ໃນວັນທີ 15-16 ເມສາ 2020, ບໍລິສັດ ທີເຮັສບີ ກຣຸບ ຈໍາກັດ ໄດ້ນຳເອົາເຄື່ອງອຸປະກອນການແພດ ເພື່ອຕ້ານການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ມາມອບໃຫ້ ຄະນະສະເພາະກິດ ແຂວງວຽງຈັນ.

ເຄື່ອງທີ່ນຳມາມອບໃຫ້ ໂຮງໝໍແຂວງວຽງຈັນ ໃນຄັ້ງນີ້ມີ:

  • ຊຸດແພດປ້ອງກັນພະຍາດ ຈໍານວນ 8 ຊຸດ
  • ຜ້າອັດປາກ-ດັງ ຈໍານວນ 2.500 ແຜນ
  • ເຫຼົ້າ 90 ຈໍານວນ 10 ຕຸກ
  • ເຂົ້າສານ 500 ກິໂລກຣາມ

ໂອກາດດຽວກັນນີ້, ບໍລິສັດ ທີເຮັສບີ ກຣຸບ ຈໍາກັດ ຍັງໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ ຄະນະສະເພາະກິດ ເມືອງວັງວຽງ ໃນນັ້ນມີ: ຊຸດແພດປ້ອງກັນພະຍາດ ຈໍານວນ 8 ຊຸດ, ຜ້າອັດປາກ-ດັງ ຈໍານວນ 5000 ແຜນ, ເຫຼົ້າ 90 ຈໍານວນ 10 ຕຸກ, ເຂົ້າສານ 500 ກິໂລ ລວມມູນຄ່າທັງໝົດ 36.000.000 ກີບ, ເຊິ່ງພິທີມອບ-ຮັບເຄື່ອງດັ່ງກ່າວ ໄດ້ຈັດຂຶ້ນທີ່ໂຮງໝໍ ແຂວງວຽງຈັນ ແລະ ຫ້ອງວ່າການປົກຄອງ ເມືອງວັງວຽງ.

ມອບໂດຍ ທ່ານ ສອນເພັດ ໄຊສະຫວັດ ຕາງໜ້າບໍລິສັດ ທີເຮັສບີ ກຣຸບ ຈໍາກັດ ພ້ອມຄະນະ ແລະ ຮັບໂດຍ ທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງໆວຽງຈັນ ທັງເປັນ ປະທານຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ ການລະບາດຂອງພະຍາດ COVID-19 ຂອງແຂວງ ແລະ ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງໆວັງວຽງ ທັງເປັນ ຫົວໜ້າຄະນະສະເພາະກິດ ໃນການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງ ພ້ອມດ້ວຍຄະນະສະເພາະກິດ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງໆວຽງຈັນ ກໍໄດ້ມອບໃບກຽດຕິຄຸນໃຫ້ ບໍລິສັດ ທີເຮັສບີ ກຣຸບ ຈໍາກັດ ແລະ ສະແດງຄວາມຂອບໃຈທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ພ້ອມທັງຢໍ້າວ່າຈະນໍາເອົາເຄື່ອງດັ່ງກ່າວ ໄປນໍາໃຊ້ເຂົ້າໃນວຽກງານໃຫ້ເກີດປະໂຫຍດອັນສູງສຸດ.