ໃນລະຫວ່າງວັນທີ 5-8 ສິງຫາ 2019, ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງປັກກິ່ງ ສປ ຈີນ ຢ່າງເປັນທາງການ ເພື່ອເພີ່ມທະວີຄວາມຮັກແພງສາມັກຄີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ ທັງເປັນການ ເສີມຂະຫຍາຍສາຍພົວພັນ ຕາມທິດ 4 ດີ ຄື: ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ; ໃຫ້ກຽດຕ້ອນຮັບໂດຍສະຫາຍ ຈ້າວເຄີ້ຈື້ ທີ່ປຶກສາແຫ່ງລັດ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ.

ປກສ ລາວ-ຈີນ ຈະ ເສີມຂະຫຍາຍສາຍພົວພັນ ຕາມທິດ 4 ດີ
ປກສ ລາວ-ຈີນ ຈະ ເສີມຂະຫຍາຍສາຍພົວພັນ ຕາມທິດ 4 ດີ

ໂອກາດດັ່ງກ່າວ, ສະຫາຍລັດຖະມົນຕີ ທັງສອງກະຊວງປ້ອງ ກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ສປ ຈີນ ໄດ້ມີການພົບປະກັນ ຖືວ່າແມ່ນໂອກາດທີ່ມີຄວາມໝາຍສຳຄັນອັນເລິກເຊິ່ງ ໃນການຕີລາຄາຄືນກ່ຽວກັບການປະຕິບັດອະນຸສັນຍາຮ່ວມມືລະຫວ່າງສອງກະຊວງ ໃນປີ 2018 ທີ່ທັງສອງຝ່າຍໄດ້ມີຄວາມພະຍາຍາມສູງໃນການຈັດຕັ້ງປະຕິບັດໃຫ້ມີໝາກຜົນທີ່ໜ້າພາກພູມໃຈ, ກົນໄກການປະຕິບັດໄດ້ມີຄວາມກົມກຽວກັນ, ມີ ການປະສານສົມທົບກັນແໜ້ນແຟ້ນ ແລະ ມີປະສິດທິຜົນດີ, ບົນຈິດໃຈຄວາມສາມັກຄີ ແລະ ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ຊາດ, 2 ກຳລັງ ປກສ ລາວ-ຈີນ ອັນແທ້ຈິງ, ທັງເປັນການສືບຕໍ່ເສີມ ຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ.

ປກສ ລາວ-ຈີນ ຈະ ເສີມຂະຫຍາຍສາຍພົວພັນ ຕາມທິດ 4 ດີ
ປກສ ລາວ-ຈີນ ຈະ ເສີມຂະຫຍາຍສາຍພົວພັນ ຕາມທິດ 4 ດີ

ພ້ອມດຽວກັນນີ້, ເພື່ອເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນຕາມທິດ 4 ດີໃຫ້ມີຜົນສຳເລັດ, ທັງສອງຝ່າຍຍັງໄດ້ຄົ້ນຄວ້າປຶກສາຫາລືກ່ຽວກັບການຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນໃນຕໍ່ໜ້າ ເປັນຕົ້ນແມ່ນການຊ່ວຍເຫຼືອບໍາລຸງ-ກໍ່ສ້າງພະນັກງານວິຊາສະເພາະ; ເພີ່ມທະວີໃນການແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງຄວາມ ສະຫງົບທາງດ້ານການເມືອງ-ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຕາມບໍລິເວນຊາຍແດນ ຮ່ວມຂອງສອງປະເທດ; ມີມາດຕະການຕິດຕາມ, ກວດກາດ່ານຊາຍແດນ, ສະກັດກັ້ນ ແລະ ແກ້ໄຂບັນຫາການຄ້າຂາຍເຖື່ອນ, ບັນຫາຢາເສບຕິດ, ອາຊະຍາກຳທາງ ຄອມພິວເຕີ, ການໂຈລະກຳຂໍ້ມູນ, ເພີ່ມທະວີການປຶກສາຫາລື ເພື່ອມີມາດຕະການຕົວຈິງ ຮ່ວມໃນການແກ້ໄຂບັນຫາການເຄື່ອນຍ້າຍພົນລະເມືອງຂ້າມຊາຍແດນ ແລະ ເຂົ້າ – ອອກ ເມືອງແບບບໍ່ຖືກຕ້ອງ ເປັນຕົ້ນແມ່ນການຕົວະຍົວະຍິງສາວໃຫ້ໄປຂາຍແຮງງານ ແລະ ກົນອຸບາຍການຄ້າມະນຸດດ້ວຍຮູບການຕ່າງໆ, ຊຸກຍູ້ໃຫ້ບັນດາກອງບັນຊາການ ປກສ ແຂວງ ທີ່ມີຊາຍແດນຕິດຈອດ ແລະ ແຂວງແຮກສ່ຽວ ແລກປ່ຽນສະພາບນຳກັນເປັນປົກກະຕິ ແລະ ຖືກຕ້ອງຕາມລະບຽບການທີ່ທັງສອງຝ່າຍໄດ້ກຳນົດ ເພື່ອພ້ອມກັນສະກັດກັ້ນບັນຫາອາຊະຍາກຳຕ່າງໆຮັບປະກັນໃຫ້ສອງປະເທດລາວ-ຈີນ ມີຄວາມສະຫງົບທາງດ້ານການເມືອງ ແລະ ມີຄວາມເປັນ ລະ ບຽບຮຽບຮ້ອຍທາງສັງຄົມ, ປະຊາຊົນໄປ – ມາຫາສູ່ກັນຢ່າງສະດວກສະບາຍ.

ປກສ ລາວ-ຈີນ ຈະ ເສີມຂະຫຍາຍສາຍພົວພັນ ຕາມທິດ 4 ດີ
ປກສ ລາວ-ຈີນ ຈະ ເສີມຂະຫຍາຍສາຍພົວພັນ ຕາມທິດ 4 ດີ

ໃນໂອກາດຢ້ຽມຢາມ ສປ ຈີນ ສະຫາຍລັດຖະມົນຕີກະຊວງ ປກສ ພ້ອມຄະນະ ຍັງໄດ້ໄປທັດສະນະສະຖານ ທີ່ທ່ອງທ່ຽວທີ່ສຳຄັນທາງປະຫວັດສາດຂອງ ສປ ຈີນ; ຈາກນັ້ນ, ກໍໄດ້ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ; ເຊິ່ງມີພິທີຕ້ອນຮັບຢ່າງເປັນທາງການທີ່ສະໜາມບິນສາກົນວັດໄຕ, ໃນວັນທີ 8 ສິງຫາ 2019 ໃຫ້ການຕ້ອນຮັບໂດຍສະຫາຍ ຈຽງ ຈາຍ ຕົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມຄະນະ.

ປກສ ລາວ-ຈີນ ຈະ ເສີມຂະຫຍາຍສາຍພົວພັນ ຕາມທິດ 4 ດີ
ປກສ ລາວ-ຈີນ ຈະ ເສີມຂະຫຍາຍສາຍພົວພັນ ຕາມທິດ 4 ດີ