ລມຕ ກະຊວງປກສ ຕ້ອນຮັບການເຂົ້າຢ້ຽມຢາມຂອງຄະນະກອງບັນຊາການສະຫະພັນຕຳຫຼວດອົດສະຕຣາລີ

0
1733

ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ພົທ ນ້ຽວ ເກເກິ້ນ ຮອງຫົວໜ້າກອງບັນຊາການສະຫະພັນຕຳຫຼວດອົດສະຕຣາລີ ພ້ອມດ້ວຍຄະນະ ໃນວັນທີ 17 ກໍ ລະກົດ 2019, ທີ່ກະຊວງປ້ອງກັນຄວາມສະ ຫງົບ ເນື່ອງໃນໂອດກາດທີ່ຄະນະກອງບັນຊາການສະຫະພັນຕຳຫຼວດອົດສະຕຣາລີ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງພະບາງ ສປປ ລາວ ໃນລະຫວ່າງວັນທີ 18-19 ກໍລະກົດ 2019.

 ລັດຖະມົນຕີ ກະຊວງ ປກສ ຕ້ອນຮັບ ທ່ານຮອງຫົວໜ້າກອງບັນຊາການສະຫະພັນຕຳຫຼວດອົດສະຕຣາລີ
ລັດຖະມົນຕີ ກະຊວງ ປກສ ຕ້ອນຮັບ ທ່ານຮອງຫົວໜ້າກອງບັນຊາການສະຫະພັນຕຳຫຼວດອົດສະຕຣາລີ

ໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ກ່າວຕ້ອນຮັບທ່ານຮອງຫົວໜ້າກອງບັນຊາການສະຫະພັນຕຳຫຼວດອົດສະຕຣາລີ ພ້ອມດ້ວຍຄະນະຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ເຊິ່ງມີຄວາມໝາຍ-ຄວາມສຳຄັນເປັນຢ່າງຍິ່ງ, ເປັນການປະກອບ ສ່ວນອັນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງຊາດລາວ -ອົດສະຕຣາລີ ແລະ ປະຊາຊົນສອງປະເທດ, ເວົ້້າລວມ ເວົ້າສະເພາະແມ່ນເພື່ອເປັນການຮັດແໜ້ນການພົວພັນ ຮ່ວມມືຂອງກະຊວງປ້ອງກັນຄວາມສະຫງົບລາວ ແລະ ກອງບັນຊາການສະຫະພັນຕຳຫຼວດອົດສະຕຣາລີ ທີ່ ມີມາແຕ່ດົນນານ.

  ລັດຖະມົນຕີ ກະຊວງ ປກສ ຕ້ອນຮັບ ທ່ານຮອງຫົວໜ້າກອງບັນຊາການສະຫະພັນຕຳຫຼວດອົດສະຕຣາລີ
ລັດຖະມົນຕີ ກະຊວງ ປກສ ຕ້ອນຮັບ ທ່ານຮອງຫົວໜ້າກອງບັນຊາການສະຫະພັນຕຳຫຼວດອົດສະຕຣາລີ

ພ້ອມດຽວກັນນັ້ນ, ພົທ ນ້ຽວ ເກເກິ້ນ ຮອງຫົວໜ້າກອງບັນຊາການສະຫະພັນຕຳຫຼວດອົດສະຕຣາລີ ໄດ້ ສະ ແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ; ເຊິ່ງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງພະບາງໃນຄັ້ງນີ້ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ໃນຂະແໜງການສະກັດກັ້ນ ແລະ ຕ້ານຢາເສບ ຕິດ, ອາຊະຍາກໍາຂ້າມຊາດ, ຕ້ານການຄ້າມະນຸດ, ຕ້ານການລ່ວງລະເມີດທາງເພດຕໍ່ເດັກ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ.

  ລັດຖະມົນຕີ ກະຊວງ ປກສ ຕ້ອນຮັບ ທ່ານຮອງຫົວໜ້າກອງບັນຊາການສະຫະພັນຕຳຫຼວດອົດສະຕຣາລີ
ລັດຖະມົນຕີ ກະຊວງ ປກສ ຕ້ອນຮັບ ທ່ານຮອງຫົວໜ້າກອງບັນຊາການສະຫະພັນຕຳຫຼວດອົດສະຕຣາລີ