ພາຍຫຼັງທີ່ໄດ້ເລີ່ມຈັດຕັ້ງປະຕິບັດ ແຜນຄວບຄຸມການແຜ່ລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19) ແຕ່ວັນທີ 21 ມີນາ ຫາ 20 ເມສາ 2020 ເປັນຕົ້ນມາ, ທີມງານຄະນະສະເພາະກິດຂອງ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຈັດສູນກັກກັນແຮງງານລາວທີ່ມາຈາກປະເທດກຸ່ມສ່ຽງ ໂດຍມີສູນກັກກັນທັງໝົດ 46 ສູນ ແລະ ມີແຮງງານເຂົ້ານອນສູນທັງໝົດ 2.507 ຄົນ ຍິງ 1.246 ຄົນ.

ບັນດາແຮງງານລາວທີ່ຖືກກັກຕົວຢູ່ສູນແຕ່ລະແຫ່ງ ໄດ້ປະຕິບັດຄົບກໍານົດ 14 ວັນແລ້ວ, ທີມງານແພດໝໍປະຈໍາສູນ ກໍໄດ້ກວດກາສຸຂະພາບ ແລະ ອຸນຫະພູມກ່ອນການກັບຄືນສູ່ຄອບຄົວ ເຊິ່ງກໍເຫັນວ່າ:

ບໍ່ມີອາການຫຍັງຜິດປົກກະຕິ ຈຶ່ງໄດ້ໃຫ້ແຮງງານອອກຈາກສູນເມືອຕິດຕາມອາການຢູ່ບ້ານ ຈໍານວນ 2.504 ຄົນ ຍິງ 1.244 ຄົນ, ມີແຮງງານລາວອອກຈາກສູນແລ້ວ ຈໍານວນ 45 ສູນ, ຍັງເຫຼືອພຽງສູນດຽວ ຄື: ສູນບ້ານສີສະຫວ່າງໃຕ້ ທີ່ມີແຮງງານຄ້າງສູນ 3 ຄົນ ຍິງ 2 ຄົນ.

ນອກຈາກນີ້, ພາຍຫຼັງທີ່ແຮງງານຍ້າຍອອກໝົດແລ້ວ ທີມງານແພດໝໍກໍໄດ້ທໍາຄວາມສະອາດ ແລະ ຊີດຢາຂ້າເຊື້ອບໍລິເວນສູກກັກກັນດັ່ງກ່າວ.