ຮ່ວມກັນປຸ້ນເງິນ 5 ລ້ານກວ່າກີບ ໜີໄດ້ 4 ວັນ ກໍຖືກຈັບ

ເກີດ ຄະດີປຸ້ນຊັບ ຢູ່ແຂວງບໍລິຄຳໄຊ ເສຍຫາຍ 5 ລ້ານກວ່າກີບ

0
3015

ຄະດີ ຄົນຮ້າຍສອງຄົນ ຮ່ວມກັນກໍ່ເຫດປຸ້ນຊັບ ເຈົ້າຂອງຮ້ານຂາຍເຄື່ອງຍ່ອຍ ຢູ່ບ້ານສາມະຄີໄຊ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໃນກາງເດືອນກໍລະກົດ ຜ່ານມາ, ດ້ວຍວິທີການທໍາທ່າເຂົ້າໄປຖາມຊື້ຢາສູບ ແລ້ວສວຍໂອກາດກໍ່ເຫດປຸ້ນເອົາເງິນ 5.000.000 ກວ່າກີບ, ແຕ່ໜີບໍ່ລອດ ເພາະຖືກ ເຈົ້າໜ້າທີ່ ຕິດຕາມຈັບຕົວໄດ້ 4 ໃນວັນຕໍ່ມາ.

ຄົນຮ້າຍສອງຄົນ ຮ່ວມກັນກໍ່ເຫດປຸ້ນຊັບ ເຈົ້າຂອງຮ້ານຂາຍເຄື່ອງຍ່ອຍ
ຄົນຮ້າຍສອງຄົນ ຮ່ວມກັນກໍ່ເຫດປຸ້ນຊັບ ເຈົ້າຂອງຮ້ານຂາຍເຄື່ອງຍ່ອຍ

ຫຼ້າສຸດ ໃນວັນທີ 6 ສິງຫາ 2019, ກອງຄະດີອາຍາ ປກສ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໄດ້ນຳຕົວ ຜູ້ຖືກຫາ ໄປເຮັດແຜນປະກອບຄໍາສາລະພາບ ຢູ່ຈຸດເກີດເຫດ ເພື່ອປະກອບໃສ່ສໍານວນຄະດີ ສົ່ງໃຫ້ ອົງການໄອຍະການ ສັ່ງຟ້ອງສານຕັດສິນຕາມກົດໝາຍ.

ເຈົ້າໜ້າທີ່ ກອງຄະດີອາຍາ ປກສ ເມືອງທ່າພະບາດ ໄດ້ໃຫ້ຮູ້ກ່ຽວກັບ ຄະດີປຸ້ນຊັບ ຄັ້ງນີ້ ວ່າ:

ຜູ້ຖືກຫາ ຄະດີປຸ້ນຊັບ ທັງສອງຄົນຊື່ ທ້າວ ບົວພັນ ອາຍຸ 33 ປີ ຢູ່ບ້ານສາມະຄີໄຊ ແລະ ທ້າວ ສຸກສາຄອນ ອາຍຸ 26 ປີ ປະຊາຊົນຢູ່ບ້ານໂພນສະຫວັນ ທັງສອງຂຶ້ນກັບເມືອງທ່າພະບາດ ແຂວງບໍລິຄຳໄຊ.

ເບື້ອງຕົ້ນ ໃນວັນທີ 15 ກໍລະກົດ 2019, ໄດ້ຮັບແຈ້ງຄວາມຈາກ ນາງ ຄຳບາງ ບ້ານສາມະຄີໄຊ ( ຄຸ້ມໄຊສະຫວັນ ) ເມືອງທ່າພະບາດ ວ່າ: ເວລາປະມານ 21:00 ໂມງ ຂອງວັນທີ 14 ກໍລະກົດ, ມີຄົນຮ້າຍສອງຄົນ ຂີ່ລົດຈັກຊ້ອນກັນມາຈອດຢູ່ໜ້າຮ້ານຂາຍເຄື່ອງ ແລ້ວຖາມຊື້ຢາສູບ; ຈາກນັ້ນ, ລູກຊາຍໄປຂາຍຢາສູບໃຫ້ ແຕ່ຖືກຄົນຮ້າຍທຸບຕີ ກ່ອນເອົາກະເປົາເງິນ ແລະ ເອົາເງິນໃນກະປຸກເກັບເງິນ ລວມມູນຄ່າເສຍຫາຍ 5.000.000 ກວ່າກີບ ຫຼົບໜີໄປ.

  • ເຈົ້າໜ້າທີ່ ຈຶ່ງໄດ້ຈັດ ກໍາລັງຕໍາຫຼວດສືບສວນ – ສອບສວນ ໄປກວດກາສະຖານທີ່ເກີດເຫດ ພ້ອມທັງເກັບກໍາຂໍ້ມູນ ແລະ ສອບຖາມ ຜູ້ເຫັນເຫດການ ກ່ຽວກັບ ຮູບຮ່າງຂອງຄົນຮ້າຍ ເພື່ອຕິດຕາມຈັບຕົວ ມາດຳເນີຄະດີ.
  • ຜ່ານການປະຕິບັດໜ້າທີ່ວິຊາສະເພາະ, ມາຮອດວັນທີ 19 ກໍລະກົດ 2019 ຈຶ່ງກັກຕົວ ຜູ້ກໍ່ເຫດ ໄດ້ ຄື: ທ້າວ ບົວພັນ ພ້ອມຂອງກາງ ລົດຈັກຍີ່ຫໍ້ ໂຄຕ່າ ສີຟ້າດຳ ບໍ່ມີປ້າຍທະບຽນ ແລະ ທ້າວ ສຸກສາຄອນ ເພື່ອໄປສອບສວນ. 
ນຳຕົວ ຜູ້ຖືກຫາ ຄະດີປຸ້ນຊັບ ໄປເຮັດແຜນປະກອບຄໍາສາລະພາບ
ນຳຕົວ ຜູ້ຖືກຫາ ຄະດີປຸ້ນຊັບ ໄປເຮັດແຜນປະກອບຄໍາສາລະພາບ

ຜ່ານການສອບສວນ, ພວກກ່ຽວ ຮັບສາລະພາບ ວ່າ:

ເວລາ 18:00 ໂມງ ຂອງວັນທີ 14 ກໍລະກົດ 2019, ໄດ້ຊວນກັນຂີ່ລົດຈັກໄປຫຼິ້ນນໍາ ທ້າວ ພອນ ຢູ່ບ້ານສາມະຄີໄຊ, ພໍໄປຮອດ ໄດ້ພາກັນນັ່ງຫຼິ້ນຢູ່ເຮືອນ ທ້າວ ພອນ ຈົນຮອດປະມານ 20:30 ໂມງ ຈຶ່ງຊວນກັນຂີ່ລົດຈັກໄປຕາມເສັ້ນທາງ ເລກ 13 ໃຕ້ ເພື່ອຊອກລັກຊັບ, ປຸ້ນຊັບ ເຊິ່ງຖ້າມີເງື່ອນໄຂ ກໍລົງມືປຸ້ນ ຫຼື ດຶງກະເປົາ ໃນທັນທີ.

ພໍຂີ່ລົດຈັກໄປຮອດ ຮ້ານແປງລົດ, ທ້າວ ຈັບ ບ້ານທ່າບົກ ໄດ້ເຫັນຜູ້ຍິງຄົນໜຶ່ງ ຂີ່ລົດຈັກພາຍກະເປົາ ພວກກ່ຽວ ຈຶ່ງຂີ່ລົດຮຽງຂ້າງ ໃຊ້ມືດຶງເອົາກະເປົາຍິງຄົນນັ້ນ, ເຮັດໃຫ້ລົດຈັກຜູ້ຍິງຄົນດັ່ງກ່າວ ລົ້ມລົງພື້ນ ສ່ວນກະເປົາຕົກອອກຂ້າງທາງ, ພວກກ່ຽວ ບໍ່ເອົາກະເປົາ ແລ້ວຈຶ່ງຂັບລົດໜີມາຢູ່ເຮືອນ ທ້າວ ພອນ.

ຜູ້ຖືກຫາ ຄະດີປຸ້ນຊັບ ທັງສອງຄົນຊື່ ທ້າວ ບົວພັນ ອາຍຸ 33 ປີ ແລະ ທ້າວ ສຸກສາຄອນ ອາຍຸ 26 ປີ
ຜູ້ຖືກຫາ ຄະດີປຸ້ນຊັບ ທັງສອງຄົນຊື່ ທ້າວ ບົວພັນ ອາຍຸ 33 ປີ ແລະ ທ້າວ ສຸກສາຄອນ ອາຍຸ 26 ປີ

ຮອດເວລາປະມານ 20:00 ໂມງ ຂອງວັນທີ 15 ກໍລະກົດ 2019, ທ້າວ ບົວພັນ ແລະ ທ້າວ ສຸກສາຄອນ ຈຶ່ງຊວນກັນຂີ່ລົດຈັກເລາະລັກຊັບອີກ, ພໍຂີ່ລົດຈັກມາຮອດ ຮ້ານຂາຍເຄື່ອງຍ່ອຍ ນາງ ຄໍາບາງ ຈຶ່ງແວ່ເຂົ້າໄປຮ້ານ ເຫັນ ທ້າວ ອາເລັກ ລູກຊາຍເຈົ້າຂອງຮ້ານ ຢູ່ຄົນດຽວ, ຈຶ່ງວາງແຜນໃຫ້ ທ້າວ ສຸກສາຄອນ ຖາມຊື້ຢາສູບ, ສ່ວນ ທ້າວ ບົວພັນ ເປັນຜູ້ຕິດຕາມ ນັ່ງຢູ່ລົດຈັກຖ້າ.

ຈາກນັ້ນ, ທ້າວ ສຸກສາຄອນ ໄດ້ເຂົ້າໄປຕາມແຜນທີ່ວາງໄວ້ ໂດຍໃຊ້ເລ່ລ່ຽມຖາມຊື້ຢາສູບນໍາ ທ້າວ ອາເລັກ, ໃນຂະນະທີ່ ທ້າວ ອາເລັກ ກໍາລັງເອົາຢາສູບມາໃຫ້ ທ້າວ ຄອນສະຫວັນ ກໍເອົາຫົວເຂົ່າຕີໃສ່ເອິກ 1 ບາດ ລົ້ມລົງ ແລ້ວດຶງເອົາກະເປົາ, ແຕ່ ທ້າວ ອາເລັກ ບໍ່ຍອມປ່ອຍກະເປົາເງິນ ຈຶ່ງເຕະຊໍ້າອີກ 4 ບາດ ແລະ ຕີອີກ 1 ບາດ ຈົນ ທ້າວ ອາເລັກ ສະຫຼົບ.

ແລ້ວ ພວກກ່ຽວ ຈຶ່ງໄດ້ເອົາກະເປົາ ແລະ ກວດຄົ້ນເອົາເງິນໃນກະປຸກ ພາຍໃນຮ້ານຂາຍເຄື່ອງ ກ່ອນຈະຂີ່ລົດຈັກໜີເຂົ້າໄປທາງຮ່ອມ ຫ້ອງວ່າການປົກຄອງ ເມືອງທ່າພະບາດ ແລ້ວແບ່ງປັນກັນ ດັ່ງນີ້:

  • ທ້າວ ບົວພັນ ໄດ້ເງິນ 900.000 ກີບ, ບັດເຕີມເງິນ 15 ບັດ ລວມມູນຄ່າ 1 ລ້ານກວ່າກີບ
  • ທ້າວ ສຸກສາຄອນ ໄດ້ເງິນ 400.000 ກີບ, ໂທລະສັບ ຍີຫໍ້ອອບໂປ່ 1 ເຄື່ອງ ແລະ ບັດເຕີມເງິນ 3 ບັດ ລວມມູນຄ່າທີ່ປຸ້ນໄດ້ຄັ້ງນີ້ 5.000.000 ກວ່າກີບ

ຈາກນັ້ນ, ພວກກ່ຽວ ຈຶ່ງແຍກທາງກັນຫຼົບໜີ ແລ້ວໃນ 4 ວັນຕໍ່ມາ ກໍຖືກ ເຈົ້າໜ້າທີ່ ກັກຕົວໄດ້; ທັ້ງນີ້, ການກະທໍາຜິດຂອງ ຜູ້ກ່ຽວ ເປັນ ການແຕະຕ້ອງເຖິງຊີວິດ, ສຸຂະພາບ, ຊັບສິນຂອງພົນລະເມືອງ ແລະ ທັງສອງຄົນ ຍັງໄດ້ພົວພັນເສບຢາເສບຕິດ ນຳອີກ.