ໜ້າຫຼັກ Tags ເມືອງໄຊພູທອງ

Tag: ເມືອງໄຊພູທອງ

ກອງບັນຊາການ ປກສ ເມືອງໄຊພູທອງ ປະກາດແຕ່ງຕັ້ງ-ເລື່ອນຊັ້ນ

ກອງບັນຊາການ ປກສ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການແຕ່ງຕັ້ງ ແລະ ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ ໃນວັນທີ 3 ສິງຫາ 2021

ເມືອງໄຊພູທອງ ກຽມປູກເບ້ຍໄມ້ໃນເນື້ອທີ່ 50 ເຮັກຕາ

ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ທີ 1 ມີຖຸນາ 2020, ທົ່ວເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ວາງແຜນຈະປູກຕົ້ນໄມ້ໃຫ້ໄດ້ໃນເນື້ອທີ່ 50 ເຮັກຕາ; ໃນນີ້, ມີໄມ້ແຕ້ຄ່າ 700 ເບ້ຍ, ໄມ້ຍາງ 100 ເບ້ຍ ແລະ ຕົ້ນໄມ້ປະດັບ 2.559 ເບ້ຍ.

ເມືອງໄຊພູທອງ ອະນຸຍາດໃຫ້ແຮງງານທີ່ຖືກກັກຕົວ ກັບບ້ານໄດ້ແລ້ວ 2.504 ຄົນ

ພາຍຫຼັງທີ່ໄດ້ເລີ່ມຈັດຕັ້ງປະຕິບັດ ແຜນຄວບຄຸມການແຜ່ລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19) ແຕ່ວັນທີ 21 ມີນາ ຫາ 20 ເມສາ 2020 ເປັນຕົ້ນມາ, ທີມງານຄະນະສະເພາະກິດຂອງ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຈັດສູນກັກກັນແຮງງານລາວທີ່ມາຈາກປະເທດກຸ່ມສ່ຽງ ໂດຍມີສູນກັກກັນທັງໝົດ 46 ສູນ ແລະ ມີແຮງງານເຂົ້ານອນສູນທັງໝົດ 2.507 ຄົນ...

ເມືອງໄຊພູທອງ – ອຳເພີດອນຕານ ຮ່ວມມືສະກັດກັ້ນ ແລະ ຕ້ານຢາເສບຕິດ

ເມືອງໄຊພູທອງ ແຂວງສະຫວັນນະເຂດ ສປປ ລາວ ແລະ ຄະນະປະສານງານປາບປາມຢາເສບຕິດຊາຍແດນ ອໍາເພີດອນຕານ ຈັງຫວັດມຸກດາຫານ ລາຊະອານາຈັກໄທ ໄດ້ຈັດກອງປະຊຸມປະສານງານປາບປາມຢາເສບຕິດຊາຍແດນ ລາວ-ໄທ ຄັ້ງທີ III ໃນວັນທີ 14 ພຶດສະພາ ຜ່ານມາ ຢູ່ທີ່ ຫ້ອງວ່າການປົກຄອງເມືອງໄຊພູທອງ, ໂດຍການເປັນປະທານຂອງ ທ່ານ ຄໍາວິໃສ...

3 ບ້ານ ໃນເມືອງໄຊພູທອງ ຖືກຮັບຮອງເປັນ ບ້ານພັດທະນາຮອບດ້ານ

ເມືອງໄຊພູທອງ ແຂວງສະຫວັນນະເຂດ ຈັດພິທີປະກາດຮັບຮອງ ແລະ ມອບໃບຢັ້ງຢືນເອົາບ້ານຂົວດໍາ, ບ້ານຄໍາຊັນ ແລະ ບ້ານນາດູ່ ເປັນບ້ານພັດທະນາຮອບດ້ານ. ນອກນັ້ນ ຍັງໄດ້ມອບໃບຢັ້ງຢືນບ້ານພັດທະນາດ້ານແຮງງານໃຫ້  6 ບ້ານ, ໃບຢັ້ງຢືນໜ່ວຍພັກເຂັ້ມແຂງ, ໜັກແໜ້ນ 6 ບ້ານ, ໃບຢັ້ງຢືນຮັບຮອງເອົາຄອບຄົວ ແລະ ບ້ານປ້ອງກັນຊາດ ເຂັ້ມແຂງ 18...

ເມືອງໄຊພູທອງ ປີດຝືກອົບຮົມກໍ່ສ້າງບ້ານປ້ອມໝັ້ນ-ສູ້ຮົບຕິດລຽນ ຢູ່ກຸ່ມບ້ານທ່າໂພ

ພິທີປິດຊຸດອົບຮົມກໍ່ສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ ຢູ່ກຸ່ມບ້ານທ່າໂພ ເມືອງໄຊພູທອງ ແຂວງສະຫວັນນະເຂດ ປະຈໍາປີ 2018 ພາຍຫຼັງໄດ້ດຳເນີນມາເປັນເວລາ 10 ວັນ, ໄດ້ປິດລົງໃນອາທິດຜ່ານມາ, ໃຫ້ກຽດເຂົ້າຮ່ວມໂດຍ ພັອ ຄໍາສະເຫວີຍ ສິນທະໂນໄຊ ຮອງກົມການທະຫານທ້ອງຖິ່ນ,...