The Russian Ministry of Defence said the explosion occurred during testing of a liquid propellant jet engine at a military base near the village of Nyonoksa in the northwestern Arkhangelsk region
The Russian Ministry of Defence said the explosion occurred during testing of a liquid propellant jet engine at a military base near the village of Nyonoksa in the northwestern Arkhangelsk region

ສຳນັກຂ່າວ ເດລີເມວ ລາຍງານ ໃນວັນທີ 8 ສິງຫາ ວ່າ: ມີຄວາມຜິດພາດໃນລັດເຊຍ ຫຼັງຈາກເກີດເຫດລະເບີດ ຢູ່ທີ່ ຖານຍິງຂີປະນາວຸດ ໃນພາກພື້ນອາຄັນເກຼສ ທາງທິດຕາເວນຕົກສຽງເໜືອ, ສົ່ງຜົນໃຫ້ມີເຈົ້າໜ້າທີ່ ເສຍຊີວິດຢ່າງໜ້ອຍ 2 ຄົນ ແລະ ອີກ 4 ຄົນ ໄດ້ຮັບບາດເຈັບ ໃນຈຳນວນນີ້ ເປັນ ເຈົ້າໜ້າທີ່ທະຫານ ແລະ ວິສະວະກອນຂົວທາງ, ສ່ວນສາເຫດ ແມ່ນຍັງຢູ່ໃນຂັ້ນຕອນການກວດສອບ.

The explosion occurred during testing of a liquid propellant jet engine at a military base, killing two and injuring four
The explosion occurred during testing of a liquid propellant jet engine at a military base, killing two and injuring four

ກະຊວງປ້ອງກັນປະເທດ ລັດເຊຍ ເປີດເຜີຍວ່າ:

ລະຫວ່າງ ການທົດສອບ ເຄື່ອງຈັກຈະຫຼວດເຊື້ອໄຟເເຫຼວ ຢູ່ໆກໍເກີດລະເບີດຂຶ້ນ ແລະ ເປັນເຫດໃຫ້ໄຟໄໝ້ລາມ, ເຖິງວ່າ ເຈົ້າໜ້າທີ່ ໜ່ວຍສຸກເສີນ ຈະເຂົ້າມາຊ່ວຍເຫຼືອ ແລະ ເລັ່ງນຳຕົວ ເຈົ້າໜ້າທີ່ເຊິ່ງໄດ້ຮັບບາດເຈັບ ສົ່ງໂຮງໝໍ ແຕ່ກໍບໍ່ທັນການ ເຈົ້າໜ້າທີ່ 2 ຄົນ ໄດ້ເສຍຊີວິດໃນເວລາຕໍ່ມາ.

ທາງກະຊວງ ຍັງຢືນຢັນອີກວ່າ:

ປະລິມານກຳມັນຕະລັງສີ ຢູ່ທີ່ຖານທົດສອບ ແລະ ພື້ນທີ່ອ້ອມຮອບ ຢູ່ໃນລະດັບປົກກະຕິ ແລະ ບໍ່ເປັນອັນຕະລາຍຕໍ່ສຸຂະພາບ.

The accident is the second to hit the Russian military in less than a week, after a fire broke out in an ammunition depot in Siberia on Monday, causing huge explosions
The accident is the second to hit the Russian military in less than a week, after a fire broke out in an ammunition depot in Siberia on Monday, causing huge explosions

ທັ້ງນີ້, ເຫດດັ່ງກ່າວ ເກີດຂຶ້ນພຽງ 3 ມື້ ຫຼັງຈາກເຫດໄຟໄໝ້ສາງລູກປືນ ທີ່ຖານທັບທະຫານໃນແຄວ້ນໄຊບີເຣຍ ຈົນເກີດລະເບີດຮຸນແຮງ ມີຜູ້ເສຍຊີວິດ 1 ຄົນ ແລະ ເຈົ້າໜ້າທີ່ ຕ້ອງອົບພະຍົບປະຊາຊົນຫຼາຍພັນຄົນ ອອກຈາກພື້ນທີ່ສ່ຽງໄພ.