ປາຖະກະຖາ ວັນໄຊຊະນະການປະຕິວັດ ກູບາ 60 ປີ

0
1277

ຄະນະໂຄສະນາອົບຮົມສູນກາງພັກ, ຄະນະພົວພັນຕ່າງປະເທດ, ສະມາຄົມມິດຕະພາບ ລາວ-ກູບາ ແລະ ສະຖານເອກອັກຄະລັດຖະທູດ ສ.ກູບາ ປະຈໍາ ສປປ ລາວ ຮ່ວມກັນຈັດພິທີປາຖະກະຖາ, ສາຍວີດີໂອ ແລະ ວາງສະແດງຮູບພາບ ວັນໄຊຊະນະການປະຕິວັດ ກູບາ ຄົບຮອບ 60 ປີ (1 ມັງກອນ 1959-1 ມັງກອນ 2019 ) ໃນວັນທີ 3 ມັງກອນ 2019 ໂດຍມີ ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ປະທານສະມາຄົມມິດຕະພາບ ລາວ-ກູບາ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ພະນັກງານການນໍາພັກ-ລັດ, ພະນັກງານຫຼັກແຫຼ່ງຈາກອົງການຈັດຕັ້ງອ້ອມຂ້າງສູນກາງພັກ ແລະ ບັນດາກະຊວງ ເຂົ້າຮ່ວມ.

ເຂົ້າຮ່ວມໂດຍ ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ

ທ່ານ ປາໂບລ ອັນໂຕນິໂອ ໂຣດຣີເກຣດ ວິດາລ (Pablo An tonio Rodriguez Vidal) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສ.ກູບາ ປະຈໍາ ສປປ ລາວ ກ່າວວ່າ:

ການຈັດພິທີປາຖະກະຖາໃນຄັ້ງນີ້ ກໍເພື່ອຫວນຄືນມູນເຊື້ອອັນພິລະອາດຫານຂອງປະຊາຊົນກູບາ ໃນພາລະກິດຕໍ່ສູ້ໃນເມື່ອກ່ອນ ແລະ ການນໍາພາຂອງພັກກອມມູນິດກູບາ ໃນພາລະກິດສ້າງສາປະເທດຊາດສັງຄົມນິຍົມ ຕະຫຼອດ 60 ປີຜ່ານມາ, ທັງພັດທະນາປະເທດຊາດ, ທັງຕໍ່ສູ້ໃຫ້ມີການຍົກເລີກການຂວໍ້າບາດຂອງອາເມລິກາ ເປັນເວລາຫຼາຍສິບປີ,

ເພື່ອຄວາມເປັນເອກະພາບແຫ່ງຊາດ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງ ທ່ານ ຟີແດນ ກຣາສໂຕຣ ຜູ້ນໍາທີ່ກ້າແກ່ນຂອງປະຊາຊົນກູບາ, ເພື່ອຍົກໃຫ້ເຫັນບັນດາຜົນງານຮອບດ້ານໃນການພັດທະນາເສດຖະກິດສັງຄົມຂອງກູບາ ໃນປັດຈຸບັນ,

ພ້ອມນັ້ນກໍໄດ້ຕີລາຄາສູງ ແລະ ຍົກໃຫ້ເຫັນມູນເຊື້ອແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃນໄລຍະການຕໍ່ສູ້ກູ້ຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາປະຊາຊາດໃນປັດຈຸບັນ.

ພິທີປາຖະກະຖາ, ສາຍວີດີໂອ ແລະ ວາງສະແດງຮູບພາບວັນໄຊຊະນະການປະຕິວັດ ກູບາ ຄົບຮອບ 60 ປີ

ພາຍຫຼັງຮັບຟັງການປາຖະກະຖາເລົ່າມູນເຊື້ອແລ້ວ ຍັງໄດ້ມີການສາຍວີດີໂອ, ຮູບພາບກ່ຽວກັບການປະຕິວັດ ກູບາ, ເຊິ່ງເຮັດໃຫ້ຜູ້ເຂົ້າຮ່ວມຮັບຮູ້ ແລະ ເຂົ້າໃຈຢ່າງຈະແຈ້ງກ່ຽວກັບ ພາລະກິດການປະຕິວັດ ກໍຄື ການພັດທະນາເສດຖະກິດສັງຄົມ ແລະ ສະພາບຂອງກູບາ ໃນປັດຈຸບັນ.