ຫ້ອງການ ສາທາລະນະສຸກເມືອງຫົງສາ ປະກາດການຈັດຕັ້ງ

0
1113

ເພື່ອເປັນການປັບປຸງຄຸນນະພາບ ການເຄື່ອນໄຫວຂອງ ກົງຈັກການຈັດຕັ້ງ ແລະ ການກຳນົດຕຳແໜ່ງງານ ແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ໃຫ້ມີຄວາມສອດຄ່ອງຖືກຕ້ອງ ຕາມແນວທາງຂອງພັກ – ລັດ ແນໃສ່ເພື່ອເຮັດໃຫ້ກົງຈັກການຈັດຕັ້ງແຕ່ລະຂົງເຂດວຽກງານ ມີຄວາມໜັກແໜ້ນເຂັ້ມແຂງ ແລະ ຮັບປະກັນໃຫ້ມີລັກສະນະສືບທອດຕໍ່ເນື່ອງ ແລະ ເຄື່ອນໄຫວມີປະສິດທິຜົນ.

ດັ່ງນັ້ນ, ຫ້ອງການສາທາລະນະສຸກ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດ ການຈັດຕັ້ງ ຂຶ້ນໃນຕອນເຊົ້າຂອງວັນທີ 11 ມິຖຸນາ 2019, ຢູ່ທີ່ຫ້ອງປະຊຸມຂອງຫ້ອງການດັ່ງກ່າວ ໂດຍມີ ທ່ານ ນາງ ດາວວິນ ລາດຊະກິດ ກຳມະການປະຈຳພັກເມືອງ ຮອງເຈົ້າເມືອງໆຫົງສາ, ມີ ຄະນະພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານ – ລັດຖະກອນ ຫ້ອງການສາທາລະນະສຸກ, ໂຮງໝໍຊຸມຊົນເມືອງ ແລະ ໂຮງໝໍນ້ອຍນາປຸ່ງ ເຂົ້າຮ່ວມ.

ທ່ານ ທອງໂຕ້ ຈັນທະລັງມາ ກຳມະການພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງຫົງສາ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ທ່ານເຈົ້າເມືອງ ວ່າດ້ວຍ ການໂຍກຍ້າຍ ເຊິ່ງມີລາຍລະອຽດ ດັ່ງຕໍ່ໄປນີ້:

ໂຍກຍ້າຍ ທ່ານ ດຣ ບຸນທັນ ສີສະຫວັດ ຜູ້ອຳນວຍການໂຮງໝໍນ້ອຍນາປຸ່ງ ໄປປະຈຳການຢູ່ ຫ້ອງການສາທາລະນະສຸກ ເມືອງຫົງສາ; ໂຍກຍ້າຍ ທ່ານ ສົມຈິດ ສົມທອງຄຳ ຫົວໜ້າໜ່ວຍງານບໍລິຫານ ຫ້ອງການສາທາລະນະສຸກ ເມືອງຫົງສາ ໄປປະຈຳການຢູ່ ໜ່ວຍງານ ອປລ – ອປສ ໂຮງໝໍຊຸມຊົນ ເມືອງຫົງສາ;

  • ແຕ່ງຕັ້ງ ທ່ານ ຊຊ ສົມພອນ ບຸດດາວົງ ຮອງຜູ່ອຳນວຍການໂຮງໝໍຊຸມຊົນ ເມືອງຫົງສາ ຂຶ້ນເປັນ ຜູ້ອຳນວຍການໂຮງໝໍຊຸມຊົນ ເມືອງຫົງສາ;
  • ແຕ່ງຕັ້ງ ທ່ານ ດຣ ເຊຍຟົງ ຊົງຕົງມົວ ວິຊາການປິ່ນປົວ ຂຶ້ນເປັນ ຮອງຜູ້ອຳນວຍການໂຮງໝໍຊຸມຊົນ ເມືອງຫົງສາ;
  • ແຕ່ງຕັ້ງ ທ່ານ ຊຊ ນາງ ຈັນທະລີ ຮົງນູ ຮອງຜູ້ອຳນວຍການໂຮງໝໍນ້ອຍ ບ້ານນາປຸ່ງ ຂຶ້ນເປັນ ຜູ້ອຳນວຍການໂຮງໝໍນ້ອຍ ບ້ານນາປຸ່ງ ເມືອງຫົງສາ;
  • ແຕ່ງຕັ້ງ ທ່ານ ອິນແປງ ແສນໂສພາ ຫົວໜ້າໜ່ວຍງານບໍລິຫານໂຮງໝໍນ້ອຍ ບ້ານນາປຸ່ງ ຂຶ້ນເປັນ ຮອງຜູ້ອຳນວຍການໂຮງໝໍນ້ອຍ ບ້ານນາປຸ່ງ ເມືອງຫົງສາ.

ໃນຕອນທ້າຍ, ກໍໄດ້ເປັນກຽດຮັບຟັງ ການມີຄຳຄິດເຫັນໂອ້ລົມຈາກ ທ່ານ ນາງ ດາວວິນ ລາດຊະກິດ ກຳມະການປະຈຳພັກເມືອງ ຮອງເຈົ້າເມືອງໆຫົງສາ ຜູ່ຊີ້ນຳວຽກງານຂົງເຂດວັດທະນະທຳ – ສັງຄົມເມືອງ, ເຊິ່ງທ່ານໄດ້ເໜັ້ນໜັກໃຫ້ຜູ້ທີ່ຖືກໂຍກຍ້າຍ ແລະ ແຕ່ງຕັ້ງ ໃນຄັ້ງນີ້, ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດ ບັນດາໜ້າວຽກທີ່ໄດ້ຮັບມອບໝາຍ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ.