ບັນຫາການລັກລອບຂົນຂີ້ເຫຍື້ອພຼາສຕິກ ເຂົ້າປະເທດ ໃນມາເລເຊຍ - ລັດຖະມົນຕີ ເລັ່ງແກ້ໄຂໂດຍດ່ວນ

ທ່ານ ນາງ ຢຽວ ບີ ຢິນ ລັດຖະມົນຕີ ກະຊວງພະລັງງານ ວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ມາເລເຊຍ ຖະແຫຼງການ ໃນວັນທີ 23 ເມສາ ທີ່ຜ່ານມາ ວ່າ: ຈາກການສອບສວນເປັນເວລາ 2 ອາທິດ ພົບວ່າ ມີການລັກລອບຂົົນຂີ້ເຫຍື້ອພຼາສຕິກ ເຂົ້າມາໃນປະເທດ ໂດຍໃຊ້ຕູ້ສິນຄ້າທີ່ຂົນສົ່ງທາງເຮືອ ເຊິ່ງຕິດປ້າຍຫຼອກເຈົ້າໜ້າທີ່ວ່າ ເປັນການນຳເຂົ້າພຼາສຕິກ ປະເພດທີ່ບໍ່ຕ້ອງມີໃບອະນຸຍາດ.

“ ເຮົາພົບວ່າ ມີຕູ້ສິນຄ້າສ່ວນໜຶ່ງ ທີ່ມີພຼາສຕິກເຫຼົ່ານີ້ປົນຢູ່ ແຕ່ຕິດປ້າຍກຳກັບວ່າ ບໍ່ແມ່ນພຼາສຕິກປະເພດ 3915 (ເສດ, ເສດຕັດ ແລະ ຂອງທີ່ໃຊ້ບໍ່ໄດ້ ທີ່ເປັນພຼາສຕິກ) ເຊິ່ງຕ້ອງຂໍໃບອະນຸຍາດກ່ອນນຳເຂົ້າ ”.

ທ່ານ ນາງ ຢຽວ ເປີດເຜີຍວ່າ:

ພຼາສຕິກເຫຼົ່ານີ້ ຕິດປ້າຍກຳກັບປອມ ວ່າເປັນພຼາສຕິກປະເພດ 3920 (ແຜ່ນ, ແຜ່ນບາງ, ຟີມ, ຟອຍ ແລະ ແຖບຊະນິດອ່ອນ ເຮັດດ້ວຍພຼາສຕິກທີ່ບໍ່ເຮັດເປັນແບບເຊວລູລາ ແລະ ບໍ່ເສີມໃຫ້ແຂງແຮງ, ບໍ່ອັດເປັນຊັ້ນ, ບໍ່ເສີມຮອງ ຫຼື ບໍ່ປະກົບດ້ວຍວິທີທີ່ຄ້າຍກັນ ດ້ວຍວັດຖຸອື່ນ) ທີ່ບໍ່ຕ້ອງມີໃບອະນຸຍາດ ແລະ ສາມາດນຳເຂົ້າປະເທດໄດ້ທັນທີ.

ນອກຈາກນີ້, ທ່ານ ນາງ ຢຽວ ຍັງເປີດເຜີຍຕື່ມວ່າ:

ຂີ້ເຫຍື້ອພຼາສຕິກທີ່ພົບຄັ້ງນີ້ ຖືກລັກລອບຂົນມາຈາກປະເທດພັດທະນາແລ້ວ ສະນັ້ນຈຶ່ງຈຳເປັນຕ້ອງມີການຮ່ວມມືລະຫວ່າງປະເທດ ເພື່ອກຳຈັດເຄືອຂ່າຍຂົນຂີ້ເຫຍື້ອພຼາສຕິກ ທົ່ວໂລກນີ້.

“ ເຮົາຕ້ອງການໃຫ້ຄວາມສຳຄັນກັບ ແຫຼ່ງກຳເນີດຂອງການນຳເຂົ້າພຼາສຕິກຜິດກົດໝາຍ ເຮົາຈຳເປັນຕ້ອງສະກັດກັ້ນພຼາສຕິກເຫຼົ່ານີ້ ທີ່ທ່າເຮືອທົ່ວປະເທດ ແລະ ເຊື່ອວ່າມີເຄືອຂ່າຍທີ່ສ້າງຜົນກຳໄລມະຫາສານ ຈາກການນຳເຂົ້າຂີ້ເຫຍື້ອເຫຼົ່ານີ້ ຈາກບັນດາປະເທດພັດທະນາແລ້ວ ”.

ທ່ານ ນາງ ຢຽວ ກ່າວຢໍ້າວ່າ:

ທາງກະຊວງສິ່ງແວດລ້ອມ ຈະດຳເນີນການເຕັມທີ່ ເພື່ອນຳຕົວຜູ້ຢູ່ເບື້ອງຫຼັງ ການນຳເຂົ້າຂີ້ເຫຍື້ອຜິດກົດໝາຍເຫຼົ່ານີ້ ມາລົງໂທດຕາມກົດໝາຍໃຫ້ໄດ້ພາຍໃນເດືອນໜ້າ ພ້ອມເຕືອນໜ່ວຍງານຕ່າງໆ ໃຫ້ຈັບຕາເບິ່ງກຸ່ມລູກຄ້າທີ່ນຳເຂົ້າຂີ້ເຫຍື້ອພຼາສຕິກ ຢ່າງໃກ້ຊິດ.

“ ລັດຖະບານມາເລເຊຍ ມີສິດທີ່ຈະຖອນໃບອະນຸຍາດນຳເຂົ້າສິນຄ້າ ຫາກພົບວ່າ ຜູ້ນັ້ນຈົງໃຈຕິດປ້າຍກຳກັບສິນຄ້າຫຼອກລວງເຈົ້າໜ້າທີ່ ”.

ຂະນະດຽວກັນ, ບັນດາຜູ້ສົ່ງອອກຂີ້ເຫຍື້ອພຼາສຕິກດັ່ງກ່າວ ຈະໄດ້ຮັບແຈ້ງໃຫ້ນຳຂີ້ເຫຍື້ອກັບໄປ ພາຍໃນປະມານ 3 ເດືອນ ຕາມກອບເວລາທີ່ລະບຸໃນອະນຸສັນຍາ ບາເຊິນ “ມາເລເຊຍ ຈະຕ້ອງບໍ່ເປັນແຫຼ່ງຖິ້ມຂີ້ເຫຍື້ອຂອງໂລກ ເຮົາຈະສົ່ງຂີ້ເຫຍື້ອເຫຼົ່ານັ້ນ ກັບໄປຍັງປະເທດຕົ້ນທາງ”.