ໜ້າຫຼັກ Tags ເຫດລະເບີດ

Tag: ເຫດລະເບີດ

ISIS ອອກມາສະແດງຄວາມຮັບຜິດຊອບ ເຫດລະເບີດໃນງານດອງ ເສຍຊີວິດ 63

ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ສິງຫາ ວ່າ: ເກີດເຫດລະເບີດຂ້າຕົວຕາຍ ຢ່າງຮ້າຍແຮງ ໃນບໍລິເວນສະຖານທີ່ຈັດງານແຕ່ງດອງ ທີ່ນະຄອນຫຼວງຄາບູນ ປະເທດອັບການິດສະຖານ ເປັນເຫດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 63 ຄົນ ແລະ ໄດ້ຮັບບາດເຈັບອີກເກືອບ 200...
The Russian Ministry of Defence said the explosion occurred during testing of a liquid propellant jet engine at a military base near the village of Nyonoksa in the northwestern Arkhangelsk region

ເຄື່ອງຈັກຈະຫຼວດເຊື້ອໄຟເເຫຼວ ລະເບີດ – ເສຍຊີວິດ ແລະ ເຈັບຫຼາຍຄົນ

ສຳນັກຂ່າວ ເດລີເມວ ລາຍງານ ໃນວັນທີ 8 ສິງຫາ ວ່າ: ມີຄວາມຜິດພາດໃນລັດເຊຍ ຫຼັງຈາກເກີດເຫດລະເບີດ ຢູ່ທີ່ ຖານຍິງຂີປະນາວຸດ ໃນພາກພື້ນອາຄັນເກຼສ ທາງທິດຕາເວນຕົກສຽງເໜືອ, ສົ່ງຜົນໃຫ້ມີເຈົ້າໜ້າທີ່ ເສຍຊີວິດຢ່າງໜ້ອຍ 2 ຄົນ ແລະ ອີກ 4 ຄົນ ໄດ້ຮັບບາດເຈັບ...

ໂຮງງານກ໊າສຈີນ ລະເບີດຮຸນແຮງ ກິນພື້ນທີ່ກວ້າງ 3 ກິໂລ

ໃນວັນທີ 20 ກໍລະກົດ ທີ່ຜ່ານມາ, ສຳນັກຂ່າວ ເອເອບພີ ລາຍງານ ຄວາມຄືບໜ້າເຫດການລະເບີດ ຢູ່ທີ່ ໂຮງງານຜະລິດກ໊າສ ເຫີໜານ ໂຄນ ກ໊າສ ກຣຸບ, ເມືອງອີ້ໝ່າ, ມົນທົນເຫີໜານ ທາງພາກກາງຂອງປະເທດຈີນ ວ່າ: ມີຈຳນວນຜູ້ເສຍຊີວິດເພີ່ມເປັນ 10 ຄົນແລ້ວ ແລະ ມີຜູ້ຫາຍສາບສູນອີກ 5 ຄົນ,...
This framegrab taken from AFPTV shows a plume of smoke after an explosion in Kabul on July 1, 2019.

ລະເບີດລົດໃຈກາງເມືອງຫຼວງ ເຂດສຳນັກງານລັດ-ກອງທັບອັບການິດສະຖານ ເສຍຊີວິດຫຼາຍຄົນ

ໃນວັນທີ 1 ກໍລະກົດ ທີ່ຜ່ານມາ, ສຳຈັກຂ່າວ ເອເອບພີ ແລະ ຊິນຫົວ ລາຍງານວ່າ: ເກີດເຫດກຸ່ມຄົນຮ້າຍບຸກຍິງ ແລະ ລະເບີດລົດຍົນ ໂຈມຕີເຂດສຳນັກງານລັດຖະບານ ແລະ ກອງທັບ ໃນນະຄອນຫຼວງຄາບູນ ປະເທດອັບການິດສະຖານ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອນ 34 ຄົນ, ບາດເຈັບແລ້ວຫຼາຍກວ່າ 68 ຄົນ ໃນຈຳນວນນີ້ເປັນເດັກນ້ອຍ 9...

ເຫດລະເບີດ ທີ່ໂຮງງານຜະລິດລະເບີດ ໃນລັດເຊຍ – ບ້ານເຮືອນເສຍຫາຍກວ່າ 200

ສຳນັກຂ່າວ ອາທີ ລາຍງານ ໃນວັນທີ 2 ມິຖຸນາ ທີ່ຜ່ານມາ ວ່າ:​ ໂຮງງານຜະລິດລະເບີດທີເອັນທີ (TNT) ຂອງ ສູນວິໄຈຄຣິສໂຕ ເຈເອສຊີ ເກີດລະເບີດຂຶ້ນສະເທືອນໄປທົ່ວເມືອງເດີຊິນ ພາກກາງຂອງປະເທດລັດເຊຍ ສ້າງຄວາມແຕກຕື່ນໄປທົ່ວ ຕໍ່ມາພົບຜູ້ບາດເຈັບປະມານ 80 ຄົນ, ສົ່ງໂຮງໝໍແລ້ວ 15 ຄົນ...

ສີລັງກາ ຄຸມເຂັ້ມຫຼັງລະເບີດ ເສຍຊີວິດເກືອບ 360

ໃນວັນທີ 24 ເມສາ, ທາງການສີລັງກາ ວາງກຳລັງເຈົ້າໜ້າທີ່ຮັກສາຄວາມໝັ້ນຄົງ ເຂັ້ມງວດຂຶ້ນທີ່ສະຖາບັນນິຕິເວດວິທະຍາ ໂຮງໝໍຕຳຫຼວດ ໃນນະຄອນຫຼວງໂຄລົມໂບ ເຊິ່ງເປັນສະຖານທີ່ກວດພິສູດສົບຜູ້ເຄາະຮ້າຍ ຕາກເຫດລະເບີດໃນວັນອີສເຕີ. ປະທານາທິບໍດີ ໄມຕຣີປາລະ ສິຣິເສນາ ຄອບຄົວ ແລະ...

ເກີດເຫດລະເບີດຂຶ້ນທີ່ດ່ານທະຫານ ທາງໃຕ້ຂອງຟິລິບປິນ

ໃນວັນທີ 31 ກໍລະກົດ, ໄດ້ເກີດເຫດລະເບີດຂຶ້ນທີ່ດ່ານທະຫານ ເທິງເກາະບາສິລັນ ທາງພາກໃຕ້ຂອງຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ເປັນເຫດຄວາມບໍ່ສະຫງົບຫຼ້າສຸດທີ່ເກີດຂຶ້ນຢູ່ເກາະດັ່ງກ່າວ ເຊິ່ງເປັນຖານທີ່ໝັ້ນຂອງກຸ່ມອາບູໄຊຢາບ. ໂຄສົກກອງທັບຟິລິບປິນ ຖະແຫຼງວ່າ: ລະເບີດເກີດຂຶ້ນໃນຂະນະທີ່ທະຫານ ແລະ ກອງກຳລັງສະໜັບສະໜູນລັດຖະບານກຳລັງກວດສອບລົດຕູ້ຄັນໜຶ່ງ ທີ່ດ່ານກວດຊານເມືອງລາມິຕັນ ໃນຕອນເຊົ້າ, ແຮງລະເບີດເຮັດໃຫ້ທະຫານ 1 ຄົນ ແລະ ສະມາຊິກກອງກຳລັງສະໜັບສະໜູນລັດຖະບານຫຼາຍຄົນເສຍຊີວິດ; ເມືອງນີ້ປະຊາກອນສ່ວນໃຫຍ່ເປັນຊາວຄຣິສ ຂະນະທີ່ຄົນສ່ວນຫຼາຍເທິງເກາະນີ້ເປັນຊາວມຸດສະລິມ,...