ເມືອງໄຊພູທອງ ກຽມປູກເບ້ຍໄມ້ໃນເນື້ອທີ່ 50 ເຮັກຕາ

0
998

ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ທີ 1 ມີຖຸນາ 2020, ທົ່ວເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ວາງແຜນຈະປູກຕົ້ນໄມ້ໃຫ້ໄດ້ໃນເນື້ອທີ່ 50 ເຮັກຕາ; ໃນນີ້, ມີໄມ້ແຕ້ຄ່າ 700 ເບ້ຍ, ໄມ້ຍາງ 100 ເບ້ຍ ແລະ ຕົ້ນໄມ້ປະດັບ 2.559 ເບ້ຍ.

ທ່ານ ບຸນມາ ເທບພູໄຊ ຫົວໜ້າຫ້ອງການກະສິກໍາ-ປ່າໄມ້ ເມືອງໄຊພູທອງ ໄດ້ໃຫ້ຮູ້ວ່າ: ປີນີ້ ເມືອງໄຊພູທອງ ໄດ້ມີຄວາມພະຍາຍາມເຮັດໃຫ້ຊັບພະຍາກອນປ່າໄມ້ເພີ່ມຂື້ນ ແລະ ສ້າງຄວາມອຸດົມສົມບູນແກ່ທໍາມະຊາດ ໂດຍເອົາໃຈໃສ່ປູກໄມ້ໃນແຕ່ລະປີ; ສະເພາະໃນປີນີ້, ເມືອງໄຊພູທອງ ມີແຜນປູກໄມ້ໃນເນື້ອທີ່ 50  ເຮັກຕາ ໂດຍມີການກະກຽມເບ້ຍໄມ້ຊະນິດຕ່າງໆເຊັ່ນ: ໄມ້ແຕ້ຄ່າ, ໄມ້ຍາງ, ໄມ້ຄູນ ແລະ ໄມ້ອື່ນໆ ເພື່ອສະໜອງໃຫ້ແກ່ແຜນການປູກໄມ້ໃນປີນີ້ ຈໍານວນ 3.359 ເບ້ຍ.

ເມືອງໄຊພູທອງ ກຽມປູກຕົ້ນໄມ້ໃນພື້ນທີ່ 50 ເຮັກຕາ ເນື່ອງໃນ ວັນປູກຕົ້ນໄມ້ແຫ່ງຊາດ
ເມືອງໄຊພູທອງ ກຽມປູກຕົ້ນໄມ້ໃນພື້ນທີ່ 50 ເຮັກຕາ ເນື່ອງໃນ ວັນປູກຕົ້ນໄມ້ແຫ່ງຊາດ

ນອກຈາກວຽກງານປູກຕົ້ນໄມ້ແລ້ວ: ສໍາລັບພື້ນພູປ່າປີນີ້ ເມືອງໄຊພູທອງ ແມ່ນຕັ້ງເປົ້າໝາຍໃຫ້ໄດ້ 50 ເຮັກຕາ, ໃນນັ້ນ ຈະພື້ນພູປ່າເຂດບ້ານດອນສະໂນດ 5 ເຮັກຕາ, ພ້ອມທັງໄດ້ສົມທົບກັບອໍານາດການປົກຄອງບ້ານ ປູກໄມ້ຕາມສາຍທາງພາຍໃນເມືອງ; ສໍາລັບພິທີປູກໄມ້ຂອງເມືອງໄຊພູທອງ ແມ່ນຈະໄດ້ຈັດຂຶ້ນໃນວັນທີ 1 ມີຖຸນາ ທີ່ຈະມາເຖິງນີ້ ຢູ່ບ້ານດອນສະໂນດ ໂດຍເປົ້າໝາຍເພື່ອເພີ່ມພື້ນທີ່ສີຂຽວໃຫ້ໝູ່ບ້ານດັ່ງກ່າວ.