ກອງປະຊຸມສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານພັກ-ວຽກງານພະນັກງານທົ່ວກອງບັນຊາການ ປກສ ແຂວງອຸດົມໄຊ ຄັ້ງທີ I ໄດ້ຈັດຂຶ້ນໃນວັນທີ 25 ພຶດສະພາ 2022, ເປັນປະທານໂດຍ ສະຫາຍ ພັອ ສີວອນ ໄຊຍະວົງ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ມີຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ, ປກສ ເມືອງ, ຫົວໜ້າ-ຮອງ ຫ້ອງ, ກອງພັນ, ພະແນກເຂົ້າຮ່ວມ.

ສະຫາຍ ພັທ ບຸນແພງ ລໍນີຈັນ ຄະນະພັກ ກອງບັນຊາການຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງ ໄດ້ສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານພັກ-ວຽກງານພະນັກງານ ໃນໄລຍະ 5 ປີ 2016-2020 ແລະ ທິດທາງແຜນການ 5 ປີຕໍ່ໜ້າ 2021-2025 ວ່າ: ຕະຫຼອດໄລຍະ 5 ປີຜ່ານມາ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ນຳພາ-ຊີ້ນຳວຽກງານຮອບດ້ານຢ່າງຕັ້ງໜ້າ ໂດຍສະເພາະຕໍ່ຂົງເຂດວຽກງານປັບປຸງກໍ່ ສ້າງພັກ-ກໍ່ສ້າງພະນັກງານໃຫ້ມີຄຸນນະພາບ ໂດຍປະຕິບັດ 5 ຫຼັກການ 3 ທິດນຳ ແລະ 5 ຂັ້ນຕອນຂອງການຂະຫຍາຍພັກ, ເຊິ່ງຖືເອົາການກໍ່ສ້າງໜ່ວຍພັກປອດໄສ, ເຂັ້ມແຂງໜັກແໜ້ນ ມີທ່າຂະຫຍາຍຕົວເພີ່ມຂຶ້ນຢ່າງມີຄຸນນະພາບ.

ປັດຈຸບັນ, ກອງບັນຊາການ ປກສ ແຂວງ ປະກອບມີຮາກຖານພັກທັງໝົດ 25 ໜ່ວຍ. ໃນນີ້, ມີຄະນະພັກຮາກຖານ 5 ໜ່ວຍ, ໜ່ວຍພັກຮາກຖານ 5 ໜ່ວຍ ແລະ ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 19 ໜ່ວຍ, ທຽບໃສ່ປີ 2015 ເພິ່ມຂຶ້ນ 6 ຫົວໜ່ວຍ, ເທົ່າ ກັບ 24% , ມີສະມາຊິກພັກທັງໝົດ 1.222 ສະຫາຍ ຍິງ 198 ສະ ຫາຍ, ຢູ່ຂັ້ນເມືອງມີ 6 ຄະນະພັກຮາກຖານ ມີ 1 ໜ່ວຍພັກຮາກຖານ ແລະ ຜົນການຈັດຕັ້ງປະຕິບັດວຽກງານອື່ນໆອີກຈຳນວນໜຶ່ງ.

ຈາກນັ້ນ, ຄະນະບັນຊາແຕ່ລະພາກສ່ວນ ກໍໄດ້ຜັດປ່ຽນກັນປະກອບຄຳຄິດເຫັນດ້ວຍຫຼາຍເນື້ອໃນຢ່າງກົງໄປກົງມາ ເພື່ອແລກປ່ຽນຖອດຖອນບົດຮຽນຕໍ່ເນື້ອໃນບົດສະຫຼຸບ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ເພື່ອແນ່ໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ກ້າວໄປສູ່ຄຸນນະພາບ. ຄຽງຄູ່ກັນນີ້, ຍັງໄດ້ເຜີຍແຜ່ເຊື່ອມຊຶມເນື້ອໃນເອກະສານຕົ້ນຕໍ ຄື: ແຈ້ງການ ເລກທີ 1497/ກມປສ, ລົງວັນທີ 8 ພຶດສະພາ 2022 ວ່າດ້ວຍການສະເໜີປັບປຸງກົງຈັກການຈັດຕັ້ງ, ຂໍ້ຕົກລົງ ເລກທີ 677/ປກສ, ລົງວັນທີ 25 ເມສາ 2022 ວ່າດ້ວຍການກໍານົດຕໍາແໜ່ງງານຂອງບັນດາກົມກອງ ແລະ ທ້ອງຖິ່ນໃນກໍາລັງປ້ອງກັນຄວາມສະຫງົບ, ມະຕິ ເລກທີ75/ຄພ ປກສ ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງກ່ຽວກັບວຽກງານພະນັກງານໃນກຳລັງປ້ອງກັນຄວາມສະຫງົບ ແລະ ບັນດານິຕິກຳທີ່ສຳຄັນຈຳນວນໜຶ່ງ.

ກອງປະຊຸມ, ສະຫາຍ ພັອ ສີວອນ ໄຊຍະວົງ ໄດ້ເນັ້ນໃຫ້ພະນັກງານບັນຊາທຸກຂັ້ນສືບຕໍ່ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ, ຫັນເອົາວຽກງານການເມືອງ-ແນວຄິດຕໍ່ພະນັກງານໃນຄວາມຮັບຜິດຊອບຢ່າງເລິກເຊິ່ງ ແລະ ເປັນປົກກະຕິຕໍ່ເນື່ອງ, ລົງເລິກເຄື່ອນໄຫວເຮັດໜ້າທີ່ປ້ອງກັນຄວາມສະຫງົບທາງດ້ານການເມືອງ-ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໃຫ້ເລິກເຊິ່ງ, ນຳເອົາເນື້ອໃນນິຕິກໍາດັ່ງກ່າວໄປຈັດຕັ້ງເຜີຍແຜ່ຜັນຂະຫຍາຍຢູ່ໃນ ຄວາມຮັບຜິດຊອບຂອງຕົນໃຫ້ປະກົດຜົນເປັນຈິງ ແລະ ຖືເອົາວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກງານໃຫ້ກ້າວໄປສູ່ຄຸນນະພາບຖືກຕ້ອງຕາມລະບຽບ ຫຼັກການທີ່ໄດ້ກຳນົດ, ຄຸ້ມຄອງແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າເທື່ອລະກ້າວ.