ພາຍຸໝາກເຫັບ ຖະຫຼົ່ມແຮງ-ທັບຖົມສູງ 1,5 ແມັດ ບ້ານເຮືອນເສຍຫາຍ 200

0
728

ໃນວັນທີ 1 ກໍລະກົດ ທີ່ຜ່ານມາ, ສຳນັກຂ່າວ ບີບີຊີ ລາຍງານສະພາບອາກາດປັ່ນປ່ວນ ທີ່ສ້າງຄວາມໜ້າຕົກໃຈ ໃນເມືອງກົວດາລາຮາຣາ ລັດຮາລິສໂກ ທາງທິດຕາເວັນຕົກຂອງປະເທດເມັກຊິກ ຫຼັງຈາກເກີດ ພາຍຸໝາກເຫັບ ຕົກລົງມາຢ່າງຮຸນແຮງ ທ່າມກາງອາກາດຮ້ອນອົບເອົ້າ ທີ່ມີອຸນຫະພູມຫຼາຍກວ່າ 30 ອົງສາເຊ ໂດຍໝາກເຫັບຕົກຕໍ່ເນື່ອງ ຈົນທັບຖົມພື້ນທີ່ສູງເຖິງ 1,5 ແມັດ.

A woman and a child walk on hail in the eastern area of Guadalajara, Jalisco state, Mexico, on June 30, 2019. – The accumulation of hail in the streets of Guadalajara buried vehicles and damaged homes.

ດ້ານທາງການທ້ອງຖິ່ນ ລະບຸວ່າ:

ມີອາຄານບ້ານເຮືອນ ປະມານ 200 ຫຼັງ ໄດ້ຮັບຄວາມເສຍຫາຍ, ຂະນະດຽວກັນ ກໍເກີດນໍ້າແຂງລະລາຍ ໄຫຼຖ້ວມບາງພື້ນທີ່ ແລະ ມີຕົ້ນໄມ້ລົ້ມກັນເປັນກອງ. ແນວໃດກໍຕາມ, ຍັງບໍ່ພົບ ຜູ້ບາດເຈັບ ຫຼື ຜູ້ເສຍຊີວິດ.

People remain on the sidewalk of a street covered with hail in the eastern area of Guadalajara, Jalisco state, Mexico, on June 30, 2019.

ທັ້ງນີ້, ມັນບໍ່ແມ່ນເລື່ອງແປກ ທີ່ຈະມີ ພາຍຸໝາກເຫັບ ຕົກໃນພື້ນທີ່ອາກາດຮ້ອນຈັດ ແຕ່ຊາວເມືອງກົວດາລາຮາຣາ ລະບຸເປັນສຽງດຽວກັນວ່າ ບໍ່ເຄີຍພົບເຈີ ພາຍຸໝາກເຫັບຮຸນແຮງ ແລະ ຫຼາຍຂະໜາດນີ້ມາກ່ອນ.