ທ່ານ ມະຫາຖີ ໂມຮໍາໝັດ ນາຍົກລັດຖະມົນຕີມາເລເຊຍ ກ່າວໃນວັນທີ 14 ສິງຫານີ້ ວ່າ: ກໍາລັງຈະພິຈາລະນາທີ່ຈະຂຶ້ນລາຄາຂາຍນໍ້າໃຫ້ ສິງກະໂປ ຫຼາຍກວ່າ 10 ເທົ່າ ເພື່ອນໍາເງິນມາຊໍາລະໜີ້ຂອງປະເທດ ພ້ອມທັງລະບຸວ່າ ຈໍາເປັນຕ້ອງມີການທົບທວນຂໍ້ຕົກລົງຂາຍນໍ້າ ເພື່ອການອຸປະໂພກບໍລິໂພກແກ່ ສິງກະໂປ ເຊິ່ງສະທ້ອນເຖິງການເພີ່ມຂຶ້ນຂອງຄ່າຄອງຊີບ.

ຂະນະນີ້, ມາເລເຊຍ ຂາຍນໍ້າໃຫ້ ສິງກະໂປ ໃນລາຄາ 3 ເຊນມາເລເຊຍ (0,7 ເຊນສະຫະລັດ) ຕໍ່ 1.000 ແກວລອນ. ໃນຂະນະທີ່, ລັດຢະໂຮ ຂອງມາເລເຊຍ ຂາຍນໍ້າໃຫ້ແກ່ລັດມະລະກາ ເຊິ່ງຢູ່ໃນມາເລເຊຍເຊັ່ນກັນ ໃນລາຄາ 30 ເຊັນມາເລເຊຍຕໍ່ 1.000 ແກວລອນ ເຊິ່ງທ່ານ ມາຫາຖີ ໄດ້ກ່າວວ່າ: ລາຄານໍ້າທີ່ ມາເລຍເຊຍ ຂາຍໃຫ້ ສິງກະໂປ ຄວນຈະສູງກວ່ານີ້ ແຕ່ທ່ານກໍບໍ່ໄດ້ເຜີຍຕົວເລກທີ່ສະເພາະເຈາະຈົງ ໂດຍທ່ານລະບຸຕື່ມວ່າ: ເລື່ອງນີ້ຍັງຄົງຢູ່ໃນລະຫວ່າງການເຈລະຈາຂອງທັງສອງຝ່າຍ.