ເອັກຊອນ ໂມບິວ ເປີດເຜີຍ ໃນວັນທີ 19 ກໍລະກົດ ທີ່ຜ່ານມາ ວ່າ: ແທ່ນຂຸດເຈາະນໍ້າມັນ ນອກຝັ່ງ ນິວຟັນແລນ ທາງຕາເວັນອອກສຸດຂອງການາດາ ເຮັດນໍ້າປົນນໍ້າມັນເກືອບ 3.200 ແກວລອນ ຫຼື 75 ບາເຣວ ຮົ່ວລົງສູ່ ມະຫາສະໝຸດອັດລັງຕິກ ເຊິ່ງຂະນະນີ້ ກຳລັງພະຍາຍາມກຳຈັດຜົນກະທົບທາງດ້ານສິ່ງແວດລ້ອມ.

ເອັກຊອນ ໂມບິວ ບໍລິສັດນໍ້າມັນລາຍໃຫຍ່ຂອງອາເມລິກາ ເປີດເຜີຍວ່າ:

ນໍ້າປົນນໍ້າມັນ ໄດ້ຮົ່ວອອກມາຈາກ ແທ່ນຂຸດໄຮເບີເນຍ ປະມານ 75 ບາເຣວ  ແລະ ຫຼັງຈາກພົບວ່າ ມີນໍ້າປົນນໍ້າມັນຮົ່ວອອກມາ ກໍໄດ້ປິດການເຮັດວຽກຂອງ ແທ່ນຂຸດເຈາະ ເປັນການຊົ່ວຄາວທັນທີ ແລະ ກຳລັງກວາດເກັບຄາບນໍ້າມັນ ທີ່ກິນວົງກວ້າງ ແລະ ມີລັດສະໝີ ປະມານ 3 ມາຍທະເລ ຫຼື 5,6 ກິໂລແມັດ.

ແທ່ນຂຸດເຈາະໄຮເບີເນຍ ເລີ່ມຂຸດເຈາະນໍ້າມັນ ມາຕັ້ງແຕ່ປີ 1997 ໂດຍມີ ເຊບຣອນ ຊັນຄໍ ອະຄວິນໍ ແລະ ເອັກຊອນ ໂມບິວ ເປັນເຈົ້າຂອງຮ່ວມ ເຊິ່ງ ເອັກຊອນ ໂມບິວ ເປັນຜູ້ຖືຫຸ້ນໃຫຍ່ ໂດຍຄາດວ່າ ແຫຼ່ງນໍ້າມັນໃຕ້ແທ່ນຂຸດເຈາະ ມີນໍ້າມັນດິບຫຼາຍກວ່າ 1.200 ລ້ານບາເຣວ.