ໂດຍປະຕິບັດຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ກອງບັນຊາການ ປກສ ເມືອງວຽງໄຊ ແຂວງຫົວພັນ ຈຶ່ງໄດ້ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດຢ່າງຕັ້ງໜ້າ ໂດຍໄດ້ແຕ່ງຕັ້ງ ຄະນະທີມງານລົງແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ທັງນີ້ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ຫຼຸດລົງ.

ເຈົ້າໜ້າທີ່ ປກສ ເມືອງວຽງໄຊ ໄດ້ອອກປະຕິບັດໜ້າທີ່ຢູ່ຕາມເສັ້ນທາງເທດສະບານພາຍໃນເມືອງ ເພື່ອກວດກາຄວາມເປັນລະບຽບຮຽບຮ້ອຍຂອງ ສັງຄົມ; ໃນເວລາປະຕິບັດໜ້າທີ່ຢູ່ລະຫວ່າງສາມແຍກຫາງລ້ອງ-ຫາເທດສະບານເມືອງວຽງໄຊ, ຮອດເວລາປະມານ 24:00 ໂມງ ຂອງວັນທີ 25 ພຶດສະພາ ຜ່ານມານີ້; ເຈົ້າໜ້າທີ່ໄດ້ພົບເຫັນຜູ້ຂັບຂີ່ລົດຈັກຮອນດ້າເທນາ ໝາຍເລກທະບຽນ ຈກ 1230 ກໍາແພງນະຄອນ ມຸ່ງໜ້າຈາກເສັ້ນທາງຊຳເໜືອ ຫາວຽງໄຊ, ເຈົ້າໜ້າທີ່ໄດ້ລັດລົດຄັນດັ່ງກ່າວເພື່ອກວດກາ ແລະ ຜູ້ກ່ຽວໄດ້ມີພິລຸດຈຶ່ງໄດ້ຂໍອະນຸຍາດກວດຄົ້ນຕົວຜູ້ກ່ຽວແລ້ວ ໄດ້ພົບເຫັນຂອງກາງຢາເສບຕິດປະເພດຢາບ້າ ຈຳນວນ 36 ເມັດ ແລະ ຝຸ່ນສີແດງຄ້າຍຄືຢາບ້າຈຳນວນ 1 ຫໍ່ນ້ອຍທີ່ຊຸກເຊື່ອງໄວ້ໃນຖົງໂສ້ງຂອງຜູ້ກ່ຽວ ພ້ອມກັບເງິນ 40.000 ກີບ, ໂທລະສັບ 1 ເຄື່ອງ.

ຜູ້ຖືກຫາ ຊື່ີ ທ້າວ ວາດ ອາຍຸ 33 ປີ ຢູ່ບ້ານນາແທ່ນ ເມືອງວຽງໄຊ ຜູ້ກ່ຽວຮັບສາລະພາບວ່າ ຢາເສບຕິດຈຳນວນດັ່ງກ່າວໄດ້ຊື້ນຳຄົນບໍ່ຮູ້ຊື່ ເພື່ອນຳມາເສບ ແລະ ຂາຍຍ່ອຍ. ສ່ວນຄະດີດັ່ງກ່າວນີ້ ເຈົ້າໜ້າທີ່ ປກສ ເມືອງວຽງໄຊ ໄດ້ສົ່ງໃຫ້ພະແນກສະກັດກັ້ນ-ຕ້ານຢາເສບຕິດ ປກສ ແຂວງຫົວພັນ ສືບຕໍ່ ດຳເນີນການສືບສວນ-ສອບສວນ ເພື່ອຕິດຕາມຈັບຜູ້ຮ່ວມຂະບວນການມາດຳຄະດີຕາມກົດໝາຍ.