ໃນວັນທີ 5 ມັງກອນ 2019 ຕາມການໃຫ້ຮູ້ຂອງສື່ໃນປະເທດຍີ່ປຸ່ນ, ທ້າວ ຄິໂຢຊິ ຄິມູຣະ ເຈົ້າຂອງຮ້ານອາຫານຊູຊິ ຊັນໄມ ເປັນຜູ້ຊະນະໃນການປະມູນປາທູນາຊັ້ນດີ ຫຼື ທີ່ເອີ້ນກັນວ່າ: “ທູນາ ຄິງ” ໃນຕະຫຼາດປາເປີດໃໝ່ໂທໂຢສຸ ດ້ວຍລາຄາ 3,1 ລ້ານໂດລາສະຫະລັດ.

ພາຍຫຼັງເປັນຜູ້ຊະນະໃນການປະມູນ, ທ້າວ ຄິໂຢຊິ ຄິມູຣະ ກໍກ່າວວ່າ: “ຂ້ອຍຫວັງວ່າຈະມີລູກຄ້າເຂົ້າໄປໃຊ້ບໍລິການໃນຮ້ານອາຫານຂອງຂ້ອຍຫຼາຍຂຶ້ນ ເນື່ອງຈາກວ່າຂ້ອຍໄດ້ຊື້ທູນາຊັ້ນດີໄວ້ລໍຖ້າແລ້ວ ເຖິງວ່າລາຄາມັນຈະສູງຫຼາຍກໍຕາມ”. ໂດຍຕະຫຼອດ 7 ປີທີ່ຜ່ານມາ, ທ້າວ ຄິໂຢຊິ ຄິມູຣະ ເປັນເຈົ້າຂອງຮ້ານອາຫານທີ່ປະມູນທູນາໄດ້ໃນລາຄາສູງ ເຊິ່ງໃນປີ 2013 ລາວໄດ້ສ້າງສະຖິຕິປະມູນທູນາໄດ້ໃນລາຄາ 1,4 ລ້ານໂດລາສະຫະລັດ ແລະ ໃນປີນີ້ ລາວໄດ້ທຳລາຍສະຖິຕິຂອງຕົນເອງໄປຮຽບຮ້ອຍແລ້ວ ແລະ ປີໜ້າ ອາດມີການທຳລາຍສະຖິຕິນີ້ລົງກໍເປັນໄດ້ ຖ້າຫາກຊາວປະມົງຫາກສາມາດຫາປາທູນາ ຄິງ ທີ່ໃຫຍ່ ແລະ ຄຸນນະພາບດີກວ່ານີ້.

ສຳລັບຕະຫຼາດປາເປີດໃໝ່ ໂທໂຢສຸ ເປັນຕະຫຼາດປາທີ່ຫາກໍເປີດຂຶ້ນໃນເດືອນຕຸລາປີຜ່ານມາ ແທນທີ່ຕະຫຼາດເກົ່າຊີກິຈິ ທີ່ມີຊື່ສຽງ ເຊິ່ງໄດ້ເປີດໃຫ້ບໍລິການມາແລ້ວ 83 ປີ.