smart

ກອງບັນຊາການ ປກສ ເມືອງດາກຈຶງ ແຂວງເຊກອງ ໄດ້ສະຫຼຸບຕີລາຄາວຽກງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດປະຈຳ 3 ເດືອນ (1-2-3) ໄລຍະທີ I ປະຈຳປີ 2022 ໃນວັນທີ 26 ພຶດສະພາຜ່ານມານີ້, ເຂົ້າຮ່ວມມີ ພົຈວ ສົມໄຊ ພູລະຄຳມະນີ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ; ມີຄະນະພັກ-ຄະນະຫ້ອງ, ແຂກຖືກເຊີນ, ພ້ອມດ້ວຍ ຄະນະພັກ-ຄະນະກອງບັນຊາການ ປກສ ເມືອງ, ຫົວ ໜ້າ-ຮອງຫົວໜ້າກຸ່ມ ແລະ ເລຂາພັກບ້ານ-ນາຍບ້ານ, ປກສ ບ້ານ ເຂົ້າຮ່ວມ.

smart

ພັທ ຫຸມໃຈ ແກ້ວສີບຸນເຮືອງ ຫົວໜ້າກອງບັນຊາການ ປກສ ເມືອງດາກຈຶງ ໄດ້ຕີລາຄາຄືນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳ 3 ເດືອນ (123) ຜ່ານມາວ່າ: ເມືອງດາກຈຶງ ເປັນເມືອງໜຶ່ງທີ່ໄດ້ຮັບຜົນກະທົບຈາກບັນຫາຢາເສບຕິດຫຼາຍພໍສົມຄວນ, ເນື່ອງຈາກເສັ້ນທາງຄົມມະນາຄົມຂົນສົ່ງໄດ້ເຊື່ອມໂຍ່ງກັບ 3 ເມືອງ ຄື: ເມືອງລະມາມ, ກະລຶມ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື. ນອກນັ້ນ, ມີເສັ້ນທາງອອກສູ່ 2 ເມືອງ ຄື: ເມືອງນາມຢາງ ແຂວງກວາງນາມ ແລະ ເມືອງດາກໄລ ແຂວງກອນຕູມ ສສ ຫວຽດນາມ; ສະນັ້ນ, ຈຶ່ງເຮັດໃຫ້ພວກກຸ່ມຄົນບໍ່ດີຈຳນວນໜຶ່ງໄດ້ລັກລອບນຳເອົາຢາເສບຕິດທຸກປະເພດມາຄ້າ-ຂາຍ ຈຳໜ່າຍໃຫ້ກັບກຸ່ມໄວລຸ້ນ, ນັກຮຽນ, ນັກສຶກ ສາ, ກຳມະ ກອນ, ລູກຈ້າງ, ພະນັກງານ, ຕາມສະ ຖາບັນການສຶກສາອື່ນໆ ຕົກເປັນທາດຂອງສິ່ງເສບຕິດ ກໍ່ໃຫ້ເກີດມີປະກົດການຫຍໍ້ທໍ້ ເຊັ່ນ: ຂີ້ລັກງັດແງະ, ປຸ້ນຈີ້ຊີງຊັບ, ໂສເພນີ, ທຳຮ້າຍຮ່າງກາຍ, ຂົ່ມຂືນ, ຄາດຕະກຳ ແລະ ແຂ່ງລົດຕາມທ້ອງຖະໜົນເຮັດໃຫ້ເກີດອຸບັດຕິເຫດສັງຄົມ ແລະ ຄອບຄົວມີຄວາມວຸ້ນວາຍ ແລະ ບໍ່ສະຫງົບ, ບໍ່ມີຄວາມເປັນລະບຽບຮຽບຮ້ອຍ, ແຕກແຍກບໍ່ມີຄວາມສາມັກຄີ, ຂາດຄວາມອົບອຸ່ນ, ເສຍຊື່ສຽງຄອບຄົວ ແລະ ວົງຕະ ກຸນ, ເຖິງຢ່າງ ໃດກໍຕາມຄະນະພັກ-ຄະນະກອງບັນຊາການ ປກສ ເມືອງດາກຈຶງ, ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເພື່ອແກ້ໄຂບັນຫາຢາເສບຕິດ ໂດຍໄດ້ວາງແຜນ ນະໂຍບາຍປະກາດໃຊ້ກົດໝາຍ, ໃຊ້ມາດຕະການ ແລະ ວິທີຕ່າງໆ ເພື່ອເຮັດໃຫ້ຢາເສບຕິດພາຍໃນເມືອງຫຼຸດໜ້ອຍຖອຍລົງເທື່ອລະກ້າວ. ເຊິ່ງໄລ ຍະຜ່ານມາ ສາມາດມ້າງຄະດີໄດ້ 2 ເລື່ອງ, ຈັບຜູ້ ຖືກຫາໄດ້ 3 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 326 ເມັດ, ປືນແກັບ 1 ກະບອກ, ລົດຈັກ 2 ຄັນ, ໂທລະສັບ 4 ເຄື່ອງ ແລະ ເງິນກີບ 1.433. 000 ກີບ.

smart

ພົຈວ ສົມໄຊ ພູລະຄຳມະນີ ໄດ້ຊີ້ນໍາຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ເມືອງ ດາກຈຶງ ສືບຕໍ່ເອົາໃຈໃສ່ໃນການຊີ້ນໍາ-ນຳພາສຶກສາອົບ ຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ, ກໍາລັງວິຊາສະເພາະ ແລະ ພາກສ່ວນກ່ຽວຂ້ອງເອົາໃຈໃສ່ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ສືບຮູ້, ເກັບກໍາບັນດາເປົ້າໝາຍແຕ່ລະປະເພດ ເພື່ອຂຶ້ນບັນຊີຕິດຕາມໃຫ້ລະອຽດ ເພື່ອແກ້ໄຂໃຫ້ທັນການ.