ຮ້ອນອົບເອົ້າ! ອຸນຫະພູມເພີ່ມສູງ 50 ອົງສາ ເສຍຊີວິດແລ້ວ 6 ກະທົບອີກ 200 ລ້ານ

0
844

ໃນວັນທີ 21 ກໍລະກົດ ທີ່ຜ່ານມາ, ສຳນັກຂ່າວ CNN ແລະ ເດລີເມວ ລາຍງານ ກ່ຽວກັບ ສະຖານະການສະພາບອາກາດຮ້ອນອົບເອົ້າ ໃນ ສະະຫະລັດອາເມລິກາ ວ່າ: ສູນບໍລິການສະພາບອາກາດແຫ່ງຊາດ ປະກາດເຕືອນໄພ ຄື້ນຄວາມຮ້ອນຮຸນແຮງ ຫຼັງພື້ນທີ່ພາກກາງ ແລະ ແຄມຝັ່ງພາກຕາເວັນອອກ ປະເຊີນບັນຫາອຸນຫະພູມ ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.

People enjoy the day playing in a water fountain as the Empire State Building is seen from Williamsburg section of Brooklyn in New York

ພົບຜູ້ເສຍຊີວິດ ຈາກໄພຮ້ອນແລ້ວ 6 ຄົນ; ໃນຈຳນວນນີ້, 4 ຄົນ ເກີດຂຶ້ນ ໃນລັດແມຣີແລນ, 1 ຄົນ ໃນລັດອາຣິໂຊນາ ແລະ ອີກຄົນ ໃນລັດອາຄັນຊໍ; ຂະນະດຽວກັນ, ມີປະຊາຊົນຫຼາຍກວ່າ 200 ລ້ານຄົນ ໄດ້ຮັບຜົນກະທົບ.

ລາຍງານລະບຸ ວ່າ:

ພື້ນທີ່ເຊິ່ງໄດ້ຮັບຜົນກະທົບຈາກ ຄື້ນຄວາມຮ້ອນຫຼາຍທີ່ສຸດ ໄດ້ແກ່ ບັນດາເມືອງ ດັ່ງລຸ່ມນີ້:

Though the Plains and Midwest will see relief on Sunday, dangerously high temperatures will persist on the East Coast
  • ເມືອງບັນຕິມໍ ລັດແມຣີແລນ ມີອຸນຫະພູມສູງເຖິງ 50 ອົງສາເຊ
  • ນະຄອນຫຼວງວໍຊິງຕັນ ມີອຸນຫະພູມສູງ 42,7 ອົງສາເຊ
  • ເມືອງແຄນຊັສຊິຕີ ລັດມິສຊູຣີ ມີອຸນຫະພູມສູງ 42 ອົງສາເຊ
  • ເມືອງຟິລາເດວເຟຍ ລັດເພນຊິວວາເນຍ ມີອຸນຫະພູມ 41,6 ອົງສາເຊ
  • ນະຄອນນິວຢອກ ແລະ ບອສຕັນ ມີອຸນຫະພູມຫຼາຍກວ່າ 40,5 ອົງສາເຊ.

ດ້ານທາງການທ້ອງຖິ່ນ ນະຄອນນິວຢອກ ໄດ້ເລັ່ງຈັດຕັ້ງ ສູນບັນເທົາໄພຮ້ອນ 500 ແຫ່ງ ກະຈາຍທົ່ວເມືອງ; ຂະນະທີ່ ທາງການລັດແມັດຊາຊູເຊັດ ຖະແຫຼງແນະນຳໃຫ້ປະຊາຊົນ ໃສ່ເຄື່ອງນຸ່ງທີ່ບາງແບບສະບາຍ ພ້ອມວິທີກວດສອບ ແລະ ຮັບມືກັບ ພາວະຮີດສະໂຕຣກ.

Boston City employees man a watering station for passers-by on the Boston Common in Boston, Massachusetts, USA, 19 July 2019. Temperatures in the region reached 92F