ກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ເຜີຍແຜ່ມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃຫ້ນັກໂທດ, ຜູ້ຖືກຫາ ແລະ ຜູ້ດັດສ້າງ ຢູ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຫຼວງນໍ້າທາ ໃນວັນທີ 23 ພຶດສະພາ 2019 ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ມູນເຊື້້ອວັນສ້າງຕັ້ງກອງທັບປະຊາຊົນລາວ.

ເຜີຍແຜ່ໂດຍ ພັທ ພອນເອື້ອຍ ຄໍາວິພົນ ຮອງຫ້ອງການກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ (20 ມັງກອນ 1949-20 ມັງກອນ 2019) ປະຫວັດແຫ່ງການກໍາເນີດ ແລະ ເຕີບໃຫ່ຍຂອງກອງທັບປະຊາຊົນລາວ, ທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດຂອງກອງທັບປະຊາຊົນລາວ ແລະ ເສີມຂະຫຍາຍມູນເຊື້ອຂອງກອງທັບປະຊາຊົນລາວເຂົ້າໃນວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ.

ການເຜີຍແຜ່ມູນເຊື້້ອວັນດັ່ງກ່າວ ເພື່ອໃຫ້ຜູ້ຫຼົງຜິດໄດ້ຮັບຮູ້ ແລະ ເຂົ້າໃຈມູນເຊື້ອອັນພິລະອາດຫານໃນການເສຍສະຫຼະເລື່ອດເນື້ອ ເພື່ອປະເທດຊາດຂອງປະຊາຊົນລາວ. ສະນັ້ນ, ທຸກຄົນຕ້ອງຮັກບ້ານເກີດເມືອງນອນຂອງຕົນ, ພາຍຫຼັງພົ້ນໂທດອອກໄປແລ້ວຕ້ອງດໍາລົງຊີວິດພາຍໃຕ້ລະບຽບກົດໝາຍ, ອັນໃດເພິ່ນຫ້າມກໍ່ບໍ່ເຮັດທໍາມາຫາກິນແບບສຸດຈະລິດ.