ໃນວັນທີ 25 ມິຖຸນາ 2019. ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຈັດກໍາລັງຕໍາຫຼວດວິຊາສະເພາະເຂົ້າປິດລ້ອມຫ້ອງແຖວແຫ່ງໜຶ່ງຢູ່ບ້ານດອນມຸນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອກວດຄົ້ນ. ຜ່ານການກວດກາພົບເຫັນຢາເສບຕິດຫຼາຍລາຍການ ພ້ອມອຸປະກອນກ່ຽວພັນກັບຢາເສບຕິດ ແລະ ອາວຸດປືນສັ້ນ 1 ກະບອກ ພ້ອມລູກກະສຸນ 30 ລູກ.

ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ໃຫ້ຮູ້ວ່າ: ຫ້ອງແຖວທີ່ກວດພົບສານເສບຕິດ ເປັນຫ້ອງເບີ 1, ເຊິ່ງ ທ້າວ ມົວຊິງຟາງ ອາຍຸ 28 ປີ ສັນຊາດຈີນ ຢູ່ບ້ານເຫີນຊານ ເມືອງຊິວປາຍ ແຂວງຢຸນນານ ປະເທດຈີນ ເປັນຄົນເຊົ່າ. ພາຍໃນຫ້ອງພົບເຫັນຢາເສບຕິດປະເພດຢາບ້າ ຈຳນວນ 3.540 ເມັດ, ຢາຝິ່ນດິບ ຈຳນວນ 6 ກິໂລກຼາມ, ສານເສບຕິດບັນຈຸໃນແກ້ວນ້ອຍ ຈຳນວນ 31 ແກ້ວ, ສານເສບຕິດບັນຈຸຊອງສີດຳ ຈຳນວນ 27 ຊອງ, ສານເສບຕິດບັນຈຸຊອງສີເຫຼືອງ ຈໍານວນ 29 ຊອງ, ແປ້ງຝຸ່ນຂາວ ຈຳນວນ 6 ຖົງ, ປືນສັ້ນ 9 ມມ ຈຳນວນ 1 ກະບອກ, ພ້ອມແມັກ 2 ແມັກ, ລູກປືນຈຳນວນ 30 ລູກ ແລະ ທໍ່ເກັບສຽງ ຈຳນວນ 1 ອັນ ແລະ ອຸປະກອນກ່ຽວພັນກັບຢາເສບຕິດຈຳນວນຫຼາຍ.

ຄະດີດັ່ງກ່າວ, ເຈົ້າໜ້າທີ ປກສ ເມືອງຕົ້ນເຜິ້ງ ແມ່ນໄດ້ກັກຕົວ ທ້າວ ມົວຊິງຟາງ ແລະ ສົ່ງຕົວໃຫ້ພະແນກຕໍາ ຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ດໍາເນີນການສອບສວນ ເພື່ອຂະຫຍາຍຜົນຫາເຄື່ອຄ່າຍດຽວກັນໄປດໍາເນີນຄະດີຕາມກົດໝາຍ.