ບັນຫາຄ້າມະນຸດ ແມ່ນອາຊະຍາກໍາຂ້າມຊາດ ເຊິ່ງເປັນການກະທໍາຜິດທາງອາຍາທີ່ຮ້າຍແຮງສົ່ງຜົນກະທົບໂດຍກົງ ແລະ ທາງອ້ອມຕໍ່ຄວາມໝັ້ນຄົງ, ຄວາມສະຫງົບເປັນລະບຽບຮຽບຮ້ອຍ; ສະເພາະປີ 2021 ເຫັນວ່າ, ພວກຄ້າມະນຸດ ໄດ້ສວຍໃຊ້ສ່ອງຫວ່າງທາງດ້ານພູມມີສາດຂອງປະເທດເຮົາ ທີ່ມີ ຊາຍແດນຕິດຈອດກັບ 5 ປະເທດ ເຄື່ອນໄຫວຄ້າມະນຸດດ້ວຍການຊອກຫາ, ເຄື່ອນຍ້າຍ, ຂົນສົ່ງ, ໃຫ້ບ່ອນພັກເຊົາ, ບ່ອນລີ້ຊ້ອນ, ຕົວະຍົວະຫຼອກ ລວງ, ການໃຫ້ຖືພາບໍ່ຖືກຕ້ອງ, ການຄ້າໂສເພນີ, ການບັງຄັບໃຫ້ເປັນໂສເພນີ ທີ່ຂັດກັບກົດໝາຍ ແລະ ວັດທະນະທໍາອັນດີງາມຂອງຊາດ.

ບັນຫາທີ່ໜ້າເປັນຫ່ວງທີ່ສຸດ ແມ່ນພົນລະເມືອງລາວໄດ້ຖືກຕົວະຍົວະຫຼອກລວງໄປອອກແຮງງານ, ໄປທ່ອງທ່ຽວ, ໄປແຕ່ງດອງຢູ່ຕ່າງປະເທດ ແລ້ວຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ມີຈຳນວນຫຼາຍພໍສົມຄວນ; ສະເພາະປີ 2022, ບັນຫາການຄ້າມະນຸດຢູ່ປະເທດເຮົາ ໄດ້ມີການຫັນປ່ຽນໃໝ່ ຄື: ການຫຼອກລວງຜູ້ຖືກເຄາະຮ້າຍ ໄປຂາຍແຮງງານ ຫຼື ບັງຄັບແຮງງານ, ບັງຄັບບໍລິການທາງເພດ ແລະ ການຖ່າຍທອດສົດການເປືອຍກາຍຂອງຍິງ-ຊາຍ ແລະ ຮ່ວມເພດອອກສື່ສັງຄົມອອນລາຍ.

ພົຈວ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ ກ່າວວ່າ:

ປັດຈຸບັນ, ຢູ່ປະເທດເຮົາພົບເຫັນ ບັນຫາການຄ້າມະນຸດເກີດຂຶ້ນຫຼາຍກວ່າໝູ່ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໂດຍສະເພາະແມ່ນຢູ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ, ມີແຕ່ການຂູດຮີດແຮງງານດ້ວຍການຕອບແຊດເກີນຊົ່ວໂມງອອກແຮງງານ, ຜ່ານການຊ່ວຍເຫຼືອຜູ້ທີ່ມີຄວາມສ່ຽງ ຫຼື ຜູ້ທີ່ຖືກສົງໄສວ່າເປັນຜູ້ຖືກເຄາະຮ້າຍ ຫຼື ຖືກເຄາະຮ້າຍ ມີ 4 ກໍລະນີທີ່ພົບເຫັນ ຄື:

ຜູ້ຖືກເຄາະຮ້າຍຈາກການໃຊ້ ແລະ ອອກແຮງງານທີ່ບໍ່ເປັນທໍາ, ໝາຍຄວາມວ່າ ບໍ່ຈ່າຍຄ່າແຮງງານຕາມທີ່ໄດ້ຕົກລົງກັນ.

ຜູ້ອອກແຮງງານທີ່ໝົດກຳນົດສັນຍາ ແລ້ວໄປຂາຍແຮງງານໃຫ້ບໍລິສັດອື່ນ.

ຜູ້ອອກແຮງງານທີ່ເຮັດວຽກບໍ່ໄດ້ຕາມສັນຍາ, ໝາຍຄວາມວ່າ ບໍ່ຄົບອາຍຸສັນຍາ ຍ້ອນຄວາມສາມາດໃນການເຮັດວຽກບໍ່ໄດ້, ສະພາບແວດລ້ອມຂອງການເຮັດວຽກບໍ່ດີ, ເຮັດວຽກເກີນຊົ່ວໂມງອອກແຮງງານ.

ຜູ້ເຈັບເປັນ, ສຸຂະພາບອ່ອນແອ ເຊິ່ງພວກຄົນເຫຼົ່ານີ້ມີຈຸດປະສົງຢາກກັບບ້ານ ຫຼື ກັບຄືນປະເທດ ແຕ່ຖືກເຈົ້າຂອງຮ້ານ ຫຼື ບໍລິສັດຮຽກເງິນຄືນ ໂດຍອ້າງວ່າມີຄ່າໃຊ້ຈ່າຍຕ່າງໆທີ່ຜູ້ອອກແຮງງານຈະຕ້ອງຮັບຜິດຊອບແທນທຶນ ເປັນຕົ້ນແມ່ນ ຄ່າກວດໂຄວິດ, ຄ່າກັກໂຕປ້ອງກັນໂຄວິດ, ຄ່າບັດແຮງງານ ແລະອື່ນໆ.

ຜູ້ອອກແຮງງານສ່ວນຫຼາຍ ແມ່ນເຂົ້າ-ອອກເມືອງຜິດກົດໝາຍ, ບໍ່ຖືໜັງສືຜ່ານແດນ, ມີພຽງແຕ່ບັດປະຈໍາຕົວ ຫຼື ບາງຄົນຖ້າມີໜັງສືຜ່ານແດນ ກໍບໍ່ໄດ້ເດີນທາງຜ່ານດ່ານກວດຄົນເຂົ້າ-ອອກເມືອງ (ລັກລອບເຂົ້າເມືອງ).

ຜ່ານມາ, ລັດຖະບານໄດ້ຊີ້ນຳ ແລະ ມອບໝາຍໃຫ້ ກະຊວງ ປກສ ກໍຄື ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ແລະ ກົມໃຫຍ່ຕຳຫຼວດ ເອົາໃຈໃສ່ຊີ້ນຳຢ່າງຈົດຈໍ່ຕໍ່ ກົມຕຳຫຼວດການສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ກອງບັນຊາການ ປກສ ແຂວງ ໃນຂອບເຂດທົ່ວປະເທດ ຕາມສາຍຕັ້ງສະກັດກັ້ນ ແລະ ແກ້ໄຂບັນຫາການຄ້າມະນຸດຢ່າງເດັດຂາດ ໂດຍສຸມໃສ່ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ໄລຍະທີ III (2021-2025), ເຊິ່ງລັດຖະບານໄດ້ຮັບຮອງເອົາແລ້ວ ປະກອບມີ 6 ແຜນງານ, 27 ໂຄງການ ແລະ 119 ກິດຈະກຳ ໄດ້ຮັບການເຜີຍແຜ່ ແລະ ຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ, ສະເພາະເຈົ້າໜ້າທີ່ຕໍາຫຼວດພວກເຮົາ ໄດ້ສຸມໃສ່ຈັດຕັ້ງປະຕິບັດ 4 ແຜນງານເປັນຫຼັກ ຄື:

1. ແຜນງານປ້ອງກັນ: ໂດຍສຸມໃສ່ເຮັດວຽກງານໂຄສະນາ, ປູກຈິດສຳນຶກ, ສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍຂອງການຄ້າມະນຸດ ໃຫ້ທົ່ວສັງຄົມໂດຍມີກິດຈະກໍາຕ່າງໆລົງຜ່ານທາງໂທລະພາບ, ວິທະຍຸ, ຢູທູບ, ຕິກຕອກ ແລະ ເວັບໄຊ ຢ່າງເປັນປົກກະຕິ, ເຮັດໃຫ້ທົ່ວສັງຄົມຮັບຮູ້, ເຂົ້າໃຈ ແລະ ມີສະຕິລະວັງຕົວໃນການປ້ອງກັນບໍ່ໃຫ້ບັນຫາຄ້າມະນຸດບໍ່ໃຫ້ເກີດຂຶ້ນ.

2. ແຜນງານດຳເນີນຄະດີ ແລະ ບັງຄັບໃຊ້ກົດໝາຍ: ໂດຍສຸມໃສ່ເຮັດວຽກງານຕິດຕາມຂ່າວ, ລົງພິສູດແຫຼ່ງຂ່າວ, ເກັບກຳຂ່າວ, ຂຶ້ນບັນຊີເປົ້າໝາຍ ເປັນຕົ້ນແມ່ນສະຖານທີ່ທີ່ມີຄວາມສ່ຽງ, ບຸກຄົນຜູ້ເປັນຫົວໂປ່ໂຕກາມ, ຜູ້ເປັນນາຍໜ້າ, ບັນດາບໍລິສັດ, ຮ້ານກິນດື່ມ, ຮ້ານບັນເທິງ ແລະ ອື່ນໆ.

ຜ່ານການເຄື່ອນໄຫວເຮັດວຽກດັ່ງກ່າວ ສາມາດດຳເນີນຄະດີໄດ້ 17 ເລື່ອງ ມີຜູ້ຖືກຫາ 74 ຄົນ ຍິງ 54 ຄົນ, ຕ່າງປະເທດ 16 ຄົນ ຍິງ 7 ຄົນ; ພົ້ນເດັ່ນກ່າວໝູ່ຢູ່ເຂດສາມລ່ຽມຄໍາ ສາມາດດຳເນີນຄະດີໄດ້ 12 ເລື່ອງ, ມີຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ 21 ຄົນ, ຕ່າງປະເທດ 14 ຄົນ.

3. ແຜນງານຊ່ວຍເຫຼືອກຸ່ມສ່ຽງ ແລະ ຜູ້ຖືກເຄາະຮ້າຍ: ເມື່ອໄດ້ຮັບແຈ້ງຄວາມ ແລະ ຮັບຄໍາຮ້ອງຊ່ວຍເຫຼືອ, ເຈົ້າໜ້າທີ່ໄດ້ສົມທົບກັບຫຼາຍພາກສ່ວນ ເພື່ອປະຕິບັດງານຊ່ວຍເຫຼືອ, ສະເພາະຢູ່ເຂດເສດຖະກິດສາມລ່ຽມຄຳ ໄດ້ໃຫ້ຄວາມຊ່ວຍເຫຼືອຜູ້ອອກແຮງງານທີ່ມີຄວາມສ່ຽງ ຈາກການຄ້າມະນຸດໃນແຂວງບໍ່ແກ້ວ ກ່ອນວັນທີ 1 ກັນຍາ ຫາ 12 ທັນວາ 2022 ໄດ້ທັງໝົດ 1.686 ຄົນ ຍິງ 634 ຄົນ.

4. ແຜນງານການພົວພັນຮ່ວມມືກັບສາກົນ: ຜ່ານມາ, ໄດ້ຮ່ວມມືກັບບັນດາປະເທດທີ່ມີຊາຍແດນຕິດຈອດກັນ ແລະ ຮ່ວມມືກັບຫຼາຍຝ່າຍ ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຄ້າມະນຸດ; ນອກນີ້, ຍັງຮ່ວມມືກັບ ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສັງຄົມຕ່າງໆ.

ແນວໃດກໍຕາມ, ບັນຫາຄ້າມະນຸດຢູ່ປະເທດເຮົາ ຍັງຈະສືບຕໍ່ເກີດຂຶ້ນ ໂດຍສະເພາະ ຢູ່ເຂດສາມຫຼ່ຽມຄໍາ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນກັບບັນດາປະເທດໃກ້ຄຽງ; ສະນັ້ນ, ທຸກຄົນໃນສັງຄົມ ຄວນເປັນເຈົ້າການນໍາກັນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ເມື່ອພົບເຫັນບໍ່ແສກ່ຽວກັບການຄ້າມະນຸດ ຄວນແຈ້ງຕໍ່ເຈົ້າໜ້າທີ່ເຂົ້າແກ້ໄຂ.

ທຸກຄົນໃນສັງຄົມ ຄວນມີສະຕິຕໍ່ຜູ້ຄົນທີ່ແອບອ້າງຫຼອກລວງເອົາຄົນໄປເຮັດວຽກ ໂດຍໃຫ້ຄ່າຕອບແທນສູງ ແລະ ຄວນໄຕ່ຕອງຂໍ້ມູນໃຫ້ດີ ເພື່ອບໍ່ໃຫ້ຕົນເອງ ແລະ ຍາດພີ່ນ້ອງ ຫຼື ຄົນທີ່ທ່ານຮັກ ຕົກເປັນເຫຍື່ອຂອງການຄ້າມະນຸດ.