຶກສາ, ເກັບກຳຂໍ້ມູນ, ແລກປ່ຽນບົດຮຽນກັບ ສະຖາບັນການສຶກສາອື່ນໆ ຢ່າງຕັ້ງໜ້າ, ເພື່ອເພີ່ມຄວາມຮູ້, ປັບປຸງວິທີການສິດສອນ ແລະ ການສົ່ງຄວາມຮູ້ໃຫ້ມີຄຸນນະພາບ.

ທ່ານ ຄຳໝັ້ນ ພົມມະຈັນ ຄະນະບໍລິຫານງານ ຊາວໜຸ່ມ ສມປຊ ໃຫ້ຮູ້ວ່າ:

ໄລຍະຜ່ານມາ, ຄະນະບໍລິຫານງານ ສມປຊ ໄດ້ເອົາໃຈໃສ່ຍຶດໝັ້ນທັດສະນະຂອງພັກ, ຖືເອົາການສຶກສາອົບຮົມ ການເມືອງ – ແນວຄິດ ເປັນກົກ, ແນໃສ່ເຮັດໃຫ້ ສະມາຊິກຊາວໜຸ່ມ ໄດ້ຮັບການຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນສົມບັດ, ສິນທຳປະຕິວັດ, ເພື່ອເຮັດສຳເລັດໜ້າທີ່ການເມືອງ ທີ່ ພັກ – ລັດ ແລະ ປະຊາຊົນມອບໝາຍໃຫ້ ສະແດງອອກຄື ປັດຈຸບັນມີ ຄູ-ອາຈານໜຸ່ມ ທີ່ເປັນອາຈານສອນ ປະຈຳ ຈຳນວນ 92 ສະຫາຍ ຍິງ 39 ສະຫາຍ.

ນອກນັ້ນ, ຍັງມີ ອາຈານສອນຊ່ວຍ ຈຳນວນໜຶ່ງ, ໄດ້ເອົາໃຈໃສ່ຄົ້ນຄວ້າປັບປຸງ ເນື້ອໃນບົດສອນ, ຂຶ້ນຫ້ອງສິດສອນ ໃນລະບົບຮຽນຕ່າງໆ ດ້ວຍຄວາມເປັນເຈົ້າ ໂດຍປະຕິບັດຫຼັກສູດ ການຮຽນ – ການສອນ ໃນລະບົບຮຽນຕ່າງໆ ຢູ່ພາຍໃນ ແລະ ນອກສະຖານບັນ ໃນຂອບເຂດທົ່ວປະເທດ ລວມທັງໝົດ 18.751 ຊົ່ວໂມງ; ພ້ອນກັນນັ້ນ, ຍັງແນະນຳ ບົດປ້ອງກັນຈົບຊັ້ນ ສຳເລັດ 221 ຫົວຂໍ້, ປະກອບສ່ວນຂຽນ ປຶ້ມຕໍາລາຮຽນ ໄດ້ຈຳນວນ 12 ບົດ, ໄດ້ປະກອບສ່ວນເປັນ ອານຸກຳມະການສອບເສັງ 324 ຄັ້ງ ຈຳນວນ 1.209 ຊົ່ວໂມງ ແລະ ປ້ອງກັນບົດຈົບຊັ້ນ ໃນລະບົບຮຽນຕ່າງໆ ໄດ້ມີຜົນສຳເລັດ ເປັນຢ່າງດີ. ສຳລັບ ສະມາຊິກຊາວໜຸ່ມ ໃນຂົງເຂດນັກສຶກສາ, ແມ່ນ ໄດ້ສຸມໃສ່ຄົ້ນຄວ້າ, ຮໍ່າຮຽນ ຢ່າງເປັນຂະບວນຟົດຟື້ນ ໂດຍເລັງໃສ່ໃນການປະຕິບັດ ຄໍາຂວັນ ທີ່ວ່າ: ” ອ່ານໃຫ້ຫຼາຍ, ຄົ້ນຄວ້າໃຫ້ເລິກເຊິ່ງ ເພື່ອເຮັດໃຫ້ຕົນເອງ ກາຍເປັນຮຽນເກັ່ງ – ມີວິໄນດີ” .

ຜ່ານການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ, ໃນແຕ່ລະປີ ຄູ – ອາຈານ ໄດ້ຮັບການຍ້ອງຍໍ ເປັນອາຈາສອນດີ – ສອນເກັ່ງ ປະເພດ I ຈໍານວນ 23 ສະຫາຍ ຍິງ 7 ສະຫາຍ, ປະເພດ II ມີ 64 ສະຫາຍ ຍິງ 32 ສະຫາຍ ແລະ ປະເພດ III ມີ 15 ສະຫາຍ ຍິງ 9 ສະຫາຍ; ສ່ວນ ນັກສຶກສາ ຮຽນເກັ່ງ – ມີວິໄນດີ ປະເພດ I ມີຈໍານວນ 43 ສະຫາຍ ຍິງ 13 ສະຫາຍ, ປະເພດ II ມີ 147 ສະຫາຍ ຍິງ 41 ສະຫາຍ ແລະ ປະເພດ III ມີ 129 ສະຫາຍ ຍິງ 46 ສະຫາຍ.