ທ້າວ ສັນຕິ ອາຍຸ 41 ປີ ບ້ານຫຸມແບ່ງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຊ້ອຸບາຍຕົວະຍົວະຫຼອກລວງປະຊາຊົນ ດ້ວຍວິທີການແອບອ້າງ ເຮັດທຸລະກິດຄ້າ-ຂາຍໝູ ແລະ ກູ້ຢືມເງິນໄດ້ 100 ກວ່າລ້ານກີບ ແຕ່ສຸດທ້າຍ ກໍໄປບໍ່ລອດ ຖືກເຈົ້າໜ້າທີ່ ປກສ ເມືອງປາກຊັນ ແຂວງບໍລິຄຳໄຊ ຕິດຕາມຈັບໄປດຳເນີນຄະດີສໍ້ໂກງຊັບພົນລະເມືອງ ໃນເດືອນພຶດສະພາ 2018.

ເຈົ້າໜ້າທີ່ໜ່ວຍງານຄະດີອາຍາ ປກສ ເມືອງປາກຊັນ ໃຫ້ຮູ້ວ່າ: ໃນວັນ ທີ 29 ມັງກອນ 2018 ໄດ້ຮັບແຈ້ງຄວາມຈາກ ທ້າວ ສີອານ ປະຊາຊົນບ້ານບົງ ເມືອງປາກຊັນ ແຂວງບໍລິຄຳໄຊ ວ່າ: ທ້າຍປີ 2017 ທ້າວ ສັນຕິ ໄດ້ມາຊື້ໝູນໍາ ຈຳນວນ 4 ໂຕ ໃນລາຄາ 9.500.000 ກີບ ໂດຍອ້າງວ່າ: ຂາຍໝູແລ້ວຈະນຳເອົາເງິນຈໍານວນດັ່ງກ່າວ ໄປໃຫ້ພາຍ ຫຼັງ. ແຕ່ພໍໄດ້ໝູໄປແລ້ວຫຼົບໜີໄປ. ມາຮອດວັນທີ 29 ພຶດສະພາ 2018, ເຈົ້າໜ້າທີ່ ປກສ ເມືອງປາກຊັນ ຈຶ່ງໄດ້ຕິດຕາມກັກຕົວ ທ້າວ ສັນຕິ ໄດ້ຢູ່ບ້ານຫຸມແບ່ງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

ຜ່ານການສອບສວນປະຫວັດຂອງ ຜູ້ກ່ຽວແມ່ນກໍ່ເຫດມາແລ້ວຫຼາຍຄັ້ງດ້ວຍ ວິທີການຕົວະຍົວະເອົາໝູໄປຂາຍກ່ອນ ຈຶ່ງເອົາມາເງິນຈ່າຍຕາມຫຼັງ. ແຕ່ພໍໄດ້ຂາຍໝູແລ້ວ ກໍບໍ່ເອົາເງິນໄປສົ່ງໃຫ້ເຈົ້າຂອງໝູ ຍິ່ງກວ່ານັ້ນ, ຕົວະປະຊາຊົນໄປບ່ອນໃໝ່ເລື້ອຍໆ ເຊັ່ນ: ໃນລະຫວ່າງເດືອນກັນຍາ 2017 ຫາ ເດືອນສິງຫາ 2018 ໄດ້ໄປຊື້ໝູຢູ່ກອງຜະລິດຄົບວົງຈອນ ເລກ 1 ກອງທັບ ຢູ່ບ້ານໂພນສະຫວັນ ເມືອງທ່າພະບາດ ຈຳນວນ 16 ໂຕ ສ່ວນເງິນແມ່ນຍັງບໍ່ໄດ້ຈ່າຍ, ມາໃນວັນທີ 22 ຕຸລາ 2017 ໄດ້ໄປກູ້ຢືມເງິນນຳ ນາງ ປິ່ນ ຢູ່ບ້ານຫົງໄຊ ຈຳນວນ 10.000.000 ກີບ, ມາໃນເດືອນຕຸລາ 2017 ຜູ້ກ່ຽວໄດ້ໄປຊື້ໝູນໍາ ທ້າວ ພູທອນ ຢູ່ບ້ານປັດຊູມ ຈຳນວນ 4 ໂຕ, ວັນທີ 10 ພະຈິກ 2017 ໄດ້ໄປຊື້ໝູ ນຳ ທ້າວ ສີອານ ຢູ່ບ້ານບົງ, ມາເດືອນ ພະຈິກ 2017 ໄດ້ໄປຊື້ໝູນໍາ ທ້າວ ໝອນ ຢູ່ບ້ານນາເຂົ້າລົ້ມ ຈໍານວນ 5 ໂຕ, ໃນທ້າຍເດືອນພະຈິກ 2017 ຜູ້ກ່ຽວໄດ້ໄປຊື້ໝູນຳ ທ້າວ ແກ້ວ ຢູ່ບ້ານ ສີສະອາດ ຈຳນວນ 12 ໂຕ ແລະ ໃນ ເດືອນທັນວາ 2017 ຜູ້ກ່ຽວແມ່ນໄດ້ ໄປກູ້ຢືມເງິນນໍາ ນາງ ທອນ ຢູ່ບ້ານຫ້ວຍສຽດ ຈຳນວນ 16.000.000 ກີບ, ເຊິ່ງຜູ້ເສຍຫາຍຈໍານວນດັ່ງກ່າວ ແມ່ນຢູ່ ເມືອງປາກຊັນ ແຂວງບໍລິຄຳໄຊ ລວມມູນຄ່າຜົນເສຍຫາຍທັງໝົດເປັນເງິນ 104.532.000 ກີບ.

ຜ່ານການສະຫຼຸບຕີລາຄາຂອງເຈົ້າໜ້າທີ່ເຫັນວ່າ: ທ້າວ ສັນຕິ ແມ່ນມີ ເຈດຕະນາສໍ້ໂກງຊັບຂອງພົນລະເມືອງ ແລະ ສໍ້ໂກງຊັບຂອງລັດ ຫຼື ລວມໝູ່ ແທ້ ເຊິ່ງສະແດງອອກໃນການໃຊ້ເລ່ລ່ຽມຕົວະຍົວະ ເພື່ອໃຫ້ບຸກຄົນອື່ນຫຼົງເຊື່ອ ແລະ ມີຜົນເສຍຫາຍເປັນເງິນຈຳ ນວນຫຼາຍລ້ານກີບ, ເຮັດໃຫ້ບ້ານເມືອງບໍ່ມີຄວາມສະຫງົບ-ສັງຄົມ ບໍ່ມີຄວາມ  ເປັນລະບຽບຮຽບຮ້ອຍ.