ISIS ອອກມາສະແດງຄວາມຮັບຜິດຊອບ ເຫດລະເບີດໃນງານດອງ ເສຍຊີວິດ 63

0
1056

ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ສິງຫາ ວ່າ: ເກີດເຫດລະເບີດຂ້າຕົວຕາຍ ຢ່າງຮ້າຍແຮງ ໃນບໍລິເວນສະຖານທີ່ຈັດງານແຕ່ງດອງ ທີ່ນະຄອນຫຼວງຄາບູນ ປະເທດອັບການິດສະຖານ ເປັນເຫດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 63 ຄົນ ແລະ ໄດ້ຮັບບາດເຈັບອີກເກືອບ 200 ຄົນ.

ຂ່າວລາຍງານໃຫ້ຮູ້ວ່າ:

ກຸ່ມຕິດອາວຸດລັດອິດສະລາມ ຫຼື ISIS ອອກຖະແຫຼງການຜ່ານທາງເວັບໄຊ Telegram, ເຊິ່ງເປັນກະບອກສຽງ ອ້າງຄວາມຮັບຜິດຊອບຢູ່ເບື້ອງຫຼັງເຫດລະເບີດຂ້າຕົວຕາຍສະເທືອນຂວັນ ຖະຫຼົ່ມງານແຕ່ງດອງ ໃນນະຄອນຫຼວງຄາບູນ ໃນເວລາປະມານ 22:40 ໂມງ ຂອງວັນທີ 17 ສິງຫາ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ, ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 63 ຄົນ ແລະ ໄດ້ຮັບບາດເຈັບອີກ 180 ຄົນ.

ຕາມການລາຍງານຂອງ ເຈົ້າໜ້າທີ່ອັບການິດສະຖານ ເປີດເຜີຍວ່າ:

ຄົນຮ້າຍກໍ່ເຫດລະເບີດຂ້າຕົວຕາຍ ຢູ່ບໍລິເວນຈຸດຕ້ອນຮັບແຂກທີ່ໄດ້ຮັບເຊີນໄປຮ່ວມງານດອງ ແຮງລະເບີດເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 63 ຄົນ, ຂະນະທີ່ ພະນັກງານເສີບ ເສຍຊີວິດ ແລະ ໄດ້ຮັບບາດເຈັບເປັນຈຳນວນຫຼາຍຄົນ, ເພດານສະຖານທີ່ຈັດງານ ໄດ້ຮັບຄວາມເສຍຫາຍທັງໝົດ, ສ່ວນຜູ້ທີ່ຢູ່ຫ່າງໄກຈາກຈຸດລະເບີດ ກໍຕື່ນຕົກໃຈ ແລະ ພາກັນແລ່ນເອົາຕົວຫຼົບໜີໄປຄົນລະທິດທາງ.

ສ່ວນ ເຈົ້າບ່າວ ແລະ ເຈົ້າສາວ ເຖິງແມ່ນວ່າຈະລອດຊີວິດ ຢ່າງຫວຸດຫວິດ ຈາກເຫດລະເບີດ ແຕ່ກໍຢູ່ໃນຄວາມໂສກເສົ້າ ຍ້ອນແຂກທີ່ຮັບເຊີນມາຮ່ວມງານເສຍຊີວິດເປັນຈຳນວນຫຼາຍຄົນ, ຍາດພີ່ນ້ອງ ແລະ ໝູ່ເພື່ອນເສຍຊີວິດຈາກເຫດລະເບີດ ຈົນບໍ່ສາມາດໄປຮ່ວມງານພິທີຝັງສົບໄດ້ທັງໝົດ; ຂະນະທີ່ພໍ່ແມ່ຂອງເຈົ້າບ່າວ ກ່າວຕໍ່ສື່ມວນຊົນດ້ວຍຄວາມເສຍໃຈວ່າ ສະມາຊິກໃນຄອບຄົວຂອງຕົນ ເສຍຊີວິດຈາກເຫດລະເບີດຂ້າຕົວຕາຍຄັ້ງນີ້ ເຖິງ 14 ຄົນ.

ເຫດລະເບີດຂ້າຕົວຕາຍ ໃນງານແຕ່ງດອງ ເກີດຂຶ້ນພຽງ 10 ວັນ ຫຼັງຈາກເກີດເຫດລະເບີດຮ້າຍແຮງ ທີ່ຂ້າງສະຖານີຕຳຫຼວດແຫ່ງໜຶ່ງ ໃນນະຄອນຫຼວງຄາບູນ ເຮັດໃຫ້ມີຜູ້ເສຍຊີວິດ 14 ຄົນ ແລະ ໄດ້ຮັບບາດເຈັບອີກ 150 ຄົນ ໂດຍກຸ່ມຕາລີບັນ ໄດ້ອອກມາອ້າງຄວາມຮັບຜິດຊອບ ແລະ ໃນວັນທີ 16 ສິງຫາ ທີ່ຜ່ານມາ, ໄດ້ເກີດເຫດລອບສັງຫານນ້ອງຊາຍຄົນໜຶ່ງຂອງ ທ້າວ ຮີບາຕຸນເລາະ ອັກອັນຊາດາ ຜູ້ນຳຄົນປັດຈຸບັນຂອງ ກຸ່ມຕາລີບັນ ດ້ວຍລະເບີດທີ່ຝັງໄວ້ໃກ້ກັບມັດສະຢິດແຫ່ງໜຶ່ງ ໃນເມືອງເຄວຕາຂອງອັບການິດສະຖານ.

ພ້ອມດຽວກັນນັ້ນ, ກຸ່ມຕິດອາວຸດຕາລີບັນ ໃນອັບການິດສະຖານ ແລະ ທາງການ ສະຫະລັດ ອາເມລິກາ ກຳລັງພະຍາຍາມຈະຈັດການເຈລະຈາບັນລຸຂໍ້ຕົກລົງ ກ່ຽວກັບ ການຖອນກຳລັງທະຫານສະຫະລັດ ອອກຈາກອັບການິດສະຖານ ເພື່ອແລກປ່ຽນດກັບຂໍ້ຕົກລົງຂອງ ກຸ່ມຕາລີບັນ ໃນເລື່ອງຄວາມປອດໄພ ລວມທັງການເຈລະຈາສັນຕິພາບກັບ ລັດຖະບານອັບການິດສະຖານ ທີ່ໄດ້ຮັບການສະໜັບສະໜູນຈາກ ລັດຖະບານສະຫະລັດ.