ເມືອງເງິນ ມີຄວາມພ້ອມໃນການເປີດວັນສັກຢາກັນພະຍາດແຫ່ງຊາດ

ໃນກາງເດືອນເມສາ 2019 ນີ້, ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມກະກຽມເປີດວັນສັກຢາກັນພະຍາດແຫ່ງຊາດ ກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ປະຈຳປີ 2019 ໂດຍ ການເປັນປະທານຂອງ ທ່ານ ສອນສຸກ ພວງແກ້ວ ຮອງເຈົ້າເມືອງ ປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ ຂັ້ນເມືອງ, ມີພະນັກງານການນໍາ, ພະນັກງານຫຼັກແຫຼ່ງຈາກບັນດາຫ້ອງການອ້ອມຂ້າງ, ນາຍບ້ານ, ອົງການຈັດຕັ້ງມະຫາຊົນ ແລະ  ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດຣ ບຸນເລື່ອນ ບົວໄລ ຫົວໜ້າຫ້ອງການສາທາລະນະສຸກເມືອງ ໃຫ້ຮູ້ວ່າ:

ການກະກຽມເປີດວັນສັກຢາກັນພະຍາດແຫ່ງຊາດ ກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ປະຈຳປີ 2019 ຢູ່ເມືອງເງິນ ແມ່ນມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນແມ່ນການເກັບກໍາຂໍ້ມູນເປົ້າໝາຍເດັກໃນເກນອາຍຸ 6 ເດືອນ ຫາ 10 ປີ ທີ່ຈະສັກຢາກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ; ສໍາ ເລັດການຂຶ້ນແຜນການກຳນົດຈັດວາງວຽກງານດ້ານບຸກຄະລາກອນ ແລະ ອຸປະກອນຮັບໃຊ້. ພ້ອມທັງອອກຂໍ້ຕົກລົງ ຂອງທ່ານເຈົ້າເມືອງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບແຕ່ລະເຂດບໍລິການສັກຢາ.

ຜ່ານການເກັບກໍາຂໍ້ມູນຕົວຈິງ ເມືອງເງິນ ມີພົນລະເມືອງ ຈຳນວນ 18.900 ກວ່າຄົນ. ໃນນີ້, ມີເດັກໃນກຸ່ມເປົ້າໝາຍສັກຢາກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍໃນເກນອາຍຸແຕ່ 6 ເດືອນ ຫາ 10 ປີ ມີຈຳນວນ 3.800 ກວ່າຄົນ ແລະ ຈະໄດ້ແບ່ງອອກເປັນ 45 ຈຸດບໍລິການເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມວ່ອງໄວ, ເຂົ້າທົ່ວເຖິງບຸກຄະລາກອນ ແລະ ມີຄວາມສໍາເລັດດີຂຶ້ນກວ່າເກົ່າ.