ຄວນເພີ່ມທະວີຮ່ວມມື ຈັດສັນຄວາມບໍ່ເປັນລະບຽບ ຕາມເສັ້ນທາງ

ເພີ່ມທະວີຈັດສັນ ຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນຕົວເມືອງ

0
1374

ຄວາມຄືບໜ້າ ການຈັດສັນ ຄວາມບໍ່ເປັນລະບຽບຮຽບຮ້ອຍ ຕາມເສັ້ນທາງສາຍຫຼັກ 4 ເມືອງ ໃນນະຄອນຫຼວງວຽງຈັນ, ຄະນະຮັບຜິດຊອບຈັດສັນ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ, ເຊິ່ງໃນນັ້ນ ໄດ້ມີການລົງມ້າງ ເທີບເງີບ, ປ້າຍໂຄສະນາ ແລະ ສິ່ງກີດຂວາງ ຕາມເສັ້ນທາງສາຍຫຼັກ ເພື່ອ ຄວາມເປັນລະບຽບຮຽບຮ້ອຍ ແລະ ແກ້ໄຂ ການສັນຈອນແອອັດ ແລະ ສ່ວນຫຼາຍ ແມ່ນສໍາເລັດໄປແລ້ວ; ແຕ່ ໜຶ່ງໃນເມືອງ ທີ່ປະຕິບັດບໍ່ໄດ້ຕາມແຜນ ຫຼື ຫຼ້າຊ້າກວ່າໝູ່ ແມ່ນ ເມືອງໄຊທານີ ຍ້ອນປະຊາຊົນ ບໍ່ໃຫ້ການຮ່ວມມື ເຮັດໃຫ້ວຽກງານຊັກຊ້າ ແລະ ອີກດ້ານໜຶ່ງ, ເຈົ້າໜ້າທີ່ ບໍ່ມີຄວາມເຂັ້ມງວດເທົ່າທີ່ຄວນ ຍັງເຮັດແບບແປະໆບາງໆ ເຮັດໃຫ້ວຽກງານບໍ່ໍສໍາເລັດ ຕາມແຜນການທີ່ກໍານົດໄວ້.

ຄະນະຮັບຜິດຊອບຈັດສັນ ໄດ້ລົງມ້າງ ຮື້ຖອນ ສິ່ງກີດຂວາງ ຕາມເສັ້ນທາງສາຍຫຼັກ ໃນຕົວເມືອງ
ຄະນະຮັບຜິດຊອບຈັດສັນ ໄດ້ລົງມ້າງ ຮື້ຖອນ ສິ່ງກີດຂວາງ ຕາມເສັ້ນທາງສາຍຫຼັກ ໃນຕົວເມືອງ

ການຈັດສັນ ຄວາມບໍ່ເປັນລະບຽບຮຽບຮ້ອຍ ຕາມສາຍທາງສາຍຫຼັກ ແມ່ນອີງໃສ່ ຂໍ້ຕົກລົງຂອງ ເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 1184/ວນວ ລົງວັນທີ 20 ທັນວາ 2017 ວ່າດ້ວຍ ການຈັດສັນ ຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນຕົວເມືອງ ແລະ ຊານເມືອງ ແລະ ແຈ້ງການຂອງ ເຈົ້າເມືອງໆໄຊທານີ ສະບັບເລກທີ 018/ຈມ.ຊທນ ລົງວັນທີ 11 ກຸມພາ 2019 ວ່າດ້ວຍ ການໃຫ້ມ້າງ, ຮື້ຖອນ, ເທີບເງີບ, ຕູບ, ເຕັ້ນ, ຮົ້ວ, ປ້າຍໂຄສະນາ ແລະ ສິ່ງປຸກສ້າງ ທີ່ກວມເອົາ ເຂດສະຫງວນຂອງທາງ ( ດິນລັດ ).

ຈາກນັ້ນ, ຈຶ່ງຈັດຕັ້ງ ຄະນະຮັບຜິດຊອບ ໂຄສະນາເຜີຍແຜ່ໃຫ້ ປະຊາຊົນຕາມບ້ານເປົ້າໝາຍ ໄດ້ຮັບຮູ້ ແລະ ທົ່ວເຖິງ, ພ້ອມທັງ ເກັບກໍາບັນດາເປົ້າໝາຍ ແລ້ວເຮັດບົດບັນທຶກ – ສັນຍາກັນຄັກແນ່ ໂດຍເລີ່ມແຕ່ ເດືອນກຸມພາ ຈົນເຖິງ ປັດຈຸບັນ.

ທັງ ເຈົ້າໜ້າທີ່ ແລະ ພໍ່ຄ້າ - ແມ່ຄ້າ ຄວນເອົາໃຈໃສ່ໃນການຮ່ວມມື ແກ້ໄຂ ບັນຫາ ສິ່ງກີດຂວາງ ຕາມເສັ້ນທາງສາຍຫຼັກ ໃນຕົວເມືອງ ໃຫ້ເປັນລະບຽບຮຽບຮ້ອຍ ແລະ ຈົບງາມ
ທັງ ເຈົ້າໜ້າທີ່ ແລະ ພໍ່ຄ້າ – ແມ່ຄ້າ ຄວນເອົາໃຈໃສ່ໃນການຮ່ວມມື ແກ້ໄຂ ບັນຫາ ສິ່ງກີດຂວາງ ຕາມເສັ້ນທາງສາຍຫຼັກ ໃນຕົວເມືອງ ໃຫ້ເປັນລະບຽບຮຽບຮ້ອຍ ແລະ ຈົບງາມ

ສຳຫຼັບ ການຈັດສັນ ຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນເມືອງໄຊທານີ ແມ່ນໄດ້ສຸມໃສ່ 4 ເສັ້ນທາງ ຄື:

  1. ເສັ້ນທາງດົງໂດກ – ຕານມີໄຊ;
  2. ຖະໜົນ ໄກສອນພົມວິຫານ;
  3. ຖະໜົນ 13 ໃຕ້;
  4. ຖະໜົນ ເລກທີ 10 ( ທາງທ່າງ່ອນ ).

+ ສໍາລັບ ເສັ້ນທາງດົງໂດກ – ຕານມີໄຊ

ເລີ່ມແຕ່ ສີ່ແຍກໄຟອຳນາດ 450 ປີ ຫາ ສີ່ແຍກໄຟອຳນາດ ຕາມມີໄຊ ແມ່ນກວມເອົາ 5 ບ້ານ ຄື: ບ້ານຊ້າງຄູ້, ດົງໂດກ, ຄໍາຮຸ່ງ, ບ້ານຕານມີໄຊ ແລະ ບ້ານສະພັງເມິກ.

ທ່ານ ຄໍາຜົງ ແພງສີສົມບູນ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ຮອງຫົວໜ້າຄະນະຈັດສັນ ຄວາມບໍ່ໍເປັນລະບຽບຮຽບຮ້ອຍ ເມືອງໄຊທານີ ໃຫ້ສໍາພາດ
ທ່ານ ຄໍາຜົງ ແພງສີສົມບູນ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ຮອງຫົວໜ້າຄະນະຈັດສັນ ຄວາມບໍ່ໍເປັນລະບຽບຮຽບຮ້ອຍ ເມືອງໄຊທານີ ໃຫ້ສໍາພາດ

ຜ່ານການລົງກວດກາ ແມ່ນໄດ້ເຮັດບົດບັນທຶກ ລວມມີ 156 ເປົ້າໝາຍ, ມີ 368 ກໍລະນີ ເຊັ່ນ: ອາຄານກໍ່ 36 ກໍລະນີ, ເທີບເງີບ 120 ກໍລະນີ, ຕູບເຄື່ອນທີ່ 9 ຕູບ, ປ້າຍ 137 ປ້າຍ, ຮົ້ວ – ກໍາແພງ 16 ກໍລະນີ, ວາງສິນຄ້າ – ວັດສະດຸຊະຊາຍ 49 ກໍລະນີ ແລະ ຈອດລົດຊະຊາຍ ມີ 1 ກໍລະນີ.

ທ່ານ ຄໍາຜົງ ແພງສີສົມບູນ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ຮອງຫົວໜ້າຄະນະຈັດສັນ ຄວາມບໍ່ໍເປັນລະບຽບຮຽບຮ້ອຍ ເມືອງໄຊທານີ ໃຫ້ສໍາພາດ ໃນວັນທີ 29 ກໍລະກົດ ວ່າ:
ເພີ່ມທະວີຈັດສັນ ຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນຕົວເມືອງ
ເພີ່ມທະວີຈັດສັນ ຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນຕົວເມືອງ

ຜ່ານການລົງຈັດຕັ້ງປະຕິບັດຕົວຈິງ, ຄະນະຮັບຜິດຊອບ ສາມາດປະຕິບັດໄດ້ພຽງແຕ່ 39 ກໍລະນີ ແລະ ຍັງອີກ 319 ກໍລະນີ ແມ່ນຍັງບໍ່ສໍາເລັດ, ສາເຫດຍ້ອນ ປະຊາຊົນສ່ວນຫຼາຍ ຍັງບໍ່ເຂົ້າໃຈ ເປັນຕົ້ນແມ່ນ:

ເວລາທີ່ ຄະນະຮັບຜິດຊອບ ລົງກວດກາ ແລະ ເຮັດວຽກຕົວຈິງ ປະຊາຊົນຍັງມີການຕໍ່ວ່າ – ເວົ້າຈາບໍ່ສຸພາບ, ບໍ່ໃຫ້ຄວາມຮ່ວມມື, ສະຕິຕໍ່ລະບຽບກົດໝາຍ ຍັງບໍ່ສູງ ເອົາແຕ່ຜົນປະໂຫຍດເຂົ້າໃສ່ຕົວເອງ ໂດຍບໍ່ຄໍານຶງເຖິງຜົນປະໂຫຍດສ່ວນລວມ.

  • ໃນກໍລະນີ, ເຈົ້າໜ້າທີ່ ມີການລົງກວດກາແນະນໍາໃຫ້ມ້າງ ແລະ ຫຍັບຮ້ານຂາຍເຄື່ອງ ເຂົ້າໄປບໍ່ໃຫ້ກວມຫົນທາງ, ບາງຄົນ ກໍຫຍັບເຂົ້າແຕ່ຕອນບອກ, ແຕ່ເມື່ອ ຄະນະກໍາມະການ ລົງກວດກາບ່ອນອື່ນ ແມ່ນຫຍັບອອກຄືນ.
  • ການກະທໍາດັ່ງກ່າວ ສະແດງໃຫ້ເຫັນເຖິງຄວາມເຫັນແກ່ໂຕຂອງບຸກຄົນຈໍານວນໜຶ່ງ ເຊິ່ງກະທົບເຖິງຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມຈົບງາມຕາມເສັ້ນທາງ; ຍິ່ງກວ່ານັ້ນ, ການຈັດຕັ້ງປະຕິບັດໜ້າທີ່ ກໍພົບກັບບັນຫາຫຍຸ້ງຍາກຫຼາຍສົມຄວນ.

ຢ່າງໃດກໍຕາມ, ຕໍ່ກັບ ຜູ້ທີ່ບໍ່ໃຫ້ຄວາມຮ່ວມມື, ທາງ ຄະນະຮັບຜິດຊອບ ກໍໄດ້ສຶກສາອົບຮົມ ພ້ອມທັງແນະນໍາແຈ້ງການໃຫ້ຈະແຈ້ງຂຶ້ນຕື່ມ ແລະ ຖ້າຍັງມີບຸກຄົນໃດ ບໍ່ໃຫ້ການຮ່ວມມື ກໍຈະໃຊ້ມາດຕະການເຂັ້ມງວດ.

ສະນັ້ນ, ປະຊາຊົນຊາວຄ້າ – ຂາຍ ທີ່ປະກອບການຕ່າງໆ ທີ່ກວມເອົາເຂດສະຫງວນທາງ ຈົ່ງໃຫ້ການຮ່ວມມືມີຄວາມຕື່ນຕົວຈິງໃຈ ມ້າງ, ຮື້ຖອນ, ເທີບເງີບ, ຕູບ, ເຕັ້ນ, ໂຕະຕັ່ງ, ຮົ້ວ, ປ້າຍໂຄສະນາ ແລະ ສິ່ງປຸກສ້າງອື່ນໆ ເພື່ອໃຫ້ຄວາມເປັນລະບຽບຮຽບຮ້ອຍ ແລະ ງາມຕາ ແລະ ເປັນການຫຼຸດຜ່ອນ ການເກີດອຸບັດຕິເຫດ, ຄວາມແອອັດຕໍ່ການສັນຈອນ ເນື່ອງຈາກ ປະຊາກອນມີອັດຕາເພີ່ມຂຶ້ນເລື້ອຍໆ ແລະ ຍານພາຫະນະ ກໍເພີ່ມຂຶ້ນ ເຊັ່ນດຽວກັນ.