ແຂວງຊຽງຂວາງ ໄດ້ຈັດພິທີປະກາດການແຕ່ງຕັ້ງເລຂາຄະນະບໍລິຫານງານພັກແຂວງ, ກຳມະການປະຈຳພັກແຂວງ ແລະ ກຳມະການຄະນະບໍລິຫານງານພັກແຂວງ, ວັນທີ 10 ສິງຫາ 2018 ໂດຍການເຂົ້າຮ່ວມຂອງ ທ່ານ ຈັນສີ ໂພສີຄຳ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີການນຳຂັ້ນສູນກາງ, ການນຳຂັ້ນແຂວງ ແລະ ພະນັກງານຫຼັກແຫຼ່ງຂອງແຂວງຊຽງຂວາງເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ; ໃນນີ້, ໄດ້ແຕ່ງຕັ້ງ ທ່ານ ບຸນຕົ້ນ ຈັນທະພອນ ຮັກສາການເລຂາຄະນະບໍລິຫານງານພັກແຂວງ ເປັນ ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ, ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍ ການແຕ່ງຕັ້ງກຳມະການປະຈຳພັກແຂວງຊຽງຂວາງ; ໃນນີ້, ໄດ້ແຕ່ງຕັ້ງ ທ່ານ ໜໍບີ ຫາຕົ່ງປາວ, ທ່ານ ຄຳແສງ ພົມມະວັນ ແລະ ທ່ານ ບົວເງິນ ຫຸມໄຊຍະພົມ ເປັນກຳມະການປະຈຳພັກແຂວງຊຽງຂວາງ, ທ່ານ ສູນທອນ ພັນມີໄຊ ແລະ ພັອ ຂັນ ທອງ ວົງອຳຄາ ເປັນກຳມະການຄະນະບໍລິຫານງານພັກແຂວງ.

ທ່ານ ຈັນສີ ໂພສີຄຳ ໄດ້ເນັ້ນໜັກຕໍ່ຄະນະນໍາແຂວງຊຽງຂວາງ ວ່າ: ຕ້ອງຍົກສູງຄວາມຮັບຜິດຊອບການເມືອງທີ່ໄດ້ຮັບມອບໝາຍ, ຕັ້ງໜ້າປັບປຸງແບບແຜນ ວິທີເຮັດວຽກ ແລະ ວິທີນຳພາໃຫ້ຖືກຕ້ອງຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະບຸກຄົນຮັບຜິດຊອບ, ຮັບປະກັນໃຫ້ທຸກບັນຫາທີ່ມີຄວາມສຳຄັນ ແລະ ມີລັກສະນະຍຸດ ທະສາດນັບທັງການອອກນິຕິກຳຕ່າງໆ, ຕ້ອງເປັນແບບຢ່າງໃຫ້ແກ່ມະຫາຊົນໃນການດຳລົງຊີວິດໃຫ້ຖືກຕ້ອງຕາມກົດໝາຍ, ວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງຊາດ, ສືບຕໍ່ແກ້ໄຂຜົນຂອງການດຳເນີນຊີວິດການເມືອງ ແລະ ຜົນຂອງການກວດກາທີ່ພົວພັນເຖິງພະນັກງານ, ພ້ອມກັນຈັດຕັ້ງເຊື່ອມຊຶມມະຕິ 6 ສະໄໝທີ X, ເອົາໃຈໃສ່ຊີ້ນຳການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ມີຜົນສໍາເລັດ.