ກົມກວດກາ-ກວດການ ກະຊວງ ປກສ ໄດ້ດຳເນີນກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ບັນຊາ ຂັ້ນກົມກວດກາ-ກວດການ ປກສ ຄຸ້ມຄອງ ໃນວັນທີ 3 ມິຖຸນາ 2022, ເປັນປະທານໂດຍ ພັອ ບຸນລຽນ ສະອາດສີ ຮອງຫົວໜ້າກົມກວດກາ-ກວດການ, ມີຕາງໜ້າຈາກກົມຈັດຕັ້ງພະນັກງານ, ບັນດາສະຫາຍຄະນະຈຸພັກ, ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງກົມ ເຂົ້າຮ່ວມ.

ໃນກອງປະຊຸມ, ພັອ ບຸນລຽນ ສະອາດສີ ໄດ້ເຜີຍແຜ່ເອກະສານມະຕິຂອງ ຄະນະບໍລິຫານງານພັກ ກະຊວງ ປກສ ເລກທີ 38/ຄພ ປກສ ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ບັນຊາ ໃນກຳລັງປ້ອງກັນຄວາມສະຫງົບ ແລະ ສະບັບເລກທີ 39/ຄພ ປກສ ວ່າດ້ວຍການສ້າງແຜນກຳນົດພະນັກງານນຳພາ-ບັນຊາ ໃນກຳລັງປ້ອງກັນຄວາມສະຫງົບ ພ້ອມທັງແນະນຳວິທີດຳເນີນການທາບທາມ ແລະ ດຳເນີນການປ່ອນບັດແຕ່ລະຮອບ ໃຫ້ຖືກຕ້ອງຕາມລະບຽບຫຼັກການ.

ສໍາລັບມະຕິເລກທີ 39/ຄພ ປກສ ໃນຂໍ້ 2 ຂອງມາດຕາ 6 ໄດ້ລະບຸກ່ຽວກັບມາດຕະຖານສະເພາະຂອງພະນັກງານນຳພາ-ບັນຊາແຕ່ລະຂັ້ນ ໂດຍສະເພາະ ພະນັກງານນຳພາ-ບັນຊາຂັ້ນກົມ ແລະ  ຂັ້ນທຽບເທົ່າ ຕ້ອງມີລະດັບວິຊາສະເພາະປະລິນຍາຕີ, ວຽກງານທີ່ຕົນເອງຮັບຜິດຊອບ ແລະ ຄວາມຮູ້ກ່ຽວກັບວຽກງານອື່ນທີ່ພົວພັນເຖິງວຽກງານທີ່ຕົນຮັບຜິດຊອບ ແລະ ຜ່ານທິດສະດີການເມືອງຊັ້ນສູງຂຶ້ນໄປ, ໄດ້ຮັບຄວາມໄວ້ວາງໃຈຈາກສະມາຊິກພັກ, ພະນັກງານ-ນັກຮົບດີ.

ພະນັກງານນຳພາ-ບັນຊາຂັ້ນພະແນກ, ກອງ ແລະ ທຽບເທົ່າ ຕ້ອງມີລະດັບວິຊາສະເພາະປະລິນຍາຕີ ຫຼື ຊັ້ນສູງ ແລະ ຊໍານິຊໍານານວຽກງານທີ່ຕົນເອງຮັບຜິດຊອບ ຫຼື ຈົບວຽກງານສັນຕິບານ ຫຼື ຕຳຫຼວດລະດັບຊັ້ນສູງຂຶ້ນໄປ.