ກອງບັນຊາການ ປກສ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະ ຫງົບ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2018 ໃນວັນທີ 3 ສິງຫາ 2018 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ວຽງພອນ ເຮືອງແພງອ່ອນ ເຈົ້າເມືອງໆຫຼວງນ້ຳທາ, ເປັນປະທານໂດຍ ພັທ ເປີງແກ້ວ ແສນທຳມະຂັນ ຫົວໜ້າກອງບັນຊາການ ປກສ ເມືອງຫຼວງນໍ້າທາ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.

ພັທ ກອງຄຳ ຫວັນນະໂຄ ຮອງຫົວໜ້າກອງບັນຊາການ ປກສ ເມືອງຫຼວງນ້ຳທາ ກ່າວວ່າ: 6 ເດືອນຕົ້ນປີ ຄະນະກອງບັນຊາການ ປກສ ເມືອງຫຼວງນໍ້າທາ ໄດ້ເອົາໃຈໃສ່ປະຕິບັດ 4 ຄາດໝາຍ, 4 ບຸກທະລຸ, 4 ໜ້າທີ່, 4 ການພົວພັນຂອງກຳລັງປ້ອງກັນຄວາມສະຫງົບ; ໂດຍສະເພາະໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບໃນກຳລັງຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ຮັກສາລະບອບຮ່ວມຊີວິດປະຈຳອາທິດ, ປະຈຳເດືອນເປັນປົກກະຕິ, ສຸມໃສ່ເຄື່ອນໄຫວເຮັດໜ້າທີ່ວິຊາສະເພາະຂອງຕົນ, ເກັບກຳສະພາບເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ເອົາໃຈໃສ່ຄຸ້ມຄອງພື້ນທີ່ຈຸດສຸມຕ່າງໆພາຍໃນເມືອງ ໂດຍມອບໃຫ້ພະ ນັກງານວິຊາສະເພາະລົງຮັບຜິດຊອບປະຈຳຢູ່ແຕ່ລະຈຸດ; ພ້ອມນີ້, ຍັງໄດ້ກວດກາຄຸ້ມຄອງເປົ້າໝາຍ ແລະ ເຄື່ອນໄຫວເຮັດວຽກງານດ້ວຍຄວາມຮັບຜິດຊອບສູງ, ສາມາດມ້າງ ແລະ ແກ້ໄຂເປົ້າໝາຍປະກົດການຫຍໍ້ທໍ້ ເປັນຕົ້ນແມ່ນການລັກຊັບ-ຊີງຊັບພົນລະເມືອງ ແລະ ບັນຫາຢາເສບຕິດ, ບັນຫາສາສະໜາ; ໃນໄລຍະ 6 ຜ່ານມາມີຄະດີເກີດຂຶ້ນ ທັງໝົດ 26 ເລື່ອງ, ກັກຕົວຜູ້ຖືກຫາ 34 ຄົນ ຍິງ 1 ຄົນ, ມີອຸບັດຕິເຫດເກີດຂຶ້ນ 49 ຄັ້ງ, ວຽກງານສຳມະໂນຄົວ ສາມາດປ່ຽນປຶ້ມສຳມະໂນຄົວໃຫ້ພົນລະເມືອງ 93 ຫົວ, ມີ 93 ຄອບຄົວ, ປ່ຽນວັນເດືອນປີເກີດໃຫ້ພົນລະເມືອງ 11 ຄົນ ຍິງ 2 ຄົນ, ປ່ຽນຊື່ພົນລະເມືອງ 21 ຄົນ ຍິງ 14 ຄົນ, ຈົດຄົນເພີ່ມເຂົ້າປຶ້ມ ສຳມະໂນຄົວ 73 ຄົນ ຍິງ 45 ຄົນ.

ທິດທາງແຜນການ 6 ເດືອນທ້າຍປີ 2018, ຄະນະພັກ-ຄະນະກອງບັນຊາການ ຈະສືບຕໍ່ປະຕິບັດ 4 ຄາດ ໝາຍ, 4 ບຸກທະລຸ, 4 ໜ້າທີ່, 4 ການພົວພັນປິ່ນອ້ອມພາລະບົດບາດປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ກໍຄືເມືອງຫຼວງນໍ້າທາ ໃຫ້ມີຄວາມສະຫງົບປອດໄພ ໂດຍພື້ນຖານ.

ໃນກອງປະຊຸມ, ທ່ານ ນາງ ວຽງພອນ ເຮືອງແພງອ່ອນ ໄດ້ເນັ້ນໃຫ້ຄະນະພັກ-ຄະນະກອງບັນຊາການ ປກສ ເມືອງ ຈົ່ງພ້ອມກັນສືບຕໍ່ຊີ້ນໍາ-ນໍາພາສະມາຊິກພັກ, ພະນັກງານ-ນັກຮົບສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະແມ່ນບັນຫາຢາເສບຕິດ, ຂີ້ລັກງັດເເງະ, ຊີງຊັບ ແລະ ບັນຫາອື່ນໆ ເພື່ອເຮັດໃຫ້ທົ່ວເມືອງຫຼວງນ້ຳທາ ມີຄວາມສະຫງົບ, ເສດຖະກິດ-ສັງຄົມມີການຂະຫຍາຍຕົວຢ່າງເນື່ອງ.