ໂຮງງານກ໊າສຈີນ ລະເບີດຮຸນແຮງ ກິນພື້ນທີ່ກວ້າງ 3 ກິໂລ

0
1379

ໃນວັນທີ 20 ກໍລະກົດ ທີ່ຜ່ານມາ, ສຳນັກຂ່າວ ເອເອບພີ ລາຍງານ ຄວາມຄືບໜ້າເຫດການລະເບີດ ຢູ່ທີ່ ໂຮງງານຜະລິດກ໊າສ ເຫີໜານ ໂຄນ ກ໊າສ ກຣຸບ, ເມືອງອີ້ໝ່າ, ມົນທົນເຫີໜານ ທາງພາກກາງຂອງປະເທດຈີນ ວ່າ: ມີຈຳນວນຜູ້ເສຍຊີວິດເພີ່ມເປັນ 10 ຄົນແລ້ວ ແລະ ມີຜູ້ຫາຍສາບສູນອີກ 5 ຄົນ, ລວມທັງຍັງມີຜູ້ບາດເຈັບສາຫັດອີກ 19 ຄົນ; ໂດຍແຮງລະເບີດຈາກໂຮງງານດັ່ງກ່າວ ເຮັດໃຫ້ປ່ອງຢ້ຽມ ແລະ ປະຕູຂອງອາຄານທັງໝົດ ໃນລັດສະໝີ 3 ກິໂລແມັດ ເປ່ເພເສຍຫາຍໝົດ.

ສະຖານີໂທລະພາບຂອງ CCTV ຂອງຈີນ ລະບຸວ່າ:

ການລະເບີດ ເກີດຂຶ້ນໃນສ່ວນຂອງ ຫ້ອງແຍກອາກາດ ກັບ ກ໊າສ; ຂະນະທີ່ ພາບຈາກໂລກອອນລາຍນັ້ນ ເຜີຍໃຫ້ເຫັນຄວັນສີດຳ ອອກມາຈາກໂຮງງານດັ່ງກ່າວ ເຊິ່ງບໍລິເວນອ້ອມຮອບ ເຕັມໄປດ້ວຍເສດຊາກສິ້ນສ່ວນ ທີ່ໄດ້ຮັບຄວາມເສຍຫາຍຈາກ ແຮງລະເບີດ.

ທັ້ງນີ້, ເຫດການ ໂຮງງານອຸດສາຫະກຳ ລະເບີດໃນຈີນ ມັກເກີດຂຶ້ນປະຈຳ ເນື່ອງຈາກຂາດການບັງຄັບໃຊ້ ມາດຕະການຄວາມປອດໄພທີ່ເຂັ້ມງວດ ຢ່າງເຊັ່ນ: ໃນເດືອນມີນາ ທີ່ຜ່ານມາ ກໍໄດ້ມີເຫດລະເບີດຂອງ ໂຮງງານເຄມີ ໃນມົນທົນຈຽງຊູ ເກີດຂຶ້ນ ເຊິ່ງມີຜູ້ເສຍຊີວິດ 78 ຄົນ ແລະ ບາດເຈັບຫຼາຍຮ້ອຍຄົນ.

ຕໍ່ມາອີກພຽງ 1 ອາທິດ, ຍັງເກີດເຫດລະເບີດຢູ່ທີ່ ໂຮງງານປະສອບອາໄຫຼ ອີເລັກໂຕຣນິກ ໃນມົນທົນດຽວກັນ ເຊິ່ງມີຜູ້ເສຍຊີວິດ 7 ຄົນ; ສ່ວນຄັ້ງຮຸນແຮງທີ່ສຸດ ເກີດຂຶ້ນໃນປີ 2015 ທີ່ນະຄຄອນທຽນຈິນ ທີ່ມີຜູ້ເສຍຊີວິດເຖິງ 165 ຄົນ.