ສານ ນວ ຕັດສິນຈຳເລີຍ ຊື່ ທ້າວ ຈັນທະລອນ ສະຖານຄ້າຂາຍຢາເສບຕິດ
ສານ ນວ ຕັດສິນຈຳເລີຍ ຊື່ ທ້າວ ຈັນທະລອນ ສະຖານຄ້າຂາຍຢາເສບຕິດ

ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນຈຳເລີຍ ຊື່ ທ້າວ ຈັນທະລອນ ອາຍຸ 30 ປີ ຢູ່ບ້ານນາໂນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈຳຄຸກ 5 ປີ ປັບໃໝ 10.000.000 ກີບ ສະຖານຄ້າຂາຍຢາເສບຕິດ ປະເພດຢາບ້າ ພາຍຫຼັງຖືກດຳເນີນຄະດີເປັນເວລາ 7 ເດືອນ.

ອົງການໄອຍະການ ປະຊາຊົນ ຖະແຫຼງໃຫ້ຮູ້ວ່າ:

ໃນໄລຍະດຳເນີນຄະດີ ແຕ່ວັນທີ 6 ທັນວາ 2018 ໄດ້ຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີ ຢ່າງສະອຽດ, ຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ຈຶ່ງເຫັນວ່າ:

ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍທີ່ຈະຢັ້ງຢືນວ່າ: ການກະທໍາຂອງຈໍາເລີຍ ເປັນການກະທໍາຜິດທາງອາຍາ ສະຖານຄ້າຂາຍຢາເສບຕິດ ປະເພດຢາບ້າ ທີ່ເຕະຕ້ອງຕໍ່ເສດຖະກິດຂອງຊາດ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຕາມປະມວນກົດໝາຍ ມາດຕາ 315 ວັກ 1.

ທັ້ງນີ້, ການກະທຳຂອງ ຈຳເລີຍ ເປັນການກະທໍາໂດຍເຈຕະນາ ເພາະວ່າ ຈຳເລີຍ ເປັນບຸກຄົນມີສະຕິສໍາປະຊັນຍະ ສົມບູນດີ ແລະ ຄົບກະສຽນທາງອາຍາ, ຮັບຮູ້ໄດ້ເຖິງການກະທຳຂອງຕົນ ແລະ ຍັງເຈນຕະນາກະທຳຜິດອີກ ເຊິ່ງກົດໝາຍກໍໄດ້ລະບຸໄວ້ວ່າ:

  • ບຸກຄົນຜູ້ໃດ ຫາກຜະລິດ, ປຸງແຕ່ງ ຫຼື ມີໄວ້ໃນຄອບຄອງ, ຄ້າຂາຍ, ຈໍາໜ່າຍ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນໍາຢາອີ, ຢາບ້າ, ຢາໄອສ໌ ( Ice ) ຫຼື ວັດຖຸອອກລິດຕໍ່ ຈິດປະສາດ ຜ່ານ ສປປ ລາວ ເກີນກວ່າ 0,3 ກຼາມ ຫາ 100 ກຼາມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 5 – 10 ປີ ແລະ ຈະຖືກປັບໃໝ ແຕ່ 10.000.000 – 100.000.000 ກີບ, ຖ້າວ່າ ວັດຖຸ ແລະ ຊັບສິນໃດທີ່ພົວພັນກັບ ການໄດ້ມາຈາກການຄ້າຂາຍ ກໍຈະຖືກຮິບ ຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 34 ຂອງກົດໝາຍ.

ນອກນີ້, ຍັງໃຫ້ຮູ້ກ່ຽວກັບ ການເຄື່ອນໄຫວຂອງ ຈຳເລີຍ ທີ່ເລີ່ມເສບຢາເສບຕິດ ແຕ່ປີ 2005 ເປັນຕົ້ນມາ, ຢາ ບ້າ ທີ່ຊື້ມາເສບ ແມ່ນໄດ້ຊື້ນໍາ ທ້າວ ໂຈ້ນ ຢູ່ບ້ານດຸງ ເມືອງໄຊເສດຖາ ຄັ້ງລະ 1 – 2 ເມັດ.

ມາຮອດເດືອນກຸມພາ 2018, ຈຳເລີຍ ໄດ້ໂທລະສັບບອກໃຫ້ ທ້າວ ໂຈ້ນ ເອົາຢາບ້າມາສົ່ງໃຫ້ຢູ່ເຮືອນ ຈຳນວນ 200 – 400 ເມັດ ແລະ ຊື້ມາແລ້ວຫຼາຍຄັ້ງ ບໍ່ສາມາດຈື່ໄດ້ ເມື່ອໄດ້ຢາບ້າກໍນຳໄປຂາຍຕໍ່ໃຫ້ກັບໄວລຸ້ນ ແລະ ແບ່ງເສບຈຳນວນໜຶ່ງ.

ມາວັນທີ 3 ທັນວາ 2018 ເວລາປະມານ 10:00 ໂມງ, ຈຳເລີຍ ໄດ້ຊື້ຢາບ້ານໍາ ທ້າວ ໂຈ້ນ ຈໍານວນ 2 ຖົງ ເທົ່າກັບ 400 ເມັດ ດ້ວຍຮູບການຕິດໜີ້, ແລ້ວກໍນຳໄປຂາຍ ຍັງເຫຼືອຢາບ້າ ຈຳນວນ 104 ເມັດ; ຈາກນັ້ນ, ມີໄວລຸ້ນໂທລະສັບມາຖາມຊື້ຢາບ້າ ຈຳນວນ 20 ເມັດ ຈຳເລີຍ ໄດ້ບອກຊາຍຄົນນັ້ນວ່າ ໃຫ້ມາເອົາຢາບ້ານຳຢູ່ເຮືອນ.

ທ້າວ ຈັນທະລອນ ຈຳເລີຍ ຖືກຈັດສິນ ສະຖານຄ້າຂາຍຢາເສບຕິດ ປະເພດຢາບ້າ
ທ້າວ ຈັນທະລອນ ຈຳເລີຍ ຖືກຈັດສິນ ສະຖານຄ້າຂາຍຢາເສບຕິດ ປະເພດຢາບ້າ

ຜ່ານໄປປະມານ 20 ນາທີ ຈຶ່ງຖືກ ເຈົ້າໜ້າທີ່ຕຳຫຼວດ ບຸກຈັບຢູ່ເຮືອນພ້ອມກັບຂອງກາງຢາບ້າ ຕາມບົດບັນທຶກການຈັບຕົວຈຳເລີຍ ແລະ ບົດບັນທຶກຄໍາໃຫ້ການທີ່ ຈໍາເລີຍ ຮັບສາລະພາບເອົາໄວ້ວ່າ: ຢາບ້າ ຈໍານວນ 140 ເມັດ ດັ່ງກ່າວ ໄດ້ຊື້ນໍາ ທ້າວ ໂຈ້ນ ມາຂາຍແທ້.

ສະນັ້ນ, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຈຶ່ງເຫັນຄວນ ຕັດສິນຈຳເລີຍ ດ້ວຍການຕັດອິດສະຫຼະພາບ ຈຳຄຸກ 5 ປີ ແລະ ປັບໃໝເງິນ 10.000.000 ກີບ.

ສ່ວນ ທ້າວ ໂຈ້ນ ຢູ່ບ້ານດຸງ ເມືອງໄຊເສດຖາ ທີ່ຈໍາເລີຍໄດ້ໃຫ້ການຊັດທອດຫາວ່າ ໄດ້ຊື້ຂາຍຢາບ້ານໍານັ້ນ, ປັດ ຈຸບັນ ທາງເຈົ້າໜ້າທີ່ ໄດ້ຂຶ້ນບັນຊີເປັນ ເປົ້າໝາຍ ເພື່ອຕິດຕາມຈັບຕົວ ຜູ້ກ່ຽວ ມາດໍາເນີນຄະດີໃນພາຍຫຼັງ.