ສະພາແຫ່ງຊາດ ໄດ້ຈັດພິທີປາຖະກະຖາ ເລົ່າຄືນມູນເຊື້ອ 2 ວັນປະຫວັດສາດສໍາຄັນ ຄື: ວັນລັດຖະທໍາມະນູນ ຄົບຮອບ 28 ປີ ( 15 ສິງຫາ 1991-15 ສິງຫາ 2019 ) ແລະ ວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 110 ປີ ( 13 ກໍລະກົດ 1909-13 ກໍລະກົດ 2019 ) ເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ພາຍໃນສະພາ ແຫ່ງຊາດ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມໝາຍ-ຄວາມສໍາຄັນຂອງ 2 ວັນດັ່ງກ່າວ, ໃນອາທິດຜ່ານມາ.

ສະພາແຫ່ງຊາດ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ
ສະພາແຫ່ງຊາດ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ

ທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດ ໄດ້ປາຖະກະຖາມູນເຊື້ອວັນປະກາດໃຊ້ລັດຖະທຳມະ ນູນ ແຫ່ງ ສປປ ລາວ ຄົບຮອບ 28 ປີ ໂດຍຫຍໍ້ວ່າ: ວັນປະກາດໃຊ້ລັດຖະທຳມະນູນ ເປັນເຫດການທີ່ສຳຄັນຂອງຊາດ ທັງເປັນຂີດໝາຍໃໝ່ແຫ່ງການຫັນໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ແລະ ສ້າງລັດແຫ່ງກົດໝາຍເທື່ອລະກ້າວ, ສ່ອງແສງໃຫ້ເຫັນເຖິງລັກສະນະທາດແທ້ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງລະບອບປະຊາທິປະໄຕ ປະຊາຊົນ ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກປະຊາຊົນ ປະຕິວັດລາວ ທັງ ເປັນການຢັ້ງຢືນຕໍ່ໂລກກ່ຽວກັບຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ສປປ ລາວ.

ສະພາແຫ່ງຊາດ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ
ສະພາແຫ່ງຊາດ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ

ມາຮອດປັດຈຸບັນ ໄດ້ຫັນລັດຖະທຳມະນູນ ເປັນກົດໝາຍ ໄດ້ຈໍານວນ 100 ກວ່າສະບັບ; ນິຕິກໍາລຸ່ມກົດໝາຍໄດ້ຫຼາຍຮ້ອຍສະບັບ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍນັບມື້ນັບເປັນລະບົບຄົບຊຸດເທື່ອລະກ້າວ; ທັງນີ້ ກໍເພື່ອເປັນບ່ອນອີງໃນການເຄື່ອນໄຫວທຳການຜະລິດ, ດຳເນີນທຸລະກິດ ແລະ ການທຳມາຫາກິນຕາມລະບຽບກົດໝາຍເຂັ້ມງວດຂຶ້ນເລື້ອຍໆ ເຮັດໃຫ້ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບສຸກ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ສະພາແຫ່ງຊາດ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ
ສະພາແຫ່ງຊາດ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ

ຈາກນັ້ນ, ທ່ານ ສຈ ປອ ພັນດວງຈິດ ວົງສາ ອະດີດປະທານສູນກາງແນວລາວສ້າງຊາດ ໄດ້ ປາ ຖະກະຖາວັນເກີດປະທານ ສຸພານຸວົງ ວ່າ: ປະທານ ສຸພານຸວົງ ເກີດວັນທີ 13 ກໍລະກົດ 1909 ທີ່ຫຼວງພະບາງ ໃນຄອບຄົວເຊື້ອເຈົ້າ, ເປັນໂອຣົດຂອງເຈົ້າມະຫາ ອຸປະຣາດບຸນຄົງ ແລະ ໝ່ອມຄໍາ ອ້ວນ, ມີເອື້ອຍ-ນ້ອງ 2 ຄົນ ຄື: ເຈົ້າຍິງທະວີວັນ ແລະ ເຈົ້າຍິງຈິນ ດາຣັດສະໝີ, ມີອ້າຍ-ນ້ອງຕ່າງ ມານດາ 2 ຄົນ ຄື: ເຈົ້າເພັດຊະຣາດ ແລະ ເຈົ້າສຸວັນນະພູມ; ໃນວັນທີ 21 ມີນາ 1946, ທະຫານຝຣັ່ງ ໄດ້ຢຶດເອົາຕົວເມືອງທ່າແຂກ ແລະ ໄດ້ເຂັນຂ້າປະຊາຊົນ ຢ່າງປ່າເຖື່ອນ; ເຊິ່ງພວກເຂົາໃຊ້ທັງເຮືອບິນສູ້ຮົບ ແລະ ປືນໃຫຍ່; ໃນວັນທີ 1-2 ທັນວາ 1975 , ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ເອກະສັນແຕ່ງຕັ້ງປະທານ ສຸພານຸວົງ ເປັນປະທານປະເທດ ຄົນທໍາອິດຂອງ ສປປ ລາວ ແລະ ເປັນປະທານສະພາປະຊາຊົນສູງສຸດ. ນັບແຕ່ປີ 1975-1995, ປະທານ ສຸພານຸວົງ ໄດ້ນໍາພາປະຊາຊົນຜ່ານຜ່າອຸປະສັກຕ່າງໆໃນໄລຍະຂ້າມຜ່ານ, ນໍາພາປະຊາຊົນດໍາເນີນພາລະກິດປ່ຽນ ແປງໃໝ່ ແລະ ນໍາພາປະຊາຊົນສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືືອງເທື່ອລະກ້າວ.

ສະພາແຫ່ງຊາດ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ
ສະພາແຫ່ງຊາດ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ