ສະຖານີໂທລະພາບ NHK ຂອງຍີ່ປຸ່ນ ລາຍງານ ໃນວັນທີ 9 ສິງຫາ ວ່າ:

ກຳມະກອນກໍ່ສ້າງ ເປັນລົມໝົດສະຕິ ແລະ ເສຍຊີວິດໃນເວລາຕໍ່ມາ ຂະນະກຳລັງສ້າງ ສູນສື່ມວນຊົນ ສຳລັບ ການແຂ່ງຂັນໂອລິມປິກ ທີ່ນະຄອນຫຼວງໂຕກຽວ ຈະເປັນເຈົ້າພາບ, ໂດຍສາເຫດຄາດວ່າ ອາດເສຍຊີວິດ ເພາະແພ້ແດດ ຫຼື ຮີດສະໂຕຣກ.

ຜູ້ເສຍຊີວິດເພາະຄວາມຮ້ອນ ສ່ວນຫຼາຍເປັນຜູ້ສູງອາຍຸ
ຜູ້ເສຍຊີວິດເພາະຄວາມຮ້ອນ ສ່ວນຫຼາຍເປັນຜູ້ສູງອາຍຸ

ກຳມະກອນກໍ່ສ້າງ ອາຍຸ 50 ປີ ຄົນໜຶ່ງ ເປັນລົມໝົດສະຕິ ຂະນະກຳລັງວາງສາຍເຄເບິນ ນອກອາຄານ ໂຕກຽວ ບິກ ໄຊ ຫຼື ສູນກອງປະຊຸມ ແລະ ການສະແດງ ໃນນະຄອນຫຼວງໂຕກຽວ ເຊິ່ງກຳລັງຢູ່ລະຫວ່າງດັດແປງເປັນ ສູນສື່ມວນຊົນ ສຳລັບ ການແຂ່ງຂັນມະຫາກຳໂອລິມປິກ ປີ 2020 ທີ່ນະຄອນຫຼວງໂຕກຽວ ຈະເປັນເຈົ້າພາບ ໂດຍກຳມະກອນຄົນດັ່ງກ່າວ ຖືກນຳສົ່ງໂຮງໝໍ ແລະ ເສຍຊີວິດໃນເວລາຕໍ່ມາ ເຊິ່ງຄາດວ່າ ໜ້າຈະເສຍຊີວິດເພາະແພ້ແດດ.

ໂຕກຽວ ເຊິ່ງຈະເປັນເຈົ້າພາບໂອລິມປິກ ລະຫວ່າງວັນທີ 24 ກໍລະກົດ ເຖິງ 9 ສິງຫາ ປີໜ້າ ມີອາກາດຮ້ອນຫຼາຍ ອຸນຫະພູມສູງກວ່າ 31 ອົງສາເຊ ມາຕັ້ງແຕ່ເດືອນກໍລະກົດ ຈາກປົກກະຕິທີ່ຈະມີອຸນຫະພູມສະເລ່ຍ ຢູ່ທີ່ 27,5 ອົງສາ ແລະ ໃນມື້ເກີດເຫດ ເຊິ່ງເປັນວັນທີ 8 ສິງຫາ ທີ່ຜ່ານມາ ໂຕກຽວ ມີອຸນຫະພູມສູງເຖິງ 35,5 ອົງສາເຊ.

ພາບປະກອບ
ພາບປະກອບ

ລາຍງາຍລະບຸ ວ່າ:

ລະຫວ່າງວັນທີ 29 ກໍລະກົດ ເຖິງ 4 ສິງຫາ ທີ່ຜ່ານມາ, ທົ່ວຍີ່ປຸ່ນ ມີຄົນຖືກນຳສົ່ງໂຮງໝໍ ເພາະຜົນຈາກຄວາມຮ້ອນແລ້ວ 18.347 ຄົນ ແລະ ມີຢ່າງໜ້ອຍ 57 ຄົນ ເສຍຊີວິດ ແລະ ຕັ້ງແຕ່ວັນທີ 1 ສິງຫາ ເປັນຕົ້ນມາ ສະເພາະທີ່ນະຄອນຫຼວງໂຕກຽວ ມີຜູ້ເສຍຊີວິດເພາະຄວາມຮ້ອນແລ້ວ 45 ຄົນ ໂດຍສ່ວນຫຼາຍເປັນຜູ້ສູງອາຍຸ ທີ່ອາໄສໂດຍລຳພັງ.