ໃນວັນທີ 11 ມິຖຸນາ ທີ່ຜ່ານມາ, ທ່ານ ນາງ ຫຍຽວ ບີຢິນ ລັດຖະມົນຕີ ກະຊວງພະລັງງານ ເຕັກໂນໂລຊີ ວິທະຍາສາດ ການປ່ຽນແປງສະພາບອາກາດ ແລະ ສິ່ງແວດລ້ອມ ມາເລເຊຍ ກ່າວໃນກອງປະຊຸມເສດຖະກິດໝູນວຽນ ທີ່ຈັດໂດຍ ຄະນະຜູ້ແທນສະຫະພາບເອີຣົບ ປະຈຳມາເລເຊຍ ວ່າ:

ຫຼາຍຄົນມັກຖາມວ່າ ມາເລເຊຍ ເປັນປະເທດນ້ອຍ ຈະເຮັດສິ່ງເຫຼົ່ານີ້ເຮັດຫຍັງ ໃນເມື່ອສິ່ງທີ່ເຮັດຈະມີຜົນໜ້ອຍຫຼາຍ ແຕ່ ທ່ານ ນາງ ຫຍຽວ ມັກຕອບວ່າ ເມື່ອໃດກໍຕາມທີ່ເຮົາພະຍາຍາມເຮັດບາງສິ່ງບາງຢ່າງ ເຮົາຈະຢູ່ແຖວໜ້າຂອງສິ່ງນັ້ນ, ເຮົາຈະສ້າງວຽກງານ ແລະ ເຕີບໃຫຍ່ຜ່ານສິ່ງນັ້ນ.

ມາເລເຊຍ ຢາກເປັນຜູ້ນຳໃນການສ້າງເສດຖະກິດ ທີ່ເປັນມິດກັບສິ່ງແວດລ້ອມ ແລະ ການເຕີບໃຫຍ່ ທີ່ເປັນມິດກັບສິ່ງແວດລ້ອມ ໃນພາກພື້ນນີ້; ສະນັ້ນ, ລັດຖະບານ ຈະໃຊ້ວິທີການແບບຫຼາກຫຼາຍໃນການພັດທະນາເສດຖະກິດໝູນວຽນ ເຊິ່ງມີທັງການໃຫ້ປະຊາຊົນເກີດການຄຳນຶງໃນດ້ານນີ້, ການໃຫ້ມາດຕະການຈູງໃຈທາງການເງິນແກ່ ບໍລິສັດຕ່າງໆ ລວມໄປເຖິງທຸລະກິດຂະໜາດນ້ອຍ-ກາງ ແລະ ການອອກກົດໝາຍ.

ລັດຖະມົນຕີ ມາເລເຊຍ ກ່າວຕໍ່ໄປວ່າ:

ລັດຖະບານ ຈະເປັນຕົວຢ່າງ ໃນຖານະເປັນຜູ້ບໍລິໂພກລາຍໃຫຍ່ທີ່ສຸດໃນປະເທດ ແລະ ໃຊ້ເງິນຫຼາຍທີ່ສຸດຜ່ານງົບປະມານລາຍຈ່າຍ ປະຈຳປີ; ເຊິ່ງຫົວໜ້າເລຂາທິການ ຄະນະລັດຖະມົນຕີ ໄດ້ແຈ້ງໄປຍັງກະຊວງຕ່າງໆແລ້ວ ໃຫ້ຢຶດຕາມແຜນນີ້ໃນການຈັດງານ ແລະ ກິດຈະກຳຕ່າງໆ.

ລັດຖະບານ ໃຊ້ງົບປະມານລາຍຈ່າຍ ປີລະ 280.000 ລ້ານຣິງກິດ ແລະ ຖ້າຫາກໃຊ້ຢ່າງເປັນມິດກັບສິ່ງແວດລ້ອມ ຈະຍິ່ງເພີ່ມໂອກາດໃຫ້ຜູ້ທີ່ເຮັດວຽກດ້ານນີ້ ເພາະນອກຈາກໃຫ້ແຮງຈູງໃຈທາງການເງິນ ເລື່ອງເປັນມິດກັບສິ່ງແວດລ້ອມແລ້ວ ຍັງຕ້ອງສ້າງຄວາມຕ້ອງການໃຫ້ບໍລິການ ທີ່ເປັນມິດຕໍ່ສິ່ງແວດລ້ອມ.

ນອກຈາກນີ້, ທ່ານຍັງຢາກໃຫ້ເພີ່ມເລື່ອງ Replacement ຫຼື ທົດແທນ ໄວ້ໃນຫຼັກການຜະລິດພາກອຸດສາຫະກຳ 3 ຢ່າງ ຄື: ຫຼຸດການນຳໃຊ້ (Reduce), ໃຊ້ຊໍ້າ (Reuse) ແລະ ໝູນວຽນກັບມາໃຊ້ໃໝ່ (Recycle) ນຳອີກ.