ກອງບັນຊາການ ປກສ ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດກໍາລັງຕໍາຫຼວດວິຊາສະເພາະ ເຂົ້າຈັບເປົ້າໝາຍ 4 ຄົນ ລັກລອບຄ້າ – ຂາຍຢາເສບຕິດ ພ້ອມຂອງກາງ 30.000 ກວ່າເມັດ ໃນວັນທີ 2 ສິງຫາ 2019 ໃນຂະນະທີ່ພວກກ່ຽວ ນັດລວມຕົວກັນຢູ່ເສັ້ນທາງ 13 ໃຕ້ ເຂດບ້ານໂພນພິມ ເມືອງທ່າແຂກ ກ່ອນສົ່ງອອກໄປ ແຂວງສະຫວັນນະເຂດ ພ້ອມທັງຂະຫຍາຍຜົນຕິດຕາມຈັບຕົວ ຜູ້ຖືກຊັດຖອດ ອີກ 3 ຄົນ ລວມທັງໝົດ 7 ຄົນ ຍິງ 1 ຄົນ.

ເຈົ້າໜ້າທີ່ ປກສ ເມືອງທ່າແຂກ ໃຫ້ຮູ້ກ່ຽວກັບ ບັນດາ ຜູ້ຮ່ວມຂະບວນການ ຄ້າຂາຍຢາເສບຕິດ ວ່າ:

  • ຜູ້ຖືກຫາຊື່ ທ້າວ ທິດເພັງ ອາຍຸ 35 ປີ, ນາງ ຂັນ ອາຍຸ 33 ປີ ( ຜົວ – ເມຍ )
  • ທ້າວ ຈິ ອາຍຸ 27 ປີ, ທັງ 3 ຄົນ ຢູ່ບ້ານຫາດງາໃຕ້ ເມືອງສຳພັນ ແຂວງຜົ້ງສາລີ
  • ທ້າວ ບຸນລຽມ ອາຍຸ 35 ປີ ຢູ່ບ້ານນາຄອນ ເມືອງນໍ້າບາກ ແຂວງຫຼວງພະບາງ
  • ທ້າວ ສິງຄຳ ອາຍຸ 25 ປີ ຢູ່ບ້ານຫ້ວຍຍາງ ເມືອງຂວາ ແຂວງຜົ້ງສາລີ
  • ທ້າວ ຢີ້ ອາຍຸ 21 ປີ ຢູ່ບ້ານສັນຕິສຸກ ເມືອງທ່າແຂກ
  • ທ້າວ ດ່ອນ ອາຍຸ 24 ປີ ຢູ່ບ້ານດົງບູນ ເມືອງໜອງບົກ ແຂວງຄຳມ່ວນ

ຜ່ານການສອບສວນ, ພວກກ່ຽວ ຮັບສາລະພາບ ວ່າ:

ຢາບ້າຈໍານວນດັ່ງກ່າວ ເປັນຂອງພວກກ່ຽວແທ້, ເຊິ່ງໄດ້ພົວພັນຊື້ຂາຍຢາບ້ານໍາກັນ ມາແລ້ວຫຼາຍຄັ້ງ ແຕ່ທ້າຍປີ 2018 ເປັນຕົ້ນມາ.

ເຂົ້າຈັບເປົ້າໝາຍ 4 ຄົນ ລັກລອບຄ້າ - ຂາຍຢາເສບຕິດ ພ້ອມຂອງກາງ 30.000 ກວ່າເມັດ
ເຂົ້າຈັບເປົ້າໝາຍ 4 ຄົນ ລັກລອບຄ້າ – ຂາຍຢາເສບຕິດ ພ້ອມຂອງກາງ 30.000 ກວ່າເມັດ
  • ກ່ອນມ້າງຄະດີນີ້ໄດ້ ແມ່ນໄດ້ຕິດຕາມມາຫຼາຍເດືອນແລ້ວ ເນື່ອງຈາກເປັນເຄືອຂ່າຍຄ້າຂາຍລາຍໃຫຍ່ ໂດຍມີການຂົນສົ່ງອອກສູ່ຕ່າງແຂວງ.
  • ເຊິ່ງເບື້ອງຕົ້ນ ໃນທ້າຍປີ 2018, ທ້າວ ສິງຄຳ ແລະ ທ້າວ ບຸນລຽມ ແມ່ນໄດ້ຮູ້ຈັກກັນໃນຂະບວນການ ລັກລອບຄ້າ – ຂາຍຢາເສບຕິດ ມາກ່ອນ ຢູ່ທີ່ແຂວງຜົ້ງສາລີ.
  • ຕໍ່ມາ ຕົ້ນເດືອນກຸມພາ 2019 ທ້າວ ສິງ ແລະ ທ້າວ ບຸນລຽມ ໄດ້ລົງມາຊອກວຽກເຮັດງານທໍາ ຢູ່ເມືອງທ່າແຂກ ແຂວງຄຳມ່ວນ ໂດຍອາໄສຢູ່ນຳແມ່ຮັກ ຢູ່ບ້ານນາແຮ່ ເມືອງທ່າແຂກ.

ມາຮອດທ້າຍເດືອນ ກຸມພາ 2019, ທ້າວ ສິງ ໄດ້ຖາມ ທ້າວ ບຸນລຽມ ວ່າ:

ຕ້ອງການຊື້ຢາບ້າຈໍານວນຫຼາຍ, ທ້າວ ບຸນລຽມ ຈຶ່ງຕິດຕໍ່ຊື້ນຳຄົນຮູ້ຈັກ ໄດ້ພຽງ 3 ມັດ ແລ້ວໄປຂາຍໃຫ້ ທ້າວ ສິງ ( ຜູ້ຮ່ວມຂະບວນການ ), ເມື່ອໄດ້ຢາບ້າມາແຕ່ລະຄັ້ງ ທ້າວ ສິງ ແມ່ນໄດ້ເອົາໄປຂາຍຕໍ່ໃຫ້ໄວລຸ້ນ ເຂດບ້ານໂພນເຍຍໃຫຍ່ ແລະ ບ້ານຊຽງແລ ເມືອງທ່າແຂກ ຈົນໝົດ; ເມື່ອຂາຍໝົດທຸກໆຄັ້ງ ແມ່ນມາແບ່ງເງິນໃຫ້ ທ້າວ ບຸນລຽມ ແລະ ນຳໄປຫຼ້ິນກິນຟຸມເຟືອຍ.

ເດືອນມິຖຸນາ 2019, ທ້າວ ບຸນລຽມ ໄດ້ໄປຊື້ເອົາຢາບ້ານຳຄົນຮູ້ຈັກອີກ ເພື່ອໃຫ້ ທ້າວ ສິງ ໄປຂາຍຕໍ່ ຈຳນວນ 4 ຄັ້ງ, ຄັ້ງລະ 1 ມັດ; ເມື່ອໄດ້ຢາບ້າມາແລ້ວ ທ້າວ ສິງ ຈຶ່ງນຳໄປຂາຍຕໍ່ໃຫ້ກຸ່ມໄວລຸ້ນ ເຂດບ້ານມ່ວງສຸມ, ບ້ານຊຽງແລ ແລະ ຂາຍໃຫ້ ທ້າວ ຢີ ຢູ່ບ້ານສຸກສະຫວັນ ເມືອງທ່າແຂກ.

ມາຮອດວັນທີ 29 ມິຖຸນາ 2019, ໄດ້ມີ ທ້າວ ດອນ ( 1 ໃນ ຜູ້ຮ່ວມຂະບວນການ ) ທີ່ຮູ້ຈັກ ແລະ ເປັນໝູ່ກັນກັບ ທ້າວ ສິງ ມາຖາມຊື້ຢາບ້ານຳ ທ້າວ ສິງ ເພາະວ່າ ມີຄົນຢູ່ແຂວງສະຫວັນນະເຂດ ສັ່ງຊື້ຢາບ້ານຳ ຈຳນວນ 15 ມັດ, ທ້າວ ສິງ ຕອບວ່າ ມີ, ຈຶ່ງໂທຫາ ທ້າວ ທິດເພັງ ຄົນຮູ້ຈັກກັນໃນນາມຊື້ຂາຍຢາບ້ານຳກັນ ມາກ່ອນ, ແຕ່ຜູ້ເປັນເມຍຂອງ ທ້າວ ທິດເພັງ ຊື່ ນາງ ຂັນ ເປັນຜູ້ຮັບໂທລະສັບ ບອກວ່າ: ຢາບ້າມີແຕ່ 9 ມັດ ເທົ່າ 18.000 ເມັດ ແຕ່ ທ້າວ ສິງ ກໍຕົກລົງຈະເອົາ.

ຕໍ່ມາວັນທີ 1 ສິງຫາ 2019, ນາງ ຂັນ ຈຶ່ງເອົາຢາບ້າ 9 ມັດ ໃຫ້ຜູ້ເປັນຜົວ ທ້າວ ທິດເພັງ ນັ້ນລົງມາສົ່ງໃຫ້ ທ້າວ ສິງ ຢູ່ບ້ານຈອມແກ້ວ ເມືອງທ່າແຂກ ເມື່ອ ທ້າວ ສິງ ໄດ້ຢາບ້າມາແລ້ວ ເອົາມາລວມກັບທີ່ຊື້ໄວ້ກ່ອນໜ້ານີ້ ຈຳນວນ 3 ມັດ ລວມເປັນ 12 ມັດ ເທົ່າ 24.000 ເມັດ.

ບັນດາ ຜູ້ຮ່ວມຂະບວນການ ທີ່ຖືກຈັບກຸມໃນຄັ້ງນີ້ ລວມມີ 7 ຄົນ
ບັນດາ ຜູ້ຮ່ວມຂະບວນການ ທີ່ຖືກຈັບກຸມໃນຄັ້ງນີ້ ລວມມີ 7 ຄົນ

ມາຮອດວັນ 2 ສິງຫາ 2019, ທ້າວ ສິງ ຈຶ່ງໄດ້ຕິດຕໍ່ຫາ ທ້າວ ບຸນລຽມ ໃຫ້ເອົາຢາບ້າມາຕື່ມອີກ 3 ມັດ ລວມເປັນ 15 ມັດ; ໃນວັນດຽວກັນ, ທ້າວ ສິງ, ທ້າວ ຢີ, ທ້າວດອນ ແລະ ທ້າວ ບຸນລຽມ ໄດ້ນັດລວມຕົວກັນຢູ່ເສັ້ນທາງ 13 ໃຕ້ ເຂດບ້ານໂພນພິມ ເມືອງທ່າແຂກ ພ້ອມຢາບ້າຈໍານວນດັ່ງກ່າວ ເພື່ອຈະລັດລົດເມໂດຍສານ ໄປສົ່ງໃຫ້ຜູ້ສັ່ງຊື້ ຢູ່ແຂວງສະຫວັນນະເຂດ, ແຕ່ພໍໄປຮອດ ກໍຖືກ ເຈົ້າໜ້າທີ່ ຈັບຕົວກ່ອນ ພ້ອມຢາບ້າ 15 ມັດ ເທົ່າກັບ 30.285 ເມັດ.

ວັນດຽວກັນ, ເຈົ້າໜ້າທີ່ ປກສ ເມືອງທ່າແຂກ ຈຶ່ງເຂົ້າກັກຕົວ ທ້າວ ທິດເພັງ ຜູ້ຮ່ວມຂະບວນການ ລັກລອບຄ້າ – ຂາຍຢາເສບຕິດ ຢູ່ທີ່ເຮືອນເຊົ່າ ເຂດບ້ານຈອມແກ້ວ ເມືອງທ່າແຂກ ແລະ ມາຮອດວັນທີ 4 ສິງຫາ 2019 ເຂົ້າກັກຕົວ ນາງ ຂັນ ແລະ ທ້າວ ຈີ ທີ່ເປັນນ້ອງຊາຍຂອງ ນາງ ຂັນ ຜູ້ຮ່ວມຂະບວນການ ລັກລອບຄ້າ – ຂາຍຢາເສບຕິດ ຢູ່ທີ່ເຮືອນພັກ ເຂດບ້ານໂພນສະອາດ ເມືອງທ່າແຂກ.