ເຜີຍແຜ່ກົດລະບຽບຈາລະຈອນ ທີ່ ຮຮ ມສ ນໍ້າປາ
ຊີ້ນຳ-ນຳພາຂອງ ທ່ານ ພັຕ ທອງຄູນ ສຸວັນນະເພັດ

ໃນຕອນບ່າຍຂອງວັນທີ 3 ມັງກອນ 2019 ຜ່ານມານີ້, ເຈົ້າໜ້າທີ່ຕຳຫຼວດພະແນກຈາລະຈອນ ກອງບັນຊາການ ປກສ ແຂວງອັດຕະປື ໄດ້ລົງໂຄສະນາເຜີຍແຜ່ກົດລະບຽບຈາລະຈອນທາງບົກ ຢູ່ທີ່ໂຮງຮຽນມັດທະຍົມສົມບູນນ້ຳປາ ເມືອງຊານໄຊ ແຂວງອັດຕະປື ໂດຍການຊີ້ນຳ-ນຳພາຂອງ ທ່ານ ພັຕ ທອງຄູນ ສຸວັນນະເພັດ ຮອງພະແນກຈາລະຈອນ ປກສ ແຂວງ ຜູ້ຊີ້ນຳວຽກງານໂຄສະນາກົດລະບຽບຈາລະຈອນທາງບົກ, ມີ ທ່ານ ສຸດອາໄລ ຈັນທະວົງ ຮອງອຳນວຍການໂຮງຮຽນ, ມີເຈົ້າໜ້າທີ່ຕຳຫຼວດຈາລະຈອນຈາກ ປກສ ແຂວງ ແລະ ປກສ ເມືອງ, ຕະຫຼອດຮອດພະນັກງານຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ 260 ກວ່າຄົນ.

ຕຳຫຼວດຈາລະຈອນ ປກສ ແຂວງອັດຕະປື

ທ່ານ ຮທ ຂັນສະຫວັນ ສິມມະລາດ ວິຊາການກອງໂຄສະນາກົດລະບຽບຈາລະຈອນ ປກສ ແຂວງ ໄດ້ຂຶ້ນບັນຍາຍເອກະສານກົດລະບຽບຈາລະຈອນທາງບົກ, ສາລະບານເດີນລົດ, ໝວດປ້າຍຕ່າງໆ ລວມເຖິງເຕັກນິກໃນການນຳໃຊ້ລົດ-ໃຊ້ຖະໜົນ ໃຫ້ຖືກຕ້ອງ ແລະ ຮັບປະກັນໃຫ້ມີຄວາມປອດໄພ.

ມີບັນດາພະນັກງານຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ

ຈາກນັ້ນ, ທ່ານ ຮຕ ສຸລິພອນ ສອນວິຍະເກດ ຮອງກອງຄະດີອຸບັດຕິເຫດ ປກສ ແຂວງ ກໍໄດ້ຂຶ້ນບັນຍາຍເອກະສານກ່ຽວກັບ ອຸບັດຕິເຫດ ເຊິ່ງທ່ານໄດ້ຍົກໃຫ້ເຫັນສາເຫດຫຼັກທີ່ພາໃຫ້ເກີດອຸບັດຕິເຫດ ສ່ວນໃຫຍ່ແມ່ນຍ້ອນຜູ້ຂັບຂີ່ບໍ່ປະຕິບັດກົດລະບຽບຈາລະຈອນ, ຂັບຂີ່ລົດໄວເກີດທີ່ກົດໝາຍກຳນົດ, ຂັບຂີ່ໃນເວລາມຶນເມົາ ແລະ ສາເຫດອື່ນໆ. ນອກນີ້, ທ່ານຍັງຍົກໃຫ້ເຫັນກ່ຽວກັບ ຄະດີອຸບັດຕິເຫດ ທີ່ເກີດຂຶ້ນໃນໄລຍະຂອງການສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ທີ່ຜ່ານມາ ເຊິ່ງນັບແຕ່ວັນທີ 29 ທັນວາ 2018-2 ມັງກອນ 2019 ມີຄະດີອຸບັດຕິເຫດເກີດຂຶ້ນທັງໝົດ 8 ລາຍ, ມີຜູ້ຖືກບາດເຈັບ 14 ຄົນ, ຍິງ 2 ຄົນ ແລະ ພາຫະນະເປ່ເພ 14 ຄັນ ຄິດເປັນມູນຄ່າເສຍຫາຍທັງໝົດ 130 ລ້ານກີບ.

ຂຶ້ນບັນຍາຍເອກະສານກ່ຽວກັບ ອຸບັດຕິເຫດ

ຈາກນັ້ນ, ກໍໄດ້ສ້າງກິດຈະກຳຖາມ-ຕອບ ເພື່ອຢັ່ງຄືນຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງນ້ອງນັກຮຽນ ພ້ອມທັງໄດ້ມອບຂອງຂວັນລາງວັນ ໃຫ້ແກ່ນ້ອງນັກຮຽນທີ່ສາມາດກຳໄດ້ເນື້ອໃນຂອງກົດລະບຽບຈາລະຈອນ ແລະ ອອກມາຮ່ວມກິດຈະກຳດັ່ງກ່າວຢ່າງເປັນຂະບວນຟົດຟື້ນ.

ກິດຈະກຳຖາມ-ຕອບ ເພື່ອຢັ່ງຄືນຄວາມຮັບຮູ້ ແລະ ຄວາມເຂົ້າໃຈ

ຕອນທ້າຍ, ທ່ານ ພັຕ ທອງຄູນ ສຸວັນນະເພັດ ຍັງໄດ້ໂອ້ລົມຕໍ່ນ້ອງນັກຮຽນຂອງ ໂຮງຮຽນມັດທະຍົມສົມບູນນ້ຳປາ ຕື່ມອີກ ເຊິ່ງທ່ານກໍໄດ້ເນັ້ນໜັກຫຼາຍດ້ານ ເປັນຕົ້ນ: ບໍ່ຄວນຂັບຂີ່ໃນເວລາມຶນເມົາ, ບໍ່ນຳໃຊ້ໂທລະສັບໃນເວລາຂັບຂີ່, ບໍ່ຂັບຂີ່ລົດຮຽງກັນເປັນແພ ເພາະມັນຈະກີດຂວາງການສັນຈອນ ແລະ ເຮັດໃຫ້ເກີດອຸບັດຕິເຫດໄດ້. ນອກນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ນ້ອງນັກຮຽນ ຈົ່ງເອົາໃຈໃສ່ປະຕິບັດກົດລະບຽບຈາລະຈອນຢ່າງເຄັ່ງຄັດ ເພື່ອເຮັດໃຫ້ການສັນຈອນຕາມທ້ອງຖະໜົນຫຼວງມີຄວາມເປັນລະບຽບຮຽບຮ້ອຍ ແລະ ເພື່ອເຮັດໃຫ້ບັນຫາການເກີດອຸບັດຕິເຫດໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.