ປກສ ເມືອງພູວົງ ສະຫຼຸບວຽກງານປະຈຳປີ 2018

ກອງບັນຊາການ ປກສ ເມືອງພູວົງ ແຂວງອັດຕະປື ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2018 ແລະ ວາງທິດທາງ ປະຈຳປີ 2019 ໃນຕົ້ນເດືອນຜ່ານມາ, ໂດຍການເປັນປະທານຂອງ ພັທ ບຸນຊັດ ວົງສະທອນ ຫົວໜ້າກອງບັນຊາການ ປກສ ເມືອງ, ມີ ຮອງເຈົ້າເມືອງ, ປກສ ແຂວງ ພ້ອມດ້ວຍແຂກຮັບເຊີນ ເຂົ້າຮ່ວມ.

ໃນພິທີ, ທ່ານຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ຍົກຫຼາຍບັນຫາທີ່ພົ້ນເດັ່ນ ໂດຍສະເພາະວຽກງານທີ່ສາມາດປະຕິບັດໄດ້ ໃນໜຶ່ງປີຜ່ານມາ ສະແດງອອກຄື:

ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2018 ແລະ ວາງທິດທາງ ປະຈຳປີ 2019
ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2018 ແລະ ວາງທິດທາງ ປະຈຳປີ 2019

ວຽກງານເກັບກຳສະຖິຕິກວດກາຄົນເຂົ້າ-ອອກເມືອງ ມີທັງໝົດ 901 ຄົນ, ເດັກນ້ອຍ 17 ຄົນ ໃນນັ້ນເອກະສານຖືກຕ້ອງ 744 ຄົນ, ເອກະສານບໍ່ຖືກຕ້ອງ 157 ຄົນ ແລະ ປະກອບມີ 5 ສັນຊາດ.

ນອກນັ້ນ, ທ່ານກໍຍົກໃຫ້ເຫັນບັນຫາເລື່ອງອຸບັດຕິເຫດທີ່ເກີດຂຶ້ນ ມີທັງໝົດ 27 ຄັ້ງ, ມີພາຫະນະເປ່ເພທັງໝົດ 46 ຄັນ, ເປ່ເພເລັກໜ້ອຍ 33 ຄັນ, ເປ່ເພສົມຄວນ 12 ຄັນ, ໃຊ້ການບໍ່ໄດ້ 1 ຄັນ, ມີຄົນໄດ້ຮັບບາດເຈັບ 53 ຄົນ, ບາດເຈັບເລັກໜ້ອຍ 31 ຄົນ, ບາດເຈັບສົມຄວນ 18  ຄົນ, ບາດເຈັບສາຫັດ 2  ຄົນ ແລະ ເສຍຊີວິດ 2 ຄົນ ລວມມູນຄ່າເສຍຫາຍ 40 ລ້ານກວ່າກີບ.

ກອງບັນຊາການ ປກສ ເມືອງພູວົງ ແຂວງອັດຕະປື
ກອງບັນຊາການ ປກສ ເມືອງພູວົງ ແຂວງອັດຕະປື

ທິດທາງໃນຕໍ່ໜ້າ ຈະໄດ້ສືບຕໍ່ຊີ້ນໍາບັນຊາຂອງ ຄະນະພັກ-ຄະນະນຳຂັ້ນເທິງພະແນກ, ກຸ່ມບ້ານຍັງຂາດຄວາມເອົາໃຈໃສ່ກວດກາຕິດຕາມການປະຕິບັດໜ້າທີ່ຂອງ ກຳລັງວິຊາສະເພາະ ຢ່າງເປັນລະບົບ ແລະ ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບໃນກຳລັງ ແລະ ສືບຕໍ່ຊີ້ນຳ-ນໍາພາເຫຼົ່າວິຊາສະເພາະຕ່າງໆທີ່ຕົນຮັບຜິດຊອບ ໃຫ້ເຂັ້ມງວດກວ່າເກົ່າ.