ເມືອງໄຊພູທອງ ປີດຝືກອົບຮົມກໍ່ສ້າງບ້ານປ້ອມໝັ້ນ-ສູ້ຮົບຕິດລຽນ ຢູ່ກຸ່ມບ້ານທ່າໂພ

0
2754

ພິທີປິດຊຸດອົບຮົມກໍ່ສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ ຢູ່ກຸ່ມບ້ານທ່າໂພ ເມືອງໄຊພູທອງ ແຂວງສະຫວັນນະເຂດ ປະຈໍາປີ 2018 ພາຍຫຼັງໄດ້ດຳເນີນມາເປັນເວລາ 10 ວັນ, ໄດ້ປິດລົງໃນອາທິດຜ່ານມາ, ໃຫ້ກຽດເຂົ້າຮ່ວມໂດຍ ພັອ ຄໍາສະເຫວີຍ ສິນທະໂນໄຊ ຮອງກົມການທະຫານທ້ອງຖິ່ນ, ທ່ານ ຄໍາວິໃສ ຜຸຍຍະວົງ ເຈົ້າເມືອງໆໄຊພູທອງ ທັງເປັນປະທານປ້ອງກັນຊາດເມືອງ, ພັທ ລໍາຄູນ ວໍລະວົງ ຮອງຫົວໜ້າ ປກສ ແຂວງສະຫວັນນະເຂດ ມີຄະນະ ພັກ-ຄະນະບັນຊາ ປກຊ-ປກສ ແລະ ນັກສໍາມະນາກອນເຂົ້າຮ່ວມ 300 ກວ່າຄົນ.

ພັທ ຄໍາໄໝ ເທບທອງແສນ ຫົວໜ້າການທະຫານ ປກຊ ເມືອງ ກ່າວວ່າ:

ການຝຶກອົບຮົມການສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ ຢູ່ກຸ່ມບ້ານທີ 2 ກໍຄື ບ້ານທ່າ ໂພ ໃນຄັ້ງນີ້ ເປັນການຍົກລະດັບຄວາມຮູ້-ຄວາມສາມາດໃຫ້ອໍານາດການປົກຄອງຂັ້ນກຸ່ມບ້ານ-ຂັ້ນບ້ານ ຮູ້ຊີ້ນໍາ-ນໍາພາບັນຊາໃນຂົງເຂດວຽກງານ ປກຊ-ປກສ ຕິດພັນກັບວຽກງານເສດຖະກິດ-ວັດທະນະທໍາສັງຄົມ ຕິດຕາມຍຸດທະສາດຂອງພັກ ໃຫ້ກາຍເປັນໜ້າທີ່ຂອງປວງຊົນ ແລະ ຜັນຂະຫຍາຍແນວທາງ ປກຊ-ປກສ ຂອງພັກໃຫ້ກາຍເປັນຮູບປະທໍາຢູ່ຂັ້ນກຸ່ມບ້ານ-ຂັ້ນບ້ານ ການຫັດແອບໃນຄັ້ງນີ້ ເຮັດໃຫ້ອໍານາດການປົກຄອງໃນ 4 ບ້ານ ເວົ້າລວມ

ເວົ້າສະເພາະ ບ້ານທ່າໂພ ກອງຫຼອນ ປກຊ-ປກສ ບ້ານ ໄດ້ຮັບຮູ້ກ່ຽວກັບວິທີສ້າງແຜນການຂອງບ້ານ-ກຸ່ມບ້ານສູ້ຮົບ, ໃນຍາມສັນຕິພາບ ແລະ ໃນຍາມສົງຄາມເປັນການບໍາລຸງກໍ່ສ້າງພະນັກງານບັນຊາການແຕ່ລະຂັ້ນຂອງບ້ານ-ກຸ່ມບ້ານ ຕໍ່ວຽກງານ ປກຊ-ປກສ ໃຫ້ມີຄວາມຮູ້-ຄວາມສາມາດໃນການຈັດຕັ້ງປະຕິບັດ, ການຊີ້ນໍາ-ນໍາພາບັນຊາສູ້ຮົບ ແລະ ແກ້ໄຂກໍລະນີຕ່າງໆໃຫ້ທັນກັບເວລາ, ການຫັດແອບວຽກງານ ປກຊ-ປກສ ສ້າງບ້ານປ້ອມໝັ້ນສູ້ຮົບຕິດລຽນຕິດພັນກັບການສ້າງກຸ່ມບ້ານພັດທະນາ; ເຊິ່ງໄດ້ສະແດງອອກຄື: ພາກທິດສະດີ ບັນລຸໄດ້ 80%, ພາກລະບຽບ 70%, ພາກສິນລະປະຍຸດ 75% ແລະ ພາກຍຸດທະວິທີ 80%.

ຜ່ານການຝຶກອົບຮົມໂອກາດດັ່ງກ່າວ, ກໍໄດ້ຜ່ານຂໍ້ຕົກລົງຂອງ ກອງບັນຊາການ ປກຊ-ປກສ, ເຈົ້າເມືອງ ວ່າດ້ວຍ ການຍ້ອງຍໍຜົນງານໃນການຈັດຕັ້ງປະຕິບັດການຝຶກແອບຮໍ່າຮຽນການເມືອງ-ການທະຫານ ແລະ ແບບແຜນການສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ ກຸ່ມບ້ານທີ 2 ບ້ານທ່າໂພ ເມືອງໄຊພູທອງ, 61 ສະຫາຍ, ປກຊ 29 ໃບ, ສັນລະເສີນຂອງທ່ານເຈົ້າເມືອງ ຈໍານວນ 32 ໃບ, ບຸກຄົນດີເດັ່ນ ຈໍານວນ 30 ໃບ ພ້ອມທັງໄດ້ຜັດປ່ຽນກັນມອບໃບຍ້ອງຍໍ, ໃບສັນລະເສີນໃນຄັ້ງນີ້ຢ່າງສົມກຽດ.