ໃນວັນທີ 24 ເມສາ, ທາງການສີລັງກາ ວາງກຳລັງເຈົ້າໜ້າທີ່ຮັກສາຄວາມໝັ້ນຄົງ ເຂັ້ມງວດຂຶ້ນທີ່ສະຖາບັນນິຕິເວດວິທະຍາ ໂຮງໝໍຕຳຫຼວດ ໃນນະຄອນຫຼວງໂຄລົມໂບ ເຊິ່ງເປັນສະຖານທີ່ກວດພິສູດສົບຜູ້ເຄາະຮ້າຍ ຕາກເຫດລະເບີດໃນວັນອີສເຕີ.

ປະທານາທິບໍດີ ໄມຕຣີປາລະ ສິຣິເສນາ
ປະທານາທິບໍດີ ໄມຕຣີປາລະ ສິຣິເສນາ

ຄອບຄົວ ແລະ ຍາດພີ່ນ້ອງຜູ້ເຄາະຮ້າຍ ເລີ່ມເດີນທາງມາຮັບເອົາສົບ ຫຼັງໄດ້ຮັບແຈ້ງຈາກທາງຕຳຫຼວດ; ປະທານາທິບໍດີ ໄມຕຣີປາລະ ສິຣິເສນາ ສັ່ງການໃຫ້ກອງທັບເຂົ້າຮັກສາຄວາມສະຫງົບຮຽບຮ້ອຍ ໃນສີລັງກາ ນັບຕັ້ງແຕ່ວັນທີ 23 ເມສາ ທີ່ຜ່ານມາ ຫຼັງຈາກທີ່ເກີດເຫດລະເບີດຫຼາຍຄັ້ງ ຢູ່ທີ່ໂຮງແຮມ ແລະ ໂບດ ໃນວັນທີ 21 ເມສາ ທີ່ຜ່ານມາ.

ເຫດລະເບີດຫຼາຍຄັ້ງ ໃນນະຄອນຫຼວງໂຄລົມໂບ
ເຫດລະເບີດຫຼາຍຄັ້ງ ໃນນະຄອນຫຼວງໂຄລົມໂບ

ຕຳຫຼວດ ລາຍງານເພີ່ມຈຳນວນຜູ້ເສຍຊີວິດເປັນ 359 ຄົນແລ້ວ ໃນວັນທີ 24 ເມສາ ເຊິ່ງຖືວ່າເປັນເຫດໂຈມຕີໜອງເລືອດທີ່ສຸດ ນັບຕັ້ງແຕ່ສົງຄາມກາງເມືອງໃນສີລັງກາ ສິ້ນສຸດລົງໃນປີ 2009, ລັດຖະບານສີລັງກາ ຕ້ອງປິດຊ່ອງທາງການສື່ສານບາງສ່ວນ, ສັ່ງການໃຫ້ກອງກຳລັງຮັກສາຄວາມໝັ້ນຄົງ ອອກລາດຕະເວນຕາມພື້ນທີ່ ແລະ ໃຈກາງເມືອງຫຼວງ ລວມທັງປະກາດເຄີຟິວ ຫ້າມອອກນອກບ້ານໃນເວລາກາງຄືນ.

ເຫດການຄວາມບໍ່ສະຫງົບພາຍໃນປະເທດ ການກໍ່ການຮ້າຍ
ເຫດການຄວາມບໍ່ສະຫງົບພາຍໃນປະເທດ ການກໍ່ການຮ້າຍ

ປະທານາທິບໍດີ ສິຣິເສນາ  ຖະແຫຼງວ່າ:

ທ່ານບໍ່ໄດ້ຮັບແຈ້ງເຕືອນຈາກໜ່ວຍຂ່າວສານ ລ່ວງໜ້າວ່າຈະມີການກໍ່ການຮ້າຍ ແລະ ຖ້າຫາກຮູ້ ທ່ານຈະດຳເນີນມາດຕະການຮັບມືໃນທັນທີ.