ໃນວັນທີ 31 ກໍລະກົດ, ໄດ້ເກີດເຫດລະເບີດຂຶ້ນທີ່ດ່ານທະຫານ ເທິງເກາະບາສິລັນ ທາງພາກໃຕ້ຂອງຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ເປັນເຫດຄວາມບໍ່ສະຫງົບຫຼ້າສຸດທີ່ເກີດຂຶ້ນຢູ່ເກາະດັ່ງກ່າວ ເຊິ່ງເປັນຖານທີ່ໝັ້ນຂອງກຸ່ມອາບູໄຊຢາບ.

ໂຄສົກກອງທັບຟິລິບປິນ ຖະແຫຼງວ່າ: ລະເບີດເກີດຂຶ້ນໃນຂະນະທີ່ທະຫານ ແລະ ກອງກຳລັງສະໜັບສະໜູນລັດຖະບານກຳລັງກວດສອບລົດຕູ້ຄັນໜຶ່ງ ທີ່ດ່ານກວດຊານເມືອງລາມິຕັນ ໃນຕອນເຊົ້າ, ແຮງລະເບີດເຮັດໃຫ້ທະຫານ 1 ຄົນ ແລະ ສະມາຊິກກອງກຳລັງສະໜັບສະໜູນລັດຖະບານຫຼາຍຄົນເສຍຊີວິດ; ເມືອງນີ້ປະຊາກອນສ່ວນໃຫຍ່ເປັນຊາວຄຣິສ ຂະນະທີ່ຄົນສ່ວນຫຼາຍເທິງເກາະນີ້ເປັນຊາວມຸດສະລິມ, ດ້ານທາງການໄດ້ເປີດການສອບສວນແລ້ວ, ເຈົ້າໜ້າທີ່ທ້ອງຖິ່ນຄົນໜຶ່ງເປີດເຜີຍວ່າ: ຄົນຮ້າຍຈູດສະນວນລະເບີດ ເພາະຮູ້ວ່າຕົນກຳລັງຈະຖືກຈັບກຸມ.

ເກາະບາສິລັນ ເປັນຖານທີ່ໝັ້ນຂອງກຸ່ມອາບູໄຊຢາບ ທີ່ເຊື່ອມໂຍງກັບກຸ່ມ ອາວກໍອິດະ ເຊິ່ງເປັນໜຶ່ງໃນກຸ່ມກໍ່ຄວາມບໍ່ສະຫງົບຫຼາຍຄັ້ງ ທາງພາກໃຕ້ຂອງຟິລິບປິນ ຕະຫຼອດຫຼາຍທົດສະວັດທີ່ຜ່ານມາ, ໂດຍຂໍ້ມູນຂອງລັດຖະບານຟິລິບປິນ ເປີດເຜີຍວ່າ: ມີຜູ້ເສຍຊີວິດຈາກເຫດການກໍ່ຄວາມບໍ່ສະຫງົບແລ້ວບໍ່ຕ່ຳກວ່າ 100.000 ຄົນ. ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຂອງຟິລິບປິນ ຫາກໍໄດ້ລົງນາມກົດໝາຍສ້າງຕັ້ງເຂດປົກຄອງຕົນເອງທາງພາກໃຕ້ ເມື່ອບໍ່ດົນມານີ້ ເພື່ອຫວັງຈະຢຸດເຫດຄວາມບໍ່ສະຫງົບ.