ເປັນປະທານໂດຍ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ

ພິທີປະກາດການຈັດຕັ້ງຂັ້ນ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 24 ເມສາ 2019 ເພື່ອເປັນການປັບປຸງກົງຈັກການຈັດຕັ້ງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນກວ່າເກົ່າ, ເປັນປະທານໂດຍ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີ ຄະນະກອງບັນຊາການ ປກສ ນວ, ຫ້ອງ, ພະແນກ, ແຂກຮັບເຊີນ ແລະ ປກສ 9 ເມືອງ ເຂົ້າຮ່ວມ.

ພິທີປະກາດການຈັດຕັ້ງຂັ້ນ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ
ພິທີປະກາດການຈັດຕັ້ງຂັ້ນ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ

ພັທ ຄໍາພອນ ແສງສາລີຈັນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເລກທີ 660/ປກສ ລົງວັນທີ 12 ເມສາ 2019 ວ່າດ້ວຍ ການໂຍກຍ້າຍນາຍຕໍາຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໂດຍຕົກລົງໂຍກຍ້າຍ ພັອ ທົງສະຫວັດ ຫຼວງຈັນດາວົງ ແລະ ພັທ ສົມສັກ ປັນຍາສີ ຈາກ ກອງບັນຊາການ ປກສ ນວ ໄປຮັບໜ້າທີ່ໃໝ່ຢູ່ ກະຊວງປ້ອງກັນຄວາມສະຫງົບ ແລະ ໄດ້ຜ່ານຂໍ້ຕົກລົງເລກທີ 661/ປກສ ລົງວັນທີ 12 ເມສາ 2019 ວ່າດ້ວຍ ການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໂດຍຕົກລົງແຕ່ງຕັ້ງ ພັທ ສຸກພະຈັນ ບຸດດາຄໍາ ແລະ ພັທ ຈັນຫອມ ແກ້ວສຸລະໄຊ ເປັນ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ມີ ຄະນະກອງບັນຊາການ ປກສ ນວ, ຫ້ອງ, ພະແນກ, ແຂກຮັບເຊີນ ແລະ ປກສ 9 ເມືອງ ເຂົ້າຮ່ວມ
ມີ ຄະນະກອງບັນຊາການ ປກສ ນວ, ຫ້ອງ, ພະແນກ, ແຂກຮັບເຊີນ ແລະ ປກສ 9 ເມືອງ ເຂົ້າຮ່ວມ

ໃນຕອນທ້າຍຂອງພິທີ, ພົຕ ກົງທອງ ພົງວິຈິດ ໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ, ໂຍກຍ້າຍຄັ້ງນີ້ ຍົກສູງບົດບາດການນໍາພາຂອງຕົນຕໍ່ວຽກງານວິຊາສະເພາະໃຫ້ສູງຂຶ້ນ, ປັບປຸງແບບແຜນວິທີການນໍາພາ, ແບບແຜນວິທີເຮັດວຽກ, ເປັນຄັນທຸງເຕົ້າໂຮມຄວາມສາມັກຄີພາຍໃນ ແລະ ພາຍນອກຢ່າງແໜ້ນແຟ້ນ, ປະຕິບັດລະບອບປະຊຸມສ່ອງແສງລາຍງານໃຫ້ເປັນປົກກະຕິ, ມີຜູ້ຊີ້ນໍາ ແລະ ກວດກາປະເມີນຜົນໃນແຕ່ລະໄລຍະ ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໂດຍສະເພາະແມ່ນການນໍາພາແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ມີຄວາມຫຍຸ້ງຍາກໃນສັງຄົມ ໃຫ້ໝົດໄປເທື່ອລະກ້າວ.

ພົຕ ກົງທອງ ພົງວິຈິດ ໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ, ໂຍກຍ້າຍຄັ້ງນີ້ ຍົກສູງບົດບາດການນໍາພາຂອງຕົນຕໍ່ວຽກງານວິຊາສະເພາະໃຫ້ສູງຂຶ້ນ
ພົຕ ກົງທອງ ພົງວິຈິດ ໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ, ໂຍກຍ້າຍຄັ້ງນີ້ ຍົກສູງບົດບາດການນໍາພາຂອງຕົນຕໍ່ວຽກງານວິຊາສະເພາະໃຫ້ສູງຂຶ້ນ