ໃນວັນທີ 12 ມິຖຸນາ ທີ່ຜ່ານມາ, ສປປ ເກົາຫຼີ ເປີດເຜີຍວ່າ: ກຳລັງເລັ່ງຄວບຄຸມພະຍາດອະຫິວາອາຟຣິກກາ ໃນໝູ ຫຼັງຈາກແຈ້ງວ່າ ພົບການລະບາດໃກ້ຊາຍແດນດ້ານປະເທດຈີນ ໃນທ້າຍເດືອນຜ່ານມາ.

ໜັງສືພິມ ໂຣດອງຊິນມຸມ ຂອງທາງການ ສປປ ເກົາຫຼີ ເປີດເຜີຍວ່າ:

ແຮງງານທົ່ວປະເທດ ກຳລັງກັກກວດໝູຢ່າງເຂັ້ມງວດ ເພື່ອສະກັດການແຜ່ລະບາດ ແລະ ສ້າງຄວາມເຊື່ອໝັ້ນວ່າ ຈະບໍ່ກະທົບຕໍ່ການຜະລິດຊີ້ນໝູ ໂດຍເນັ້ນໜັກການສີດຢາຂ້າເຊື້ອຟາມໝູ ແລະ ຍານພາຫະນະທີ່ໃຊ້ລຳລຽງໝູ, ເຂັ້າງວດຜູ້ເຂົ້າອອກຟາມ ແລະ ຫ້າມຈັດຈຳໜ່າຍອາຫານທີ່ມີໝູເປັນສ່ວນປະສົມ ເນື່ອງຈາກເຊື້ອໄວຣັສຂອງພະຍາດນີ້ ມີການແຜ່ລະບາດສູງຫຼາຍ ເຮັດໃຫ້ໝູຕາຍ ແລະ ຍັງບໍ່ມີວິທີປິ່ນປົວ ແຕ່ບໍ່ເປັນອັນຕະລາຍຕໍ່ຄົນ.

ພະຍາດອະຫິວາອາຟຣິກກາ ໃນໝູ ເລີ່ມລະບາດຈາກຈີນ ກ່ອນແຜ່ໄປຍັງປະເທດເພື່ອນບ້ານ ເຊັ່ນ: ມົງໂກລີ, ຫວຽດນາມ ແລະ ສປປ ເກົາຫຼີ; ເຊິ່ງທາງດ້ານໂຄຊົກ ກະຊວງລວມຊາດ ສ ເກົາຫຼີ ທີ່ເກງວ່າພະຍາດຈະແຜ່ລະບາດຂ້າມຊາຍແດນເຂົ້າມາ ເປີດເຜີຍວ່າ:

ໄດ້ຂໍໃຫ້ ສປປ ເກົາຫຼີ ຮ່ວມດຳເນີນມາດຈະການກວດພະຍາດ ແຕ່ຍັງບໍ່ໄດ້ຮັບການຕອບສະໜອງ ແລະ ສປປ ເກົາຫຼີ ຍັງບໍ່ໄດ້ແຈ້ງວ່າ ພົບການແຜ່ລະບາດເພີ່ມເຕີມ ຫຼັງຈາກແຈ້ງຕໍ່ ອົງການອະນາໄມໂລກ ໃນທ້າຍເດືອນຜ່ານມາ ວ່າ ພົບການແຜ່ລະບາດ ທີ່ຟາມໃນແຂວງຊາກັງ ຕິດກັບມົນທົນຫຼຽວໜິງ ແລະ ມົນທົນຈີ໋ຫຼິນ ຂອງຈີນ ຈົນເປັນເຫດໃຫ້ໝູ 77 ໂຄ ຈາກທັງໝົດ 99 ໂຄ ຕາຍເພາະຕິດພະຍາດ.

ລັດຖະມົນຕີ ກະຊວງລວມຊາດ ສ ເກົາຫຼີ ໃຫ້ສຳພາດທາງໂທລະສັບ ໃນທ້າຍອາທິດຜ່ານມາ ວ່າ: ໄດ້ຮັບຂ່າວສານວ່າ ພະຍາດລະບາດໄປຍັງແຂວງອື່ນໆຂອງ ສປປ ເກົາຫຼີ ແລ້ວ.

ທັ້ງນີ້, ສ ເກົາຫຼີ ກັງວົນເລື່ອງນີ້ຫຼາຍ ເພາະມີຟາມໝູຫຼາຍເຖິງ 6.300 ແຫ່ງ ທີ່ລ້ຽງໝູລວມກັນຫຼາຍກວ່າ 11 ລ້ານຕົວ, ເຮັດໃຫ້ແຮງງານ ສ ເກົາຫຼີ ອອກກວດໝູໃນຟາມ 340 ແຫ່ງ ໃກ້ຊາຍແດນ ສປປ ເກົາຫຼີ ແລະ ຍັງບໍ່ພົບການຕິດເຊື້ອ.

ນອກຈາກນີ້, ຍັງໄດ້ຕິດຕັ້ງຮົ້ວ ແລະ ກັບດັກປ້ອງກັນໝູປ່າທີ່ອາດຕິດເຊື້ອ ຍ່າງຂ້າມມາຈາກ ສປປ ເກົາຫຼີ, ເຂັ້ມງວດເລື່ອງການຄວບຄຸມຕາມທ່າເຮືອ ແລະ ສະໜາມບິນ, ພ້ອມທັງກຳນົດໂທດປັບໃໝ 1 ລ້ານວອນ ກັບຜູ້ທີ່ເຂົ້າປະເທດທີ່ບໍ່ແຈ້ງວ່າ ນຳອາຫານທີ່ມີໝູເປັນສ່ວນປະສົມ ມາຈາກປະເທດທີ່ມີພະຍາດນີ້ລະບາດ ແລະ ຖ້າຫາກເຮັດຜິດຊໍ້າ ຈະຖືກປັບໃໝສູງສຸດ 10 ລ້ານວອນ.