ແອັດສະປາບ ຢຶດ ໂຄເຄນ 785 ກິໂລ ເຊື່ອງໃນຫີນ – ກຽມກະຈາຍທົ່ວເອີຣົບ

0
1200

ໃນວັນທີ 10 ມິຖຸນາ ທີ່ຜ່ານມາ, ສຳນັກຂ່າວ ມິເຣີ ລາຍງານວ່າ: ເຈົ້າໜ້າທີ່ຕຳຫຼວດແອັດສະປາຍ ປະຕິບັດການມ້າງຂະບວນການລັກລອບຂົນ ໂຄເຄນ ຈຳນວນຫຼາຍເຂົ້າສູ່ປະເທດ ໂດຍທາງຕຳຫຼວດ ພົບໂຄເຄນທີ່ເຊື່ອງໄວ້ກັບຫີນປອມຈຳນວນຫຼວງຫຼາຍ ທີ່ຂົນສົ່ງເຂົ້າມາໃນປະເທດແອັດສະປາຍ ຕຳຫຼວດຈຶ່ງຕ້ອງໃຊ້ຄ້ອນທຸບຫີນແຕກ ກ່ອນຈະພົບຖົງໂຄເຄນເຊື່ອງໃນຫີນ ຈຳນວນ 785 ຖົງ ຖົງລະ 1 ກິໂລກຼາມ.

ເຈົ້າໜ້າທີ່ ຈັບກຸມຜູ້ຖືກສົງໄສໄດ້ 11 ຄົນ ກວດສອບແລ້ວພົບວ່າ ເປັນສ່ວນໜຶ່ງຂອງ ອົງກອນຢາເສບຕິດຂ້າມຊາດ ທີ່ມີພົນລະເມືອງໂກລົມບີ ແລະ ເວເນຊູເອລາ ຢູ່ເບື້ອງຫຼັງ.

ຕຳຫຼວດແອັດສະປາຍ ລະບຸອີກວ່າ: ກຸ່ມດັ່ງກ່າວ ນຳໂຄເຄນຈຳນວນຫຼາຍ ເຂົ້າມາໃນປະເທດ ແລະ ຈະກະຈາຍໄປປະເທດອື່ນໆໃນເອີຣົບ.