ຄະນະສານອາຍາ ສານປະຊາຊົນນະຄອນຫຼວງວຽງຈັນ ຕັດອິດສະລະພາບລົງໂທດຈໍາຄຸກ ສອງຈໍາເລີຜູ້ລະ 5 ປີ ໃນສະຖານການຄ້າຂາຍຢາເສບຕິດ ປະເພດຢາບ້າ, ເຊິ່ງຖືກເຈົ້າໜ້າທີ່ ຈັບຕົວມາດໍາເນີນຄະດີ ໃນເດືອນກັນຍາ 2021 ທີ່ຜ່ານມາ.

ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ໃນນາມຕາງໜ້າໃຫ້ປະຊາຊົນຊາວຜູ້ອອກແຮງງານບັນດາເຜົ່າ ໄດ້ຖະແຫຼງໄຈ້ແຍກການກະທໍາຜິດຂອງພວກຈໍາເລີຍ ຕໍ່ຄະນະສານອາຍາຂັ້ນຕົ້ນວ່າ: ທ້າວ ຄອນສະຫວັນ ອາຍຸ 43 ປີ ຢູ່ບ້ານທ່າແຂກ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ເລີ່ມເສບຢາບ້າມາແຕ່ເດືອນພຶດສະພາ 2020 ເປັນຕົ້ນມາ, ຢາບ້າທີ່ເອົາມາເສບແມ່ນຊື້ນຳໄວໜຸ່ມ (ບໍ່ຮູ້ຊື່) ຊື້ຄັ້ງລະ 2 ເມັດ ແລະ ພາຍຫຼັງໄດ້ຢາບ້າມາແລ້ວກໍເອົາມາເສບຢູ່ແຖວໝອງເຂດບ້ານທ່າແຂກ; ຈາກນັ້ນ, ມາຮອດເດືອນສິງຫາ 2020 ໄດ້ຫັນຈາກຜູ້ເສບມາເປັນຜູ້ຄ້າຂາຍສ່ວນຢາບ້າທີ່ນໍາມາຂາຍແມ່ນຊື້ນໍານາງ ຈັນນະພາ ຫຼື ມຸ້ຍ ອາຍຸ 23 ປີ ຈໍານວນ 2 ຄັ້ງໆລະ 100 ເມັດ ແລະ ເມື່ອໄດ້ຢາບ້າມາແລ້ວກໍເອົາມາແບ່ງຂາຍໃຫ້ໄວໜຸ່ມພາຍໃນບ້ານ ແລະ ບ້ານໃກ້ຄຽງ; ວັນທີ 31 ສິງຫາ 2020, ໄດ້ມີ ທ້າວ ໂຍ ບ້ານຊາຍຟອງເໜືອ ມາຢືມເງິນນໍາຜູ້ກ່ຽວ 100.000 ກີບ ແລະ ຮອດເວລາ ປະມານ 22:00 ໂມງຂອງວັນດຽວກັນທ້າວ ໂຍ ໄດ້ເຂົ້າມາຫາຜູ້ກ່ຽວຢູ່ເຮືອນແລ້ວເອົາຢາບ້າໃຫ້ຈຳນວນ 23 ເມັດ ເພື່ອເປັນການໃຊ້ແທນເງິນທີ່ຢືມໄປ ແລະຜູ້ກ່ຽວກໍໄດ້ເອົາຢາບ້າຈຳນວນດັ່ງກ່າວເຊື່ອງໄວ້ ໃນຊອງຢາສູບ. ເວລາຕໍ່ມາ, ຈຶ່ງຖືກເຈົ້າໜ້າທີ່ຈັບຕົວໄປດໍາເນີນຄະດີ.

ນາງ ຈັນນະພາ ຫຼື ມຸ້ຍ ສາລະພາບວ່າ: ໄດ້ເລີ່ມເສບຢາບ້າແຕ່ປີ 2019, ຢາບ້າທີ່ເອົາມາເສບແມ່ນຊື້ນໍາໄວໜຸ່ມຢູ່ຕາມຮ້ານເກມ ບ້ານສົມຫວັງ ເໜືອ ເມືອງຫາດຊາຍຟອງ ຊື້ຄັ້ງລະ 1-2 ເມັດ. ຮອດເດືອນເມສາ 2020, ຈຶ່ງໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາບ້າ, ເຊິ່ງໄດ້ຊື້ນໍາຜູ້ຮ່ວມຂະບວນການຊື່ ທ້າວ ໄກ່ ພັກເຊົາຢູ່ບ້ານໂພນເຄັງ ເມືອງໄຊເສດຖາ ຄັ້ງລະ 100-200 ເມັດຈຳນວນຫຼາຍຄັ້ງ ແລະ ການຊື້-ຂາຍກັນແຕ່ລະຄັ້ງແມ່ນຈະໂທລະສັບນັດກັນຢູ່ຕາມເສັ້ນທາງ ເຂດບ້ານວຽງຈະເລີນ ແລະ ບ້ານໂພນເຄັງ, ເມື່ອໄດ້ຢາບ້າມາແລ້ວກໍເອົາມາຂາຍແບ່ງໃຫ້ ທ້າວ ຄອນສະຫວັນຈໍານວນ 100 ເມັດ ແລະ ຍັງເອົາໄປຂາຍໃຫ້ກັບໄວໜຸ່ມພາຍໃນບ້ານ ແລະ ບ້ານໃກ້ຄຽງນໍາອີກ. ວັນທີ 25 ກັນຍາ 2020, ນາງ ຈັນນະພາ ໄດ້ໂທລະສັບສັ່ງຊື້ຢາບ້າ ຈໍານວນ 70 ເມັດ ນຳທ້າວ ໄກ່ ແລ້ວນັດສົ່ງກັນຕາມເສັ້ນທາງບ້ານໂພນເຄັງ ແລະ ເມື່ອໄດ້ຢາບ້າ ແລ້ວ ນາງ ຈັນນະພາ ກໍໄປເສບກັບ ທ້າວ ສຸກສະຫວັດ ຫຼື ໜູຢູ່ບ້ານສົມສະໜຸກ ເມືອງ ຫາດຊາຍຟອງ ໝົດຈຳນວນ 8 ເມັດ ຍັງເຫຼືອ 62 ເມັດ ກໍເອົາຊຸກເຊື່ອງໄວ້ໃນເສື້ອ. ຈາກນັ້ນ, ຈຶ່ງຖືກເຈົ້າໜ້າທີ່ເຈົ້າຈັບຕົວພ້ອມຂອງກາງຢາບ້າຈໍານວນທີ່ຍັງເຫຼືອ ແລະ ໂທລະສັບໄອໂຟນ 6 ພຼາດ ສີປອນທອງ 1 ເຄື່ອງ ໄປດໍາເນີນຄະດີ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສຳນວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ ການກະທໍາຂອງພວກຈໍາເລີຍ ເປັນການກະທໍາຜິດທາງອາຍາໃນຂໍ້ຫາການຄ້າຂາຍຢາເສບຕິດ (ຢາບ້າ) ທີ່ແຕະ ຕ້ອງຕໍ່ເສດຖະກິດຂອງຊາດ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຕາມປະມວນກົດ ໝາຍ ອາຍາມາດຕາ 315 ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ ຄະນະສານຈຶ່ງເຫັນລົງພິຈາລະນາຕັດສິນລົງໂທດ ຈໍາຄຸກ ທ້າວ ຄອນສະຫວັນ ແລະ ນາງ ຈັນນະພາ ຜູ້ລະ 5 ປີ ພ້ອມທັງປັບໃໝຜູ້ລະ 10.000.000 ກີບ.