ສະຫະພັນສະພາກາຊາດ ແລະ ສະພາສ້ຽວວົງເດືອນແດງ ລະຫວ່າງປະເທດ ( IFRC ) ແລະ ສື່ຂອງທາງການ ສປປ ເກົາຫຼີ ເປີດເຜີຍ ໃນທ້າຍອາທິດ ທີ່ຜ່ານມາ (18 ກໍລະກົດ) ວ່າ: ສະພາບອາກາດປ່ຽນແປງ ທັ້ງແຫ້ງແລ້ງ ແລະ ນໍ້າຖ້ວມ ອາດເຮັດໃຫ້ເກີດວິກິດດ້ານອາຫານ ໃນ ສປປ ເກົາຫຼີ ທີ່ຢູ່ພາຍໃຕ້ມາດຕະການຄວໍ່າບາດຈາກ ໂຄງການອາວຸດນິວເຄຣຍ ແລະ ຂີປະນາວຸດ.

ຫົວໜ້າ IFRC ໃນ ສປປ ເກົາຫຼີ ລະບຸວ່າ:

ພາວະຂາດເຂີນອາຫານ ແລະ ພະຍາດທີ່ມາກັບນໍ້າ ເຊັ່ນ: ຖອກທ້ອງ ແລະ ລຳໄສ້ອັກເສບ ກຳລັງເພີ່ມສູງຂຶ້ນ ແລະ ຈາກການປະເມີນສະຖານະການ ໃນເດືອນພຶດສະພາ ທີ່ຜ່ານມາ ພົບວ່າ: ການເກັບກ່ຽວຜົນຜະລິດໃນປີນີ້ ໜ້ອຍກວ່າທີ່ຄາດຕະເນໄວ້ເຖິງເຄິ່ງໜຶ່ງ.

ແນວໃດກໍຕາມ, IFRC ໄດ້ລະດົມເຄື່ອງສູບນໍ້າເຄື່ອນທີ່ ເຊິ່ງຈະສາມາດຊ່ວຍເພີ່ມຜົນຜະລິດ ໃນພື້ນທີ່ເປົ້າໝາຍ ໄດ້ສອງເທົ່າ ແລະ ຮຽກຮ້ອງໃຫ້ຈັດສັນການຊ່ວຍເຫຼືອດ້ານການກະສິກຳ ແລະ ສຸຂະອະນາໄມເພີ່ມເຕີມ.