3 ບ້ານ ໃນເມືອງໄຊພູທອງຖືກຮັບຮອງເປັນບ້ານພັດທະຍາຮອບດ້ານ

ເມືອງໄຊພູທອງ ແຂວງສະຫວັນນະເຂດ ຈັດພິທີປະກາດຮັບຮອງ ແລະ ມອບໃບຢັ້ງຢືນເອົາບ້ານຂົວດໍາ, ບ້ານຄໍາຊັນ ແລະ ບ້ານນາດູ່ ເປັນບ້ານພັດທະນາຮອບດ້ານ. ນອກນັ້ນ ຍັງໄດ້ມອບໃບຢັ້ງຢືນບ້ານພັດທະນາດ້ານແຮງງານໃຫ້  6 ບ້ານ, ໃບຢັ້ງຢືນໜ່ວຍພັກເຂັ້ມແຂງ, ໜັກແໜ້ນ 6 ບ້ານ, ໃບຢັ້ງຢືນຮັບຮອງເອົາຄອບຄົວ ແລະ ບ້ານປ້ອງກັນຊາດ ເຂັ້ມແຂງ 18 ບ້ານ. ພິທີດັ່ງກ່າວ ໄດ້ຈັດ ຂຶ້ນຫວ່າງບໍ່ດົນມານີ້, ໂດຍການເຂົ້າຮ່ວມ ແລະ ລັ່ນຄ້ອງ 9 ບາດ ຂອງທ່ານ ທອງທ່ຽງ ສີດາວົງ ຫົວໜ້າຄະນະຈັດຕັ້ງ ແຂວງ ພ້ອມດ້ວຍແຂກຮັບເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງ.

????????????????????????????????????

ທ່ານ ບຸນທ່ຽງ ສີບົວພັນ ເລຂາພັກບ້ານ ນາຍບ້ານຄໍາຊັນ ໄດ້ຕາງໜ້ານາຍ ບ້ານທັງ 3 ບ້ານ ຂຶ້ນຜ່ານບົດສະຫຼຸບ ໃຫ້ຮູ້ວ່າ:

ທັງສາມບ້ານມີພົນລະເມືອງ ທັງໝົດ 2.940 ຄົນ ຍິງ 1.528 ຄົນ; ມີ 526 ຫຼັງຄາເຮືອນ; 592 ຄອບຄົວ, ຈັດແບ່ງເປັນ 35 ໜ່ວຍປົກຄອງ, ມີອາຊີບກະສິກຳປູກຝັງ ແລະ ລ້ຽງສັດ 98%, ມີຄອບຄົວພັດທະນາ 561 ຄອບຄົວ ເທົ່າ 95,29%, ພາຍໃນ 3 ບ້ານ ມີເນື້ອ ທີ່ນາທັງໝົດ 1.527,17 ເຮັກຕາ, ດິນສວນ 43 ເຮັກຕາ, ດິນປຸກສ້າງ 380.198 ຕາແມັດ. ທັງສາມບ້ານມີອົງການຈັດຕັ້ງສະມາຊິກສະຫະພັນແມ່ຍິງຈຳນວນ 117 ຄົນ, ສ້າງເປັນແມ່ຍິງ 3 ດີ ໄດ້ 111 ຄົນ ເທົ່າກັບ 94,87%; ມີ ຄອບຄົວປະຕິບັດສິດສະເໝີພາບຍິງ-ຊາຍ 577 ຄອບຄົວ ເທົ່າກັບ 92,37% ແລະ ໄດ້ຮັບຮອງເປັນບ້ານແມ່ຍິງ 3 ດີ; ບ້ານປະຕິບັດສິດສະເໝີພາບຍິງ-ຊາຍ ມີຄອບຄົວສາມັກຄີປອງດອງ 552 ຄອບຄົວ ເທົ່າກັບ 92,61%.

????????????????????????????????????

ໃນໂອກາດນີ້, ທ່ານ ທອງທ່ຽງ ສີດາວົງ ໄດ້ຮຽກຮ້ອງໃຫ້ຄະນະພັກ ອໍານາດການປົກຄອງແຕ່ລະບ້ານຕະຫຼອດເຖິງພໍ່-ແມ່ປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາບ້ານຂອງຕົນໃຫ້ເປັນບ້ານພັດທະນາຕະຫຼອດໄປ.

????????????????????????????????????