ກອງພັນປ້ອງກັນເຄື່ອນທີ່ ມອບລົດຈັກຄືນເຈົ້າຂອງເດີມ

0
593

ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງບໍລິຄໍາໄຊ ໄດ້ມອບລົດຈັກເວບ 100 ສີຟ້າ-ດຳ ຍັງບໍ່ມີປ້າຍທະບຽນ ທີ່ເກັບກູ້ຄືນໄດ້ຈາກຄົນຮ້າຍລັກໄປ ຄືນໃຫ້ເຈົ້າຂອງເດີມໃນວັນທີ 25 ທັນວາ 2018, ກ່າວມອບໂດຍ ພັຕ ສຸກທະວີ ສີສົມບູນ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງບໍລິຄຳໄຊ.

ພັຕ ສຸກທະວີ ສີສົມບູນ ພ້ອມຄະນະ ໃນພິທີມອບລົດຈັກທີ່ຖືກຄົນຮ້າຍລັກໄປ ຄືນໃຫ້ ນາງ ລີຕ່າ

ພັຕ ສຸກທະວີ ສີສົມບູນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍຊື່ ນາງ ລີຕ່າ ຢູ່ບ້ານມີໄຊ ເມືອງປາກຊັນ ໃນວັນທີ 18 ທັນວາ 2018 ວ່າ: ໄດ້ມີຄົນຮ້າຍເຂົ້າມາລັກລົດຈັກຂອງຜູ້ກ່ຽວທີ່ຈອດໄວ້ໜ້າເຮືອນ ເປັນລົດຈັກເວບ 100 ສີຟ້າ-ດຳ ຍັງບໍ່ມີປ້າຍທະບຽນ. ຈາກນັ້ນ, ໄດ້ຈັດຕັ້ງກໍາລັງວິຊາສະເພາະອອກກວດກາລາດຕະເວນຕາມຈຸດຫຼ່ໍແຫຼມໃນເທດສະບານແຂວງ, 3 ມື້ຕໍ່ມາ ໄດ້ພົບເຫັນລົດຄັນໜຶ່ງຖືກຈັກຊຸກເຊື່ອງໄວ້ຢູ່ປ່າແຄມນ້ຳ ເຂດບ້ານຫ້ວຍສຽດ ເມືອງປາກຊັນ ຈຶ່ງໄດ້ນຳເອົາລົດຈັກຄັນດັ່ງກ່າວໄປເກັບມ້ຽນໄວ້ຫ້ອງການ ປກສ ແຂວງ, ຜ່ານການກວດກາພົບວ່າເປັນລົດຈັກທີ່ກົງກັບຜູ້ຖືກເສຍຫາຍໄດ້ແຈ້ງໄວ້.